ການຮ່ວມມືລາວ-ຫວຽດ ໃນໄລຍະໃໝ່ນັບມື້ຂະຫຍາຍຕົວ

13/09/2024 07:09
Email Print 649
ຂປລ ທ່ານ​ ຟານ ມິງ ຈຽນ ອຸ​ປະ​ທູດ​ຊົ່ວ​ຄາວ​ ສະ​ຖານ​ທູດແຫ່ງ ສ ສ ຫວຽດ​ນາມ ປະ​ຈຳ ສປປ ລາວ ໄດ້ຕີລາ ຄາການຮ່ວມມືຫວຽດນາມ-ລາວ.

*ທ່ານ​ ຟານ ມິງ ຈຽນ ອຸ​ປະ​ທູດ​ຊົ່ວ​ຄາວ​ ສະ​ຖານ​ທູດແຫ່ງ ສສ ຫວຽດ​ ນາມ ປະ​ຈຳ ສປປ ລາວ ໄດ້ຕີລາຄາການຮ່ວມມື ຫວຽດນາມ-ລາວ ໃນໄລຍະໃໝ່ແມ່ນນັບມື້ຂະຫຍາຍຕົວໃນທຸກຂົງເຂດວຽກງານການ​ມາ​ຢ້ຽມ​ຢາມ ສສ ຫວຽດ​ນາມ​ຂອງ​ທ່ານເລ​ຂາ​ທິ​ການ​ໃຫຍ່​,ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ແລະ ​ໄດ້​ດຳ​ເນີນ​ໄປ​ຫລັງ​ຈາກສະ​ຫາຍໂຕເລີມ​, ປະ​ທານ​ປະ​ເທດແຫ່ງ ສສ ຫວຽດ​ນາມ ໄດ້​ຮັບ​ການ​ໄວ້​ເນື້ອ​ເຊື່ອ​ໃຈ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໃນ​ວັນ​ທີ 03 ສິງ​ຫາ 2024 ຜ່ານ​ມາ ແລະ​ ໃນ​ສະ​ພາບ​ການ​ທີ່ສອງ​ພັກ​, ສອງ​ລັດ​ກຳ​ລັງ​ພວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​, ແຜນ​ການ​ພັດ​ທະ​ນາເສດ​ຖະ​ກິດ - ສັງ​ຄົມ​ຂອງ​ ແຕ່​ລະ​ປະ​ເທດ ແລະ ​ໄດ້​ບັນ​ລຸບັນ​ດາ​ຜົນ​ສຳ​ເລັດ​ຢ່າງ​ດີ​ເດັ່ນ​. ນອກ​ຈາກ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ ແລະ ຮັດ​ແໜ້ນ​ສາຍ​ພົວ​ພັນ​ສະ​ໜິດ​ຕິດ​ແໜ້ນ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງສອງພັກ​, ສອງ​ລັດ​, ການ​ມາ​ຢ້ຽມ​ຢາມ​ຍັງ​ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃນ​ການ​ປົກ​ປັກ​ຮັກ​ສາ​,ຮັດ​ແໜ້ນ ​ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່​, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານລະ​ຫວ່າງຫວຽດ​ນາມ ແລະ ລາວ​.

ດ້ວຍ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ນັ້ນ​, ການ​ຢ້ຽມ​ຢາມ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ​ສອງ​ປະ​ເທດ​ໄດ້​ພົບ​ປະ​ແລກ​ປ່ຽນ​​ປຶກ​ສາ​ຫາ​ລື​ໂດຍ​ກົງ​, ຕີ​ລາ​ຄາ​ໝາກ​ຜົນ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຜ່ານ​ມາ​,​ແລະ ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ຈາກ​ການ​ເມືອງ​. ການ​ທູດ​, ປ້ອງ​ກັນ​ຄວາມ​ສະ​ຫງົບ​,ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​, ການ​ສຶກ​ສາ - ບຳ​ລຸງ​ສ້າງ​,ວິ​ທະ​ຍາ​ສາດ​,​ ເຕັກ​ໂນ​ໂລ​ຊີ​ ແລະ ການ​ທ່ອງ​ທ່ຽວ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຂະ​ບວນ​ການ​ປະ​ດິດ​ສ້າງ​, ກໍ່​ສ້າງ​ ແລະ ພັດ​ທະ​ນາ​ຢູ່​ແຕ່​ລະ​ປະ​ເທດ​. ສອງ​ຝ່າຍ​ກໍ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ​ ສາກົນ​ທີ່​ພວມ​ສົນ​ໃຈ​. ຄາດ​ວ່າ​ເນື່ອງ​ໃນ​ໂອ​ກາດ​ການ​ມາ​ຢ້ຽມ​ຢາມ​ຄັ້ງ​ນີ້​, ສອງ​ຝ່າຍ​ກໍ​ຈະ​ລົງ​ນາມ​ບາງ​ເອ​ກະ​ສານ​ຮ່ວມ​ມື​ທີ່​ສຳ​ຄັນ​ຈຳ​ນວນ​ໜຶ່ງ​. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​,ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນແລະຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ສາຍ​ພົວ​ພັນ​ພິ​ເສດ​ຫວຽດ​ນາມ - ລາວຕໍ່​ຄວາມ​ໝັ້ນ​ຄົງແລະການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​,ເພື່ອ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບແລະການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ​.

ພວກ​ເຮົາ​ສາ​ມາດ​ເວົ້າ​ໄດ້​ວ່າ ​ໃນ​ສະ​ພາບ​ການ​ໂລກ​ ແລະ ​ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ໄປ​ຢ່າງ​ວ່ອງ​ໄວ​, ສັບ​ສົນ​ແລະບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​, ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ທຸກ​ປະ​ເທດ​,​ໃນ​ນັ້ນ​ກໍ​ມີຫວຽດ​ນາມແລະລາວ​,​ເຖິງ​ຢ່າງ​ໃດ​ກໍ່​ຕາມ​,ບັນ​ດາ​ເນື້ອ​ໃນ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ​, ສອງ​ລັດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​.ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ຈາກ​ທຸກ​ຂັ້ນ​,ຂະ​ແໜງ​ການ​,ທ້ອງ​ຖິ່ນ​,ວິ​ສາ​ຫະ​ກິດ​ຂອງສອງ​ປະ​ເທດ​, ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ແລະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ພິ​ເສດ​ຫວຽດ​ນາມ - ລາວ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ​,​ຄື​: ການ​ພົວ​ພັນ​ດ້ານ​ການ​ເມືອງ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ​,ສອງ​ຝ່າຍ​ໄດ້​ປະ​ສານ​ສົມ​ທົບ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຖະ​ແຫລງ​ການ​ຮ່ວມ ​ແລະ ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງສອງ​ພັກ​ ແລະ ສອງ​ລັດ​; ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ແລະຂໍ້​ຄົງ​ຄ້າງ​ໃນ​ການ​ປະ​ຕິ​ບັດ​, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ກົນ​ໄກ​ຮ່ວມ​ມື​; ຈັດ​ຕັ້ງ​ການ​ຢ້ຽມ​ຢາມ​, ການ​ພົບ​ປະ​,ກອງ​ປະ​ຊຸມ​ສົນ​ທະ​ນາ ​ແລະ ສຳ​ມະ​ນາ​ເພື່ອ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ແລະ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ​, ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ​. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​, ປ້ອງ​ກັນ​ຄວາມ​ສະ​ຫງົບ ​ແລະ ການ​ທູດ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ແລະພັດ​ທະ​ນາ​,​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​, ສອງ​ຝ່າຍ​ໄດ້​ປະ​ສານ​ຢ່າງ​ແໜ້ນ​ແຟ້ນ​, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ ແລະ ກັນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ເປັນ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​, ຄວາມ​ໝັ້ນ​ຄົງ​ແລະຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ ແລະ ​ຄວາມ​ປອດ​ໄພ​ຢູ່​ແຕ່​ລະ​ປະ​ເທດ​,ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ບັນ​ດາ​ອະ​ນຸ​ສັນ​ຍາແລະ​ແຜນ​ການ​ຮ່ວມ​ມື​ປະ​ຈຳ​ປີ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​, ຄວາມ​ໝັ້ນ​ຄົງ​ແລະການ​ທູດ​. ສອງ​ຝ່າຍ​ກໍ​ໄດ້​ແລກ​ປ່ຽນ​ເປັນ​ປະ​ຈຳ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​,​ແບ່ງ​ປັນ​ປະ​ສົບ​ການ​ໃນ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ບໍ່​ແບບ​ດັ້ງ​ເດີມ​, ບັນ​ຫາ​ສາ​ກົນ​ແລະພາກ​ພື້ນ​, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ແລະ ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະກັນ​ຢູ່​ບັນ​ດາ​ເວ​ທີ​ຮ່ວມ​ມື​ຫລາຍ​ຝ່າຍ​,​ ໃນ​ນັ້ນ ​ກໍ​ມີ​ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່​ໃນ​ປີ​ທີ່​ລາວ​ຮັບ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ປະ​ທານ​ອາ​ຊຽນ2024. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​, ການ​ຄ້າ​ແລະ ການ​ລົງ​ທຶນ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້​, ສອງ​ຝ່າຍ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ຕັ້ງ​ໜ້າ​ບັນ​ດາ​ສັນ​ຍາ​ລະ​ຫວ່າງ​ສອງ​ລັດ​ຖະ​ບານ​,ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ແຜນ​ການ​ຮ່ວມ​ມື​ຂອງ​ກອງ​ປະ​ຊຸມ​ຄັ້ງ​ທີ 46 ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວິ​ພາ​ຄີ​ລະ​ຫວ່າງ​ລັດ​ຖະ​ບານ​ແລະ ບັນ​ດາ​ໝາກ​ຜົນ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​; ຄ່ອຍໆ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​, ຂໍ້​ຄົງ​ຄ້າງ​, ສ້າງ​ເງື່ອນ​ໄຂ​ສະ​ດວກ​ດ້ານ​ກົນ​ໄກ​, ນະ​ໂຍ​ບາຍ ​ເພື່ອ​ຊຸກ​ຍູ້​ວິ​ສາ​ຫະ​ກິດ​ຂອງ​ຫວຽດ​ນາມ ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ທ່າ​ແຮງ​ແລະສອດ​ຄ່ອງ​ກັບ​ທິດ​ທາງ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານລາວ​ເຊັ່ນ​: ພະ​ລັງ​ງານ​ສະ​ອາດ​, ພະ​ລັງ​ງານ​ທົດ​ແທນ​, ກະ​ສິ​ກຳ​,​ ແຮ່​ທາດ​, ການ​ທ່ອງ​ທ່ຽວ​. ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​, ການ​ສຶກ​ສາ​, ສາ​ທາ​ລະ​ນະ​ສຸກ​ແລະວິ​ທະ​ຍາ​ສາດ - ​ເຕັກ​ໂນ​ໂລ​ຊີ​ໄດ້​ມີ​ການ​ພັດ​ທະ​ນາ​ເປັນ​ບາດ​ກ້າວ​ໃໝ່​ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​, ສອງ​ຝ່າຍ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ຕັ້ງ​ໜ້າ “ແຜນ​ຮ່າງ​ການ​ຍົກ​ສູງ​ຄຸນ​ນະ​ພາ​ບ ​ແລະ ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ຫວຽດ​ນາມ - ລາວ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​”ໄລ​ຍະ2021-2030”; ສືບ​ຕໍ່​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​-​ສັງ​ຄົມ​, ກິ​ລາ​, ທ່ອງ​ທ່ຽວ​, ຂ່າວ​ສານ​, ສື່​ສານ​, ວິ​ທະ​ຍາ​ສາດແລະ​ເຕັກ​ໂນ​ໂລ​ຊີ​, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​. ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຄະ​ນະ​ພັກ​,ບັນ​ດາ​ກະ​ຊວງ​,ຂະ​ແໜງ​ການ​ຂອງ​ລັດ​ຖະ​ບານ​,ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​, ​ແນວ​ໂຮມ​, ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​, ບັນ​ດາ​ທ້ອງ​ຖິ່ນສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ແລະ​ເພີ່ມ​ທະ​ວີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ກວ່າ​;ຍູ້​ແຮງ​ການ​ຮ່ວມ​ມື​, ແຮກ​ສ່ຽວ​, ການ​ຊ່ວຍ​ເຫລືອ​ເຊິ່ງ​ກັນ ​ແລະ ກັນ​ລະ​ຫວ່າງ​ບັນ​ດາ​ຫົວ​ໜ່ວຍ​,ທ້ອງ​ຖິ່ນ ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຕິດ​ກັນ​.

​ໃນ​ສະ​ພາບ​ການ​ຫັນ​ປ່ຽນ​ຢ່າງ​ວ່ອງ​ໄວ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​,ສັບ​ສົນ ​ແລະ ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​,ໄດ້​ສ້າງ​ກາ​ລະ​ໂອ​ກາດ​ແລະສິ່ງ​ທ້າ​ທາຍ​ທີ່​ສະ​ຫຼັບ​ກັນ​ໃຫ້​ແກ່​ທັງ​ຫວຽດ​ນາມ​ແລະລາວ​. ​ເພື່ອ​ປົກ​ປັກ​ຮັກ​ສາ​, ເພີ່ມ​ພູນ​ຄຸນ​ສ້າງ​ແລະພັດ​ທະ​ນາ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ - ລາວໃຫ້​ປະ​ກົດ​ຜົນ​ເປັນ​ຮູບ​ປະ​ທຳ​, ນຳ​ເອົາ​ຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ 2 ປະ​ເທດ​ພວກ​ເຮົາ​ ຕ້ອງ​ສືບ​ຕໍ່​ຄຽງ​ບ່າ​ຄຽງ​ໄລ່​,​ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​,​ ແບ່ງ​ປັນ​ປະ​ສົບ​ການ​ ແລະ ​​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​.​ ໃນ​ໄລ​ຍະ​ມໍ່ໆ​ນີ້​, 2 ປະ​ເທດ​ຄວນ​ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຄື​: ທີ​ໜຶ່ງ​,ສືບ​ຕໍ່​ນຳ​ເອົາ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ເຂົ້າ​ສູ່​ລົງ​ເລິກ​, ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ເປັນ​ຢ່າງ​ດີ​, ພິ​ເສດ​ແມ່ນ​ຕ້ອງ​ສືບ​ຕໍ່​ຮັກ​ສາ​ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​;ເຊື່ອມ​ຊຶມ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ-ລາວ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ​ທັງ​ສອງ​ປະ​ເທດ​. ຍູ້​ແຮງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ແລະສຶກ​ສາ​ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ຫວຽດ​ນາມ - ລາວ​; ຈັດ​ຕັ້ງ​ການ​ສະ​ເຫລີມ​ສະ​ຫອງ​ບັນ​ດາ​ວັນ​ສະ​ເຫລີມ​ສະ​ຫອງ ​ແລະ ​ເຫດ​ການ​ທີ່​ສໍາ​ຄັນ​ຂອງ​ສອງ​ພັກ​, ສອງ​ປະ​ເທດ​ໃນ​ປີ 2024 ແລະ​ ໂດຍ​ສະ​ເພາະ​ແມ່ນ​ປີ2025. ທີ່ສອງ​, ສືບ​ຕໍ່​ປະ​ສານ​ສົມ​ທົບ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ບັນ​ດາ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ແລະ​ ສອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​,ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​, ຄວາມ​ໝັ້ນ​ຄົງ​, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ​, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​,ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ເຈລະ​ຈາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ແລະການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ສູງ​. ທີ​ສາມ,ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​,ສັນ​ຍາ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​​ເປັນ​ຢ່າງ​ດີ​, ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ​, ຂະ​ແໜງ​ການ ​ແລະທ້ອງ​ຖິ່ນ​ເພື່ອ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ​ ໂດຍ​ຜ່ານ​ການ​ເປີດ​ກວ້າງ​ ແລະ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໄ​ຄົມ​ມະ​ນາ​ຄົມ​ສາຍຕາ​ເວັນ​ອອກ - ຕາ​ເວັນ​ຕົກ​;ສ້າງ​ກົນ​ໄກ​ຮ່ວມ​ມື​ທີ່​ເປັນ​ເອ​ກະ​ພາບ​ແລະນະ​ໂຍ​ບາຍ​ພິ​ເສດ​ ເພື່ອ​ປົດ​ປ່ອຍ​ແຫລ່ງ​ກຳ​ລັງ ​ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ​ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ລົງ​ທຶນ ​ແລະ ດຳ​ເນີນ​ທຸ​ລະ​ກິດ​; ແກ້​ໄຂ​ຂໍ້​ຄົງ​ຄ້າງ​ດ້ວຍ​ວິ​ທີ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​; ເສີມ​ຂະ​ຫຍາຍ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃໝ່ (ການ​ຮ່ວມ​ມື​ກັບ​ຝ່າຍ​ທີ​ສາມ​) ເພື່ອ​ໝູນ​ໃຊ້​ໄດ້ຄວາມ​ສາ​ມາດ​ບົ່ມ​ຊ້ອນ​,​ ທ່າ​ແຮງ​ຂອງ 2 ປະ​ເທດ​, ຍາດ​ເອົາ​ຄວາມ​ສາ​ມາດ​ດ້ານ​ແຫລ່ງ​ທຶນ​, ປະ​ສົບ​ການ​ ແລະ ​ເຕັກ​ໂນ​ໂລ​ຢີ​ຂອງ​ຄູ່​ຮ່ວມ​ມື​; ໝູນ​ໃຊ້​ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ເສລີ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ການ​ຄ້າ​,​ ເປີດ​ກວ້າງ​ຕະ​ຫາດ​ ແລະ ດຶງ​ດູດ​ການ​ລົງ​ທຶນ​. ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລົງ​ທຶນ​, ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຄົງ​ຄ້າງ​ໃນ​ບາງ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຈຳ​ນວນ​ໜຶ່ງ​, ຍູ້​ແຮງ​ການບັນ​ດາ​ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​. ທີ​ສີ່​,​ ເອົາ​ໃຈ​ໃສ່​ ແລະ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ສຶກ​ສາ​, ກໍ່​ສ້າງ​ແລະພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ໂດຍ​ສະ​ເພາະ​ແມ່ນ​ການ​ກໍ່​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​,​ ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ກໍ່​ສ້າງ​ ແລະ ບຳ​ລຸງ​ສ້າງ​ພະ​ນັກ​ງານ​ລຸ່ນ​ໜຸ່ມ​, ພະ​ນັກ​ງານ​ສຶບ​ທອດ​ແລະພະ​ນັກ​ງານ​ນຳ​ພາ​, ຄຸ້ມ​ຄອງ​ໃຫ້​ແກ່​ບັນ​ດາ​ກະ​ຊວງ​,​ ຂະ​ແໜງ​ການ​,ທ້ອງ​ຖິ່ນເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ຂອງ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​, ພ້ອມ​ດຽວ​ກັນ​ນັ້ນ​, ປະ​ກອບ​ສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ຢ່າງ​ສະ​ໜິດ​ຕິດ​ແໜ້ນ​, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​./.

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top