ແຂວງສະຫວັນນະເຂດ ພົບບັນຫາການຂາດແຄນຄູສອນ

09/09/2024 17:16
Email Print 2251
ຂປລ ຂປລ. ​ໃນ​ໂອກາດ ຕ້ອນຮັບ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ທີ່ແຂວງສະຫວັນນະເຂດ ວັນ​ທີ 9 ກັນຍາ 2024 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບສະພາບການ ຂອງວຽກງານການສຶກສາຢູ່ ແຂວງສະຫວັນນະເຂດ ທີ່ມີຂໍ້ຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນ

ຂປລ. ​ໃນ​ໂອກາດ ຕ້ອນຮັບ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ທີ່ແຂວງສະຫວັນນະເຂດ ວັນ​ທີ 9 ກັນຍາ 2024 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບສະພາບການ ຂອງວຽກງານການສຶກສາຢູ່ ແຂວງສະຫວັນນະເຂດ ທີ່ມີຂໍ້ຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນ ການຂາດແຄນຄູສອນ ເຊິ່ງມີໂຕເລກສູງກວ່າ 500 ຄົນ ໂດຍສະເພາະໃນເຂດຊົນນະບົົດ ຫ່າງໄກສອກຫລີກ ແລະ ໃນປີນີ້, ກໍມີຄູເຂົ້າຮັບບຳນານ ອີກກວ່າ 300 ຄົນ.

ນອກຈາກນີ້, ກໍຍັງມີບັນຫາຄູຄົນດຽວສອນຄວບຫລາຍຫ້ອງ ເຮັດໃຫ້ການຮຽນ-ການສອນ ບໍ່ໄດ້ຄຸນະພາບ, ໂຮງຮຽນໄກ ແລະ ບັນຫາອື່ນໆ. ຕໍ່ກັບສະພາບການດັ່ງກ່າວ, ຄະນະການນຳຂັ້ນແຂວງ ກໍມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ປຶກສາຫາລືຮ່ວມກັນເພື່ອຫາທິດທາງແກ້ໄຂ ​ແລະ ເມື່ອບໍ່ດົນມານີ້, ກໍມີການລະດົມທຶນຈາກພາກສ່ວນຕ່າງໆ ໃນສັງຄົມ ໄດ້ຈຳນວນ 1,4 ຕື້ກີບ ເພື່ອນຳໄປຈັດຊື້ອຸປະ ກອນການຮຽນ, ຊຸດນັກຮຽນໄປມອບໃຫ້ນັກຮຽນ ໃນເຂດຫ່າງໄກສອກຫລີກຂອງແຂວງ.

ສຳລັບແຜນໃນຕໍ່ໜ້າ, ພວກເຮົາຈະໄດ້ແບ່ງເອົາເງິນເກີນແຜນຂອງແຂວງ ເພື່ອແກ້ໄຂບັນຫາການຂາດແຄນຄູສອນ ຈຳນວນ 118 ຄົນ ໄປສອນຕາມໂຮງຮຽນແຫ່ງຕ່າງໆ ໃນເຂດສອກຫລີກ ໂດຍສະເພາະໃນເຂດເມືອງເຊໂປນ. ພ້ອມນີ້, ກໍຈະສຸມໃສ່ການແກ້ໄຂເດັກນ້ອຍ ໃນເກນໃຫ້ໄດ້ເຂົ້າຮຽນ, ການປະລະການຮຽນ, ການປັບປຸງຜູ້ບໍລິຫານການສຶກສາ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ວຽກງານ ການສຶກສາພາຍໃນແຂວງ ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.

ການ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດວຽກແຂວງສະຫວັນນະເຂດ ຂ​ອງ ທ່ານຮອງປະທານສະພາແຫ່ງຊາດ ພ້ອມຄະນະໃນ​ຄັ້ງນີ້, ໄດ້ມີການປຶກສາຫາລື ຫລາຍບັນຫາສຳຄັນຮ່ວມກັນ ທ່ານເຈົ້າແຂວງສະຫວັນນະເຂດ ໂດຍສະເພາະກ່ຽວກັບ ວຽກງານການປະຕິຮູບ ການສຶກສາຂອງລາວ ທີ່ພັກ ແລະ ລັດ ຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມແຜນການທີ່ວາງໄວ້.

KPL

ຂ່າວອື່ນໆ

ads
ads

Top