ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍ

13/09/2024 20:13
Email Print 1784
ຂປລ ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (Pak Sang Gil) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.



ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (
Pak Sang Gil) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

 ໃນໂອກາດນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ປັກ ຊັງ ກິລ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-14 ກັນຍາ 2024 ນີ້, ພ້ອມທັງສະແດງຄວາມເຊື້ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງ ສະຫາຍ ປັກ ຊັງ ກິລ ຈະເປັນການປະກອບສ່ວນສໍາຄັນເຂົ້າ ໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫລີ ໃຫ້ສືບຕໍ່ພັດທະນາຂື້ນສູ່ບາດກ້າວໃໝ່ ໂດຍສະເພາະ ແມ່ນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ການທູດຂອງສອງປະເທດ ຄົບຮອບ 50 ປີ ໃນປີນີ້ (24 ມິຖຸນາ 1974-24 ມິຖຸນາ 2024). ຂະນະດຽວກັນ, ສະຫາຍ ປັກ ຊັງ ກິລ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ໂພໄຊ ໄຂຄໍາພິທູນ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.



ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນ ແລະ ຕີລາຄາຄືນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ພ້ອມທັງໄດ້ກຳນົດ ແລະ ເອກະພາບກັນ ກ່ຽວກັບທິດທາງການພົວພັນຮ່ວມມື ລະຫວ່າງສອງປະ ເທດ ແນໃສ່ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນຂອງສອງຊາດ ໃນຕໍ່ໜ້າ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສ​ປ​ປ ລາວ ແລະ ສ​ປ​ປ ເກົາ​ຫລີ ໃນຖານະເປັນ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ຮ່ວມ​ອຸ​ດົມ​ການ​ອັນ​ດຽວ​ກັນ ເພື່ອ​ກ້າວໄປເຖິງການກໍ່ສ້າງ​ສັງ​ຄົມ​ນິ​ຍົມ ຕາມ​ຈຸດ​ພິ​ເສດ ແລະ
  ເງື່ອນ​ໄຂ​ຂອງ​ແຕ່​ລະ​ປະ​ເທດ ທີ່ໄດ້ຮັບການ​ສ້າງ​ຂື້ນ​ໂດຍ ປະທານ ໄກ​ສອນ ພົມ​ວິ​ຫານ ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກຂອງ ປະ​ຊາ​ຊົນ​ລາວ ແລະ ປະທານ ກິມ ​ອິນ ​ຊຸງ ຜູ້​ນຳ​ທີ່​ຍິ່ງ​ໃຫ່​ຍ​ຂອງ​ປະ​ຊາ​ຊົນ ສປປ ເກົາຫລີ ໃນ​ເມື່ອ​ກ່ອນ ແລະ ສືບຕໍ່ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງ
, ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ ມາ​ເຖິງປັດຈຸບັນ.

ພ້ອມກັນນີ້, ສອງຝ່າຍ ໄດ້ເປັນເອກະພາບກັນ ສືບຕໍ່ປະສານສົມທົບກັນຢ່າງສະໜິດແໜ້ນ ເພື່ອຊຸກຍູ້ສົ່ງ ເສີມການຈັດຕັ້ງປະຕິບັດ ບັນດາເອກະສານທີ່ ໄດ້ລົງນາມຮ່ວມກັນ ຜ່ານມາ ໃຫ້ເປັນຮູບປະທໍາ, ສືບຕໍ່ຊຸກຍູ້ການຈັດ ຕັ້ງບັນດາກິດຈະກໍາຕ່າງໆ ໃນການສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສອງປະເທດ ຄົບຮອບ 50 ປີ ໃນປີ 2024 ນີ້ ໃຫ້ມີບັນຍາກາດຄຶກຄືນ ແລະ ມີຄວາມໝາຍ ກໍຄື ການກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງຝ່າຍໃນຕໍ່ໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະ ພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໂອກາດດຽວກັນ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ສະພາບການໃນປະເທດຂອງຕົນ, ທັງຍັງສະແດງຄວາມເປັນຫວ່ງເປັນໄຍຕໍ່ກັນ ກ່ຽວກັບຜົນກະທົບ ຈາກໄພທຳມະຊາດ ທີ່ເກີດຂຶ້ນຢູ່ສອງປະເທດ ໃນໄລຍະຜ່ານມາ ​ທັງສະແດງຄວາມເຊື້ອໝັ້ນວ່າ ທັງສອງປະເທດຈະສາມາດ ຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 ໃນວັນດຽວກັນ, ສະຫາຍ ປັກ ຊັງ ກິລ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕື່ມອີກ.

ຂ່າວ-ພາບ ກົມການຂ່າວ ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

    • ສະພາແຫ່ງຊາດສະເໜີໃຫ້ລັດຖະບານສຸມໃສ່ ຫັນການຈັດເກັບລາຍຮັບໃຫ້ເປັນທັນສະໄໝການເມືອງ

      ສະພາແຫ່ງຊາດສະເໜີໃຫ້ລັດຖະບານສຸມໃສ່ ຫັນການຈັດເກັບລາຍຮັບໃຫ້ເປັນທັນສະໄໝ

      7/14/2026 8:36:41 AM

      ໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-10 ກໍລະກົດ 2026 ຜ່ານມານີ້, ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານສຸມໃສ່ຫັນການຈັດເກັບລາຍຮັບ ໃຫ້ເປັນທັນສະໄໝ ແລະ ໃຫ້ມີຈຸດສຸມ, ມີຄຸນນະພາບສູງ ແລະ ໃຫ້ທົ່ວເຖິງ ຢູ່ບັນດາດ່ານສາກົນ, ບັນດາຫົວໜ່ວຍທຸລະກິດຕ່າງໆ.

    • ກອງປະຊຸມສະໄໝວິສາມັນ ເທື່ອທີ1 ຂອງສະພາແຫ່ງຊາດ ຊຸດທີX ປິດລົງດ້ວຍຜົນສຳເລັດການເມືອງ

      ກອງປະຊຸມສະໄໝວິສາມັນ ເທື່ອທີ1 ຂອງສະພາແຫ່ງຊາດ ຊຸດທີX ປິດລົງດ້ວຍຜົນສຳເລັດ

      7/13/2026 11:48:53 AM

      ກອງປະຊຸມສະໄໝວິສາ ມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປີດລົງດ້ວຍຜົນສຳ ເລັດ ໃນວັນທີ 10 ກໍລະກົດ 2026 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງສູນກາງພັກ, ປະທານ ສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ມ ີ ບັນດາການນໍາຂັ ້ນສູງ, ອະດີດການ ນໍາຂັ້ນສູງ ພັກ-ລັດ, ນາຍົກລັດຖະ ມົນຕີ, ຮອງນາຍົກລັດຖະມົນຕີ, ສະ ມາຊິກລັດຖະບານ ແລະ ສະມາຊິກ ສະພາແຫ່ງຊາດ ເຂົ້າຮ່ວມ.

    • ລັດຖະບານ ປະດັບຫລຽນມິດຕະພາບ ໃຫ້ທູດມາເລເຊຍການເມືອງ

      ລັດຖະບານ ປະດັບຫລຽນມິດຕະພາບ ໃຫ້ທູດມາເລເຊຍ

      7/10/2026 9:36:28 AM

      ໃນຕອນເຊົ້າວັນທີ 8 ກໍລະກົດ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ອິດີ ອີວານ ບິນ ມາມຸດ (Edi Irwan Bin Mahmud)ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ທ່ານທູດ.

    • ຫ້ອງວ່າການສູນກາງພັກ ປະກາດຈັດຕັ້ງ ແລະ ເຊື່ອມຊຶມນິຕິກຳຂອງພັກ-ລັດການເມືອງ

      ຫ້ອງວ່າການສູນກາງພັກ ປະກາດຈັດຕັ້ງ ແລະ ເຊື່ອມຊຶມນິຕິກຳຂອງພັກ-ລັດ

      7/10/2026 9:23:18 AM

      ຫ້ອງວ່າການສູນກາງພັກ ຈັດພິທີປະກາດການຈັດຕັ້ງ ແລະ ເຊື່ອມຊຶມນິຕິກໍາຂອງພັກ-ລັດ ໃນວັນທີ 8 ກໍລະກົດ 2025 ພາຍໃຕ້ ການເປັນປະທານຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າ ການສູນກາງພັກ, ມີຄະນະພັກ-ຄະ ນະກົມ, ສະມາຊິກພັກ-ພະນັກງານ ຫລັກແຫລ່ງພາຍໃນຫ້ອງວ່າການ ສູນກາງພັກ ເຂົ້າຮ່ວມ.

    • ລັດຖະບານວາງຫລາຍມາດຕະການສົ່ງເສີມການນຳໃຊ້ລົດໄຟຟ້າ ຫລຸດຜ່ອນຜົນກະທົບລາຄານໍ້າມັນການເມືອງ

      ລັດຖະບານວາງຫລາຍມາດຕະການສົ່ງເສີມການນຳໃຊ້ລົດໄຟຟ້າ ຫລຸດຜ່ອນຜົນກະທົບລາຄານໍ້າມັນ

      7/10/2026 9:14:07 AM

      ໃນໄລຍະຜ່ານມາລັດຖະບານໄດ້ມີນະໂຍບາຍ ແລະ ວາງຫລາຍມາດຕະການ ເພື່ອສົ່ງເສີມໃຫ້ສັງຄົມຫັນມານໍາໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກໃຫ້ຫລາຍຂຶ້ນ ເປັນຕົ້ນໄດ້ໂຈະນໍາເຂົ້າຊົ່ວຄາວລົດເບົາທີ່ໃຊ້ນໍ້າມັນເຊື້ອໄຟ ຊຶ່ງໃນໄລຍະ 3 ເດືອນຜ່ານມາ, ຕົວ ເລກການນໍາເຂົ້າພາຫະນະໄຟຟ້າ ແລະ ພະລັງງານທາງເລືອກ ເພີ່ມຂຶ້ນ 5.514 ຄັນ (ບໍ່ລວມລົດ 2-3 ລໍ້), ຄິດເປັນມູນຄ່າ 101,6 ລ້ານ ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນເຖິງ 140,7%.

ads
ads

Top