ສະຖານທູດ ອາເມຣິກາ ປະຈໍາ ລາວ ມອບ ພາຫະນະ ໃຫ້ອົງການໄອຍະການປະຊາຊົນສູງສຸດ

13/09/2024 12:40
Email Print 781
ຂປລ ຂປລ. ສະຖານທູດສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ມອບລົດໃຫຍ່ ໂຕໂຍຕາ ຟໍຈູນເນີ (TOYOTA FORTUNER) ຈໍານວນ 2 ຄັນ, ລົດຈັກ ເວບ125 ໄອ (WAVE 125i) ຈໍານວນ 22 ຄັນ ລວມມູນຄ່າ 3,2 ຕື້ກີບ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ໃນວັນທີ 12 ກັນຍາ 2024 ນີ້



ຂປລ. ສະຖານທູດສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ມອບລົດໃຫຍ່ ໂຕໂຍຕາ ຟໍຈູນເນີ
  (
TOYOTA FORTUNER) ຈໍານວນ 2 ຄັນ, ລົດຈັກ ເວບ125 ໄອ (WAVE 125i) ຈໍານວນ 22 ຄັນ ລວມມູນຄ່າ 3,2 ຕື້ກີບ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ໃນວັນທີ 12 ກັນຍາ 2024 ນີ້, ຕາງໜ້າມອບໂດຍ ທ່ານ ນາງ ແຣັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍມີພາກສ່ວນກ່ຽວຂ້ອງຂອງ ທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ທ່ານນາງ ແຣັດເຕີ ວາເຣຍອາວາ ກໍຄື ສະຖານທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ທີ່ໄດ້ນຳເອົາລົດຈຳນວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຮັດໃຫ້ວຽກງານ ພາຍໃນອົງການໄອຍະການປະຊາຊົນສູງສຸດ ດຳ ເນີນໄປຢ່າງໂລ່ງລ່ຽນຂຶ້ນກວ່າເກົ່າ, ທັງເປັນການປະກອບສ່ວນອັນສຳຄັນ ໃນການກະກຽມໃຫ້ແກ່ ການສະເຫລີມ ສະຫລອງ ວັນສ້າງຕັ້ງອົງການ ໄອຍະການປະຊາຊົນ ຄົບຮອບ 35 ປີ ທີ່ຈະມາເຖິງນີ້. ພ້ອມນີ້, ທ່ານຍັງ ຢືນຢັນວ່າ ຈະນຳເອົາ ພາຫະນະທີ່ໄດ້ຮັບໃນຄັ້ງນີ້, ໄປຮັບໃຊ້ເຂົ້າໃນວຽກງານ ຂອງອົງການໄອຍະການປະຊາຊົນ ໃຫ້ເກີດຜົນປະ ໂຫຍດສູງສຸດ.

ໃນໂອກາດມອບ-ຮັບ ລົດໃນຄັ້ງນີ້, ສອງຝ່າຍ ໄດ້ພົບປະໂອ້ລົມກັນ ໂດຍໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ໃນໄລຍະຜ່ານມາ ໂດຍສະເພາະ ການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ແລະ ສະຖານທູດ ສະຫະລັດ ອາເມລິກາ ປະຈໍາ ລາວ ທີ່ໄດ້ຮັບການຊ່ວຍເຫລືອ ໃນການສ້າງຄວາມເຂັ້ມແຂງ ທາງດ້ານວິຊາການ ໂດຍຜ່ານການຝຶກອົບຮົມຍົກລະດັບໃນຫົວ ຂໍ້ຕ່າງໆເຊັ່ນ: ອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງ, ຟອກເງິນ, ຢາເສບຕິດ ແລະ ອື່ນໆ. ນອກຈາກນີ້, ສະຖານທູດ ສະຫະລັດ ອາເມລິກາ ປະຈໍາ ລາວ ຍັງໄດ້ສະໜອງອຸປະກອນເຄື່ອງໃຊ້ຫ້ອງການ ໃຫ້ແກ່ອົງການໄອຍະການປະຊາຊົນ ຂອງ ສປປ ລາວ ເປັນຢ່າງດີຕະຫລອດມາ, ອັນໄດ້ປະກອບສ່ວນ ເຮັດໃຫ້ວຽກງານໄອຍະການປະຊາຊົນ ຂອງ ສປປ ລາວ ໄດ້ຮັບການພັດທະນາດີ ຂຶ້ນເປັນກ້າວໆ, ຮັບປະກັນການປະຕິບັດໜ້າທີ່ ວຽກງານໄອຍະການ ໃຫ້ມີປະສິດທິພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງບໍ່ຢຸດຢັ້ງ.

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top