ກອງພັນນັກຮຽນທີ 1 ຮວຜທ ສະຫລຸບ ວຽກງານຮອບດ້ານ 6 ເດືອນຕົ້ນປີ 2024

12/09/2024 19:52
Email Print 2127
ຂປລ ຂປລ. ກອງພັນນັກຮຽນທີ 1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ​ໃນ ວັນທີ 12 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ກອງ ຮ້ອຍ ​ແລະ ນ້ອງນັກຮຽນທົ່ວກອງພັນທີ 1 ເຂົ້າຮ່ວມ.

ຂປລ. ກອງພັນນັກຮຽນທີ 1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ​ໃນ ວັນທີ 12 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ກອງ ຮ້ອຍ ​ແລະ ນ້ອງນັກຮຽນທົ່ວກອງພັນທີ 1 ເຂົ້າຮ່ວມ.

ສະຫາຍ ພັນໂທ ແສນ ດວງມີໄຊ ຫົວໜ້າການທະຫານ ກອງພັນນັກຮຽນທີ 1 ໄດ້ສະຫລຸບຄືນວຽກງານການເຄື່ອນໄຫວໃນໄລຍະຜ່ານມາ ​ໂດຍຍົກໃຫ້ເຫັນຫລາຍດ້ານທີ່ພົ້ນເດັ່ນ ​ໃນການຄຸ້ມຄອງ ນຳພາ-ຊີ້ນຳ, ສຶກສາອົບຮົມ ແລະ ນຳພານັກຮຽນປະຕິບັດ ບັນດາຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກຂອງກອງທັບ ກໍຄື ໂຮງຮຽນວາງອອກໄດ້ຢ່າງເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມ ການເມືອງນຳພາແນວຄິດ ຖືເປັນສຳຄັນສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານຂອງກົມກອງ, ຕິດ ຕາມການເຄື່ອນໄຫວ ຂອງນັກຮຽນເວລາຂຶ້ນຫ້ອງ, ລົງຫ້ອງ. ຈາກນີ້, ຍັງໄດ້ເອົາໃຈໃສ່ປ້ອງກັນເວນ ຍາມຂອບເຂດຮັບຜິດຊອບ ມີຄວາມສະຫງົບປອດໄພ 100%, ພ້ອມທັງປຸກລະດົມໃຫ້ພະນັກງານ-ນັກຮົບເອົາໃຈໃສ່ຢ່າງຕັ້ງໜ້າ ໃນການອອກແຮງເພີ່ມພູນ ຜະລິດຜົນຕາມທິດ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການວາງອອກ ໄດ້ຢ່າງເຂັ້ມງວດ. ໃນນີ້, ນັກຮຽນ ປູກຜັກຊະນິດຕ່າງໆໄດ້ທັງໝົດ 170 ກິໂລກຣາມ, ເປັນເງິນ 680.000 ກີບ, ຄຽງຄູ່ກັນນີ້ ຍັງໄດ້ປະຕິບັດນະໂຍບາຍ ຕໍ່ພະນັກງານ-ນັກຮົບ ທີ່ເຈັບເປັນອື່ນໆ, ປັບປຸງບູລະນະກົມກອງໃຫ້ມີຄວາມຮັບປະກັນ, ສະອາດຈົບງາມ ແລະ ວຽກງານປີ່ນອ້ອມຂອງ ກົມກອງກໍມີຜົນສຳເລັດສູງ.

ພ້ອມ​ນີ້, ກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການໃນຕໍ່ໜ້າ ຢ່າງກົງໄປກົງມາ, ພ້ອມທັງ ມອບຂອງຂວັນໃຫ້ບຸກຄົນດີເດັ່ນທາງດ້ານການຮ່ຳຮຽນ ປະເພດ 1 ຈຳນວນ 8 ສະຫາຍ, ປະເພດ 2 ຈຳນວນ 14 ສະຫາຍ.

​ໂອກາດ​ນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ງານໃນໄລຍະຜ່ານມາ ແລະ ຍັງໄດ້ຮຽກຮ້ອງໃຫ້ຄະນະບັນຊາກອງພັນ, ກອງຮ້ອຍຕ້ອງໄດ້ເອົາໃຈໃສ່ໃກ້ຊິດຕິດແທດອ້າຍນ້ອງຂອງຕົນ ນຳພາ-ຊີ້ນຳເຄື່ອນໄຫວໜ້າທີ່ວຽກງານຢູ້ພາຍໃນກົມກອງ, ຊຸກຍູ້ນັກຮຽນໃຫ້ມີຄວາມກະຕືລືລົ້ນ, ຫ້າວຫັນໃນການສຶກສາຄົ້ນຄວ້າຮໍ່າຮຽນ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ໃນການປະຕິບັດ ຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກຂອງກອງ ທັບໃຫ້ມີຄວາມເຂັ້ມງວດເຂັ້ມແຂງ, ເອົາໃຈໃສ່ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນຂະບວນການຕ່າງໆ ຂອງກົມກອງ ກໍຄື ຂອງໂຮງຮຽນຈັດຂຶ້ນ, ພ້ອມກັນຍົກສູງສະຕິຕໍ່ການຈັດຕັ້ງ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ໃຫ້ທັນກັບສະພາບການ, ພ້ອມກັນສ້າງກົມກອງໃຫ້ກາຍເປັນກົມກອງ 3 ປອດ ຄື: ປອດໃສ, ປອດໄພ, ປອດຄະດີ ແລະ ກົມກອງວັດທະນະທຳ-ນັກຮົບ ວັດທະນະທຳ.

ຂ່າວ: ໂອລິນ ມີ່ງມີໄຊ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top