ໂຮງຮຽນຫງວຽນຢູ ເປີດການຮຽນ-ການສອນ ສົກ 2024-2025

11/09/2024 14:27
Email Print 1968
ຂປລ ຂປລ. ໃນວັນທີ 11 ກັນຍາ 2024 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເປີດການຮຽນ-ການສອນ ສົກຮຽນ 2024-2025 ຢ່າງເປັນທາງການ ​ໂດຍມີ ທ່ານ ສຳລານ ພັນທະດີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ປະທານ​ສະມາຄົມຊາວຫວຽດນາມ ປະຈຳນະຄອນຫລວງວຽງຈັນ, ບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.



ຂປລ. ໃນວັນທີ
11 ກັນຍາ 2024 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເປີດການຮຽນ-ການສອນ ສົກຮຽນ 2024-2025 ຢ່າງເປັນທາງການ ​ໂດຍມີ ທ່ານ ສຳລານ ພັນທະດີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ປະທານ​ສະມາຄົມຊາວຫວຽດນາມ ປະຈຳນະຄອນຫລວງວຽງຈັນ, ບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ​ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ 2024-2025 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ມີການປັບປຸງລະບົບການຮຽນ-ການສອນ ໂດຍເນັ້ນໃສ່ຄຸນນະພາບ ເປັນຫລັກ ອີງຕາມ 3 ລັກສະນະ, 5 ຫລັກມູນ ແລະ 3 ຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍເນັ້ນໃຫ້ຄູ-ອາຈານ ສຸມໃສ່ພັດທະນາຕົນເອງ, ຫັນເອົາການຮຽນ-ການສອນ ເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ໃຫ້ ນັກຮຽນໄດ້ຢ່າງມີປະສິດສິພາບ, ນອກຈາກປະຕິບັດ ຕາມຫລັກສູດການຮຽນ-ການສອນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ, ໂຮງຮຽນ ຍັງໄດ້ເນັ້ນການສອນພາສາຫວຽດນາມ ເປັນຫລັກ ເພື່ອເຮັດໃຫ້ນັກຮຽນທີ່ຮຽນຈົບ ຈາກໂຮງຮຽນດັ່ງກ່າວ ໃຫ້ສາມາດ ຟັງ, ເວົ້າ ແລະ ຂຽນພາສາຫວຽດນາມ ໄດ້ໂດຍພື້ນຖານ.



ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມແຮງຮ່ວມໃຈຮ່ວມກັບພະນັກງານ
, ຄູ-ອາຈານ ປະຕິບັດໜ້າທີ່ຂອງຕົນ ໃຫ້ສຳເລັດຜົນ ແລະ ປະຕິບັດຄຳຂວັນທີ່ວ່າ ສອນດີ-ຮຽນເກັ່ງເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໝັ້ນໃຈ ເມື່ອລູກຫລານຂອງຕົນ ໄດ້ຮັບການສຶກສາຮໍ່າຮຽນໃນ ສະພາບແວດລ້ອມການສຶກສາທີ່ກວ້າງຂວາງ, ປອດໄພ ແລະ ມີຄຸນນະພາບ. ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ຄູ​-ອາ​ຈານ ແລະ​ ພະ​ນັກ​ງານ​ ຂອງ​ໂຮງ​ຮຽນແຕ່​ລະ​ຄົນ ​ຈະພະ​ຍາ​ຍາມ​ ເປັນ​ແບບ​ຢ່າງດີ ​ທາງ​ດ້ານແນວຄິດ, ຄຸນສົມບັດ​ສິນ​ທຳ​ ໃຫ້​ແກ່​ນັກ​ຮຽນ ແລະ ດ້ວຍ​ຄວາມ​ກະຕືລືລົ້ນ, ຄວາມ​ມານະ​ພະຍາຍາມ​ຂອງ​ຄູ-​ອາຈານ ​ແລະ ນັກຮຽນ, ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ​ທຸກ​ຂັ້ນ, ຄູ-ອາຈານ ​ແລະ ນັກຮຽນ​ຂອງ​ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ຄໍາຂວັນຂອງ​ໂຮງຮຽນ ​ໃນ​ການ​ສອນດີ-ຮຽນ​ເກັ່ງ, ບັນລຸ​ເປົ້າ​ໝາຍ​ໃນສົກ​ຮຽນ​ໃໝ່ນີ້.




ໃນສົກຮຽນ
2024-2025 ໂຮງຮຽນໄດ້ວາງແຜນ ແລະ ຈະສູ້ຊົນ ໃຫ້ບັນລຸເປົ້າໝາຍ ທີ່ຕັ້ງໄວ້ ຄື: ຊັ້ນອະນຸບານ 3 ໃຫ້ສາມາດເສັງຂຶ້ນຫ້ອງ ປ1 ໄດ້ 100%, ການສອບເສັງເລື່ອນຊັ້ນບັນລຸໄດ້ 99%, ການສອບເສັງຈົບຊັ້ນ ປ5, 4 ແລະ ມ7 ບັນລຸໄດ້ 100%, ໃຫ້ມີນັກຮຽນເກັ່ງ ທີ່ໄດ້ຮັບລາງວັນລະດັບເມືອງ, ລະດັບແຂວງ ແລະ ລະດັບຊາດ, ມີນັກຮຽນໄດ້ຮັບໃບປະກາດແດງໃນການສອບເສັງຈົບຊັ້ນ. ພ້ອມທັງ ຈະເຂົ້າຮ່ວມ ແລະ ຍາດໃຫ້ໄດ້ລາງວັນ ໃນການແຂ່ງຂັນກິດຈະກໍານອກຫລັກສູດ (ສິລະປະ ແລະ ກິລາ). ພ້ອມນີ້, ຍັງຈະສູ້ຊົນເຮັດໃຫ້ໂຮງຮຽນ ເປັນໂຮງຮຽນສີຂຽວ, ສະອາດ, ສະພາບແວດລ້ອມດີ, ປອດຢາເສບຕິດ, ເປັນໂຮງຮຽນຕົວແບບ ແລະ ຄຸນນະພາບສູງ.

ໃນສົກຮຽນ 2023-2024 ຜ່ານມາ, ເຖິງ​ວ່າຈະ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ກໍ​ຕາມ, ແຕ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ສຶກ​ສາ ​ກໍຄື ​ກິດ​ຈະ​ກໍາ ​ເຄື່ອນໄຫວນອກຫລັກສູດ ​ຂອງ​ໂຮງ​ຮຽນ ​ໄດ້​ຮັບຜົນສໍາເລັດເປັນທີ່ໜ້າພໍໃຈ ໂດຍສະເພາະ ແມ່ນຈໍານວນນັກຮຽນເກັ່ງ ທີ່ຍາດໄດ້ອັນດັບສູງ ໃນການສອບເສັງ ນັກຮຽນເກັ່ງຂັ້ນເມືອງເພີ່ມຂຶ້ນ ເມື່ອທຽບກັບ ສົກຮຽນທີ່ຜ່ານມາ. ນັ້ນ​ເປັນ​ການ​ຢືນຢັນ ​ອີກ​ເທື່ອ​ໜຶ່ງ​ວ່າ ຄຸນ​ນະພາ​ບການ​ສຶກສາ ​ຂອງ​ໂຮງຮຽນ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ​ໄດ້​ສະ​ແດງ​ໃຫ້​ເຫັນ ​ແລະ ຮັບ​ຮູ້​ເຖິງ ຄວາມ​ມານະ​ພະຍາຍາມ ​ຂອງ​ຄູ-​ອາຈານ ​ແລະ ນັກຮຽນ​ຂອງ​ໂຮງຮຽນ ຫງວຽນ​ຢູ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top