ສປຈີນ ຈະສຳຫລວດຕົວຢ່າງປະຊາກອນໃນປີ 2025

19/09/2024 16:00
ຂປລ ສຳນັກງານ ສະຖິຕິແຫ່ງຊາດ ສປຈີນ ລາຍງານວ່າ: ສປ ຈີນຈະດຳເນີນການສຳຫລວດ ຕົວຢ່າງ ປະຊາກອນ ທົ່ວປະເທດ ໃນປີ 2025 ເພື່ອຊ່ວຍຕິດຕາມ ພັດທະນາ ປະຊາກອນຂອງປະເທດ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ສຳນັກງານ ສະຖິຕິແຫ່ງຊາດ ສປຈີນ ລາຍງານວ່າ: ສປ ຈີນຈະດຳເນີນການສຳຫລວດ ຕົວຢ່າງ ປະຊາກອນ ທົ່ວປະເທດ ໃນປີ 2025 ເພື່ອຊ່ວຍຕິດຕາມ ພັດທະນາ ປະຊາກອນຂອງປະເທດ. ສປ ຈີນ ຈະສຳຫລວດ ຂໍ້ມູນຈາກ ປະຊາຊົນ ປະມານ 5 ລ້ານຄົວເຮືອນ ໃນຈຳນວນ ປະມານ 14 ລ້ານຄົນ ຫລື 1% ຂອງປະຊາກອນ ໃນປະເທດ ນັບຕັ້ງແຕ່ ວັນທີ 1 ພະຈິກປີ 2025, ໂດຍປະຊາກອນ ກຸ່ມສຳຫລວດ ຈະຖືກສອບຖາມກ່ຽວກັບ ຂໍ້ມູນພື້ນຖານ ຕັ້ງແຕ່ອາຍຸ, ເພດ, ລະດັບການສຶກສາ, ສະຖານະພາບ ການແຕ່ງງານ ຈົນເຖິງ ສະຖານທີ່ ຢູ່ອາໄສ. ໃນຂະນະທີ່ ສປຈີນ ເລີ່ມຕົ້ນການສຳຫລວດ ຕົວຢ່າງ ປະຊາກອນ ຄັ້ງທຳ ອິດໃນປີ 1987 ແລະ ດຳເນີນການສຳຫລວດນີ້ ຮອບທີ 4 ແລ້ວ./.

KPL

ຂ່າວອື່ນໆ

ads
ads

Top