ອິນໂດເນເຊຍ ເປີດໂຄງການຝຶກອົບຮົມຄວາມປອດໄພທາງອິນເຕີເນັດ

19/09/2024 16:01
ຂປລ ທ່ານ ບູດີ ອາຣີ ເຊເທຍດີ, ລັດຖະມົນຕີ ກະຊວງ ການສື່ສານ ແລະ ຂໍ້ມູນຂ່າວສານຂອງ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ໄດ້ດຳເນີນ ໂຄງການ ເພີ່ມພູນທັກສະ ຄວາມປອດໄພ ທາງອິນເຕີເນັດ ສຳລັບ ບຸກຄົນທົ່ວໄປ

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ບູດີ ອາຣີ ເຊເທຍດີ, ລັດຖະມົນຕີ ກະຊວງ ການສື່ສານ ແລະ ຂໍ້ມູນຂ່າວສານຂອງ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ໄດ້ດຳເນີນ ໂຄງການ ເພີ່ມພູນທັກສະ ຄວາມປອດໄພ ທາງອິນເຕີເນັດ ສຳລັບ ບຸກຄົນທົ່ວໄປ , ເຈົ້າຂອງທຸລະກິດ ແລະ ຜູ້ປະກອບການຂະໜາດຍ່ອຍ ຈຳນວນ 1 ລ້ານຄົນ ພາຍໃນ 5 ປີ ຫລື 2 ແສນຄົນຕໍ່ປີ.

ໂຄງການຝຶກອົບຮົມ ຜູ້ມີຄວາມຮູ້ ຄວາມສາມາດ ທາງດີຈິຕອນນີ້ ຄວບຄຸມຫລັກສູດ ການຮຽນຮູ້ຕ່າງໆເຊັ່ນ: ການຈັດການສິນຄ້າ, ການອັບເດດຊອບແວ ແລະ ຄວາມປອດໄພ ທາງອອນລາຍ, ການຫລຸດຄວາມສ່ຽງຖືກຫລອກລວງ ທາງອິນເຕີເນັດ ແລະ ມັລແວຣ ແລະ ການກູ້ຄືນຂໍ້ມູນ ເພື່ອທຸລະກິດ, ໂດຍຜູ້ເຂົ້າຮ່ວມ ຈະໄດ້ຮັບ ໃບປະກາດສະນິຍະບັດ ຫລັງຈາກ ຈົບຫລັກສູດ.ໂດຍມີການປະເມີນວ່າ: ອິນໂດເນເຊຍ ຕ້ອງການຜູ້ມີຄວາມຮູ້ ຄວາມສາມາດ ທາງດີຈິຕອນ ສະເລ່ຍ 458.043 ຄົນຕໍ່ປີ ໃນໄລຍະປີ 2023-2030 , ຊຶ່ງເປັນຄວາມສຳຄັນ ຂອງການລົງທຶນ ໃນຊັບພະຍາກອນມະນຸດ ດ້ານຄວາມປອດໄພ ທາງອິນເຕີເນັດ.

ໂດຍຫວັງວ່າ ໂຄງການລິເລີ່ມນີ້ ຈະຊ່ວຍໃຫ້ຜູ້ມີຄວາມຮູ້ ຄວາມສາມາດ ແລະ ຜູ້ຊຽວຊານ ພັດທະນາ ທັກສະຂອງຕົນເອງ ແລະ ກຽມພ້ອມສູ່ ການເປັນຜູ້ຊຽວຊານ ດ້ານຄວາມປອດໄພ ທາງອິນເຕີເນັດ./.

KPL

ຂ່າວອື່ນໆ

ads
ads

Top