ສາຍການບິນຫວຽດເຈັດ ຈັດໂປຣໂມຊັນຄ່າໂດຍສານ ແລະ ສ່ວນຫລຸດປີ້ຊັ້ນທຸລະກິດໃນທຸກເສັ້ນທາງບິນ

13/09/2024 21:18
Email Print 11237
ຂປລ ສາຍການບິນຫວຽດເຈັດ (VietJet) ໄດ້ຈັດໂປຣໂມຊັນລະດູໃບໄມ້ປົ່ງ ໃຫ້ນັກທ່ອງທ່ຽວລາວໄດ້ມີໂອກາດປະຢັດຄ່າໂດຍສານຫລາຍຂຶ້ນ ດ້ວຍປີຍົນ Eco-class ສອງລ້ານປີ້ເລີ່ມຕົ້ນພຽງແຕ່ 0 ກີບ ພ້ອມກັບສ່ວນຫລຸດສູງສຸດ 30% ສໍາລັບປີ້ຊັ້ນທຸລະກິດ ແລະ Sky Boss.

ຂປລ. ສາຍການບິນຫວຽດເຈັດ (VietJet) ໄດ້ຈັດໂປຣໂມຊັນລະດູໃບໄມ້ປົ່ງ ໃຫ້ນັກທ່ອງທ່ຽວລາວໄດ້ມີໂອກາດປະຢັດຄ່າໂດຍສານຫລາຍຂຶ້ນ ດ້ວຍປີຍົນ Eco-class ສອງລ້ານປີ້ເລີ່ມຕົ້ນພຽງແຕ່ 0 ກີບ ພ້ອມກັບສ່ວນຫລຸດສູງສຸດ 30% ສໍາລັບປີ້ຊັ້ນທຸລະກິດ ແລະ Sky Boss. ໂປໂມຊັນນີ້ເລີ່ມແຕ່ມື້ນີ້ຫາວັນທີ 16 ກັນຍາ 2024 ລະຫວ່າງ 12:00 ຫາ 14:00 ໂມງ ໂດຍຜູ້ມັກເດີນທາງສາມາດຈັບຈອງປີ້ Eco-class ໃນລາຄາຕໍ່າສຸດ 0 ກີບ (ບໍ່ລວມພາສີ ແລະ ຄ່າທຳນຽມ, ມີຈຳນວນຈຳກັດ). ຂໍ້ສະເໜີນີ້ສາມາດໃຊ້ໄດ້ກັບທຸກບໍລິການພາຍໃນປະເທດຫວຽດນາມ ແລະ ເສັ້ນທາງຕ່າງປະເທດໃນຖ້ຽວບິນລະຫວ່າງວັນທີ 01 ຕຸລາ 2024 ຫາ ວັນທີ 22 ພຶດສະພາ 2025 (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ).

ຂະນະດຽວກັນ VietJet ຍັງມອບສ່ວນຫລຸດສູງສຸດ 30% ສໍາລັບປີ້ຊັ້ນທຸລະກິດ ແລະ Sky Boss (ບໍ່ລວມພາສີ ແລະ ຄ່າທຳນຽມ, ມີຈຳນວນຈຳກັດ) ຈົນຮອດວັນທີ 16 ກັນຍາ 2024. ໂປຣໂມຊັນນີ້ໃຊ້ໄດ້ກັບຖ້ຽວບິນລະຫວ່າງວັນທີ 01 ຕຸລາ ຫາ ວັນທີ 30 ພະຈິກ 2024 ຊຶ່ງຜູ້ໂດຍສານຈະໄດ້ຮັບການບໍລິການ "Wings for Leader" ທີ່ສານສາມາດສຳຜັດປະສົບການພິເສດເຊັ່ນ: ການເຊັກອິນກ່ອນໃຜ, ສິດການໃຊ້ຫ້ອງຮັບແຂກສ່ວນຕົວ ແລະ ຮັບປະທານອາຫານສົດໆແບບບໍ່ຈຳກັດ. ນອກຈາກນັ້ນ, ໃນລະຫວ່າງວັນທີ 10 ກັນຍາ ຫາ 30 ພະຈິກ 2024, ສະມາຊິກ Sky Joy ສາມາດໄດ້ຮັບຄະແນນສູງເຖິງ 1.000 Sky Points ສໍາລັບທຸກໆທຸລະກໍາມູນຄ່າ 1.000.000 ດົ້ງ (ປະມານ 900.000 ກີບ) (ຕາມເງື່ອນໄຂ), ສາມາດແລກເອົາຂອງຂວັນໄດ້ຫລາຍກວ່າ 250 ຍີ່ຫໍ້. VietJet ມີຖ້ຽວບິນໄປ-ກັບ 4 ຖ້ຽວຕໍ່ອາທິດໃນເສັ້ນທາງ ນະຄອນຫລວງວຽງຈັນ-ນະຄອນຫລວງໂຮ່ຈີ່ມິງ ໃຫ້ປະຊາຊົນລາວໄປເຫັນນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ແລະ ຍັງສາມາດເດີນທາງໄປຍັງຈຸດໝາຍປາຍທາງອື່ນໆໃນທົ່ວພາກພື້ນອາຊີ-ປາຊີຟິກ ຜ່ານການເຊື່ອມຕໍ່ຂອງ VietJet. ທ່ານສາມາດຈອງປີ້ໄດ້ທີ່ www.vietjetair.com ຫລື ຜ່ານແອັບ VietJet Air.

KPL

ຂ່າວອື່ນໆ

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

    • ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກເສດຖະກິດ

      ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກ

      4/15/2025 10:09:30 AM

      ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ.

    • ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງເສດຖະກິດ

      ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງ

      4/9/2025 3:03:35 PM

      ຂປລ. ໃນວັນທີ 9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີ​ບີ (ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ ໃຫ້ການເຕີບໂຕ ທາງເສດຖະກິດລາວ, GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.

ads
ads

Top