ອົດສະຕຣາລີ ຈະຫ້າມນໍາເຂົ້າຜະລິດຕະພັນຫີນປອມ

19/09/2024 16:03
ຂປລ ລັດຖະມົນຕີ ການຈ້າງງານ ແລະ ຄວາມສຳພັນ ໃນການເຮັດວຽກ ແລະ ທ່ານ ໂທນີ ເບີຣກ ລັດຖະມົນຕີ ກິດຈະການ ພາຍໃນ ຂອງອົດສະຕຣາລີ ຮ່ວມກັນປະກາດ ແຜນການຫ້າມນໍາເຂົ້າ ຜະລິດຕະພັນ ຫີນປອມ

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ທ່ານ ເມີຣເຣຍ ວັດ, ລັດຖະມົນຕີ ການຈ້າງງານ ແລະ ຄວາມສຳພັນ ໃນການເຮັດວຽກ ແລະ ທ່ານ ໂທນີ ເບີຣກ ລັດຖະມົນຕີ ກິດຈະການ ພາຍໃນ ຂອງອົດສະຕຣາລີ ຮ່ວມກັນປະກາດ ແຜນການຫ້າມນໍາເຂົ້າ ຜະລິດຕະພັນ ຫີນປອມ ຊຶ່ງເຊື່ອມໂຍງກັບ ພະຍາດ ຊີລີໂຄຊີສ (silicosis) ຫລື ພະຍາດປອດ ຈາກຝຸ່ນຫີນ ເລີ່ມແຕ່ເດືອນ ມັງກອນປີ 2025.

ໂດຍລາຍງານຈາກ ເຊຟ ເວີດຣ ອົດສະຕຣາລີ (Safe Work Australia) ເມື່ອປີ 2023 ພົບວ່າ: ຄວາມສ່ຽງ ຂອງພະຍາດ ຊີລີໂຄຊິສ ທີ່ເຊື່ອມໂຍງກັບ ຂະບວນການ ຕັດແຜ່ນຫີນທຽມ ເປັນຄວາມສ່ຽງ ຕໍ່ຊ່າງຫີນ ທີ່ອາດຍອມຮັບໄດ້ , ຊຶ່ງພະຍາດ ຊີລີໂຄຊີສ ເປັນພະຍາດ ປອດຊໍ້າເຮື້ອ ທີ່ອັນຕະລາຍ ເຖິງຊີວິດ ຊຶ່ງເກີດຈາກ ການຫາຍໃຈເອົາ ຊິລິກາ ໃນປະລີມານຫລາຍ.ຂະນະທີ່ ອົດສະຕຣາລີ ກະຕຸ້ນລັດຖະບານ ໃຫ້ບັງຄັບໃຊ້ ຄຳສັ່ງຫ້າມ, ຈັດຊື້ ແລະ ຜະລິດຕະພັນ ຫີນທຽມ ພາຍໃນປະເທດ ເປັນແຫ່ງທຳອິດຂອງໂລກ ຊຶ່ງມີຜົນບັງຄັບໃຊ້ ເມື່ອເດືອນກໍລະກົດ ທີ່ຜ່ານມາ./.

KPL

ຂ່າວອື່ນໆ

ads
ads

Top