ຍີ່ປຸ່ນ-ສ.ເກົາຫລີ-ອົງການຈັດຕັ້ງສາກົນ ໃຫ້ການຊ່ວຍເຫລືອ ສສ ຫວຽດນາມ ຈາກພາຍຸຢາກິ

12/09/2024 22:47
Email Print 768
ຂປລ ຕາມແຫລ່ງຂ່າວຈາກ ສະຖານທູດ ຍີ່ປຸ່ນ ແລະ ສະຖານທູດ ສ.ເກົາຫລີ ປະຈຳ ຫວຽດນາມ ເປີດເຜີຍວ່າ: ລັດຖະບານ ສອງປະເທດນີ້ ໄດ້ຕົກລົງ ເຫັນດີ ໃຫ້ການຊ່ວຍເຫລືອ ທາງດ້ານສິນຄ້າ, ເຄື່ອງອຸປະກອນສຸກ ເສີນ ໃຫ້ແກ່ ລັດຖະບານ ຫວຽດນາມ ເພື່ອແກ້ໄຂ ຜົນຮ້າຍ ຢ້ອນຫລັງ ຈາກພາຍຸ ຢາກິ(Yagi)

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 12 ກັນຍາ, ຕາມແຫລ່ງຂ່າວຈາກ ສະຖານທູດ ຍີ່ປຸ່ນ ແລະ ສະຖານທູດ ສ.ເກົາຫລີ ປະຈຳ ຫວຽດນາມ ເປີດເຜີຍວ່າ:  ລັດຖະບານ ສອງປະເທດນີ້ ໄດ້ຕົກລົງ ເຫັນດີ ໃຫ້ການຊ່ວຍເຫລືອ ທາງດ້ານສິນຄ້າ, ເຄື່ອງອຸປະກອນ ສຸກເສີນ ໃຫ້ແກ່ ລັດຖະບານ ຫວຽດນາມ ເພື່ອແກ້ໄຂ ຜົນຮ້າຍ ຢ້ອນຫລັງ ຈາກພາຍຸ ຢາກິ(Yagi) ກໍ່ຂຶ້ນຢູ່ ບັນດາແຂວງ, ນະຄອນ ພາກເໜືອ. ເຄື່ອງຊ່ວຍເຫລືອສຸກເສີນ ຈະໄດ້ສົ່ງ ຜ່ານອົງການ ຮ່ວມມື ສາກົນ ຍີ່ປຸ່ນ (JICA). ລັດຖະບານ ສ.ເກົາຫລີ ໄດ້ຕົກລົງສະໜອງ ເຄື່ອງຊ່ວຍເຫລືອ ມະນຸດສະທຳ ໃຫ້ແກ່ ສສ ຫວຽດນາມ ລວມມູນຄ່າ 2 ລ້ານໂດລາສະຫະລັດ. ທ່ານ ນາງ Pauline Tamesis ຜູ້ປະສານງານ ອົງການ ສປຊ ປະຈຳ ສສ ຫວຽດນາມ, ບັນດາອົງການຮັບຜິດຊອບ ແຕ່ລະຂົງເຂດ ສະເພາະ ຈະໃຫ້ການຊ່ວຍເຫລືອໃນແຕ່ລະບັນຫາ ລະອຽດ ເຊັ່ນ ກອງທຶນ ເພື່ອເດັກສາກົນ (UNICEF) ຈະຊ່ວຍເຫລືອ ໃນບັນຫາກ່ຽວກັບເດັກ, ອົງການ ສາທາລະນະສຸກ ຈະໃຫ້ການຊ່ວຍເຫລືອ ກ່ຽວກັບ ຢາປິ່ນປົວພະຍາດ.ຂະນະທີ່ ບັນດາອົງການຈັດຕັ້ງ ສາກົນ ໂດຍສະເພາະ ອົງການຮ່ວມມື ສາກົນ  ຍີ່ປຸ່ນ (JICA), ອົງການ ອາຫານ ແລະ ການກະເສດ ສປຊ (FAO), ອົງການຮ່ວມມື ພັດທະນາ ເຢຍລະມັນ, ອົງການພັດທະນາ ສາກົນຂອງ ສ.ອາເມລິກາ, ສະຖານທູດ ບັນດາປະເທດ ອັງກິດ, ສະວິດ, ການາດາ, ຍີ່ປຸ່ນ, ອົດສະຕຣາລີ ໄດ້ໃຫ້ ຄຳໝັ້ນສັນຍາ ໃຫ້ການຊ່ວຍເຫລືອ ເຊັ່ນດຽວກັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

    • ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58ຂ່າວຕ່າງປະເທດ

      ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58

      9/21/2026 7:49:34 AM

      ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ເສດ​ຖະ​ກິດ​ ອາ​ຊຽນ ​ຄັ້ງ​ທີ 58 ແລະ ກອງ​ປະ​ຊຸມ​ຕ່າງໆ ​ທີ່​ປິ່ນ​ອ້ອມ ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນ ມານີ້ ​ຢູ່ຟີ​ລິບ​ປິນ ​ເຊິ່ງ​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ອາ​ຊຽນ. ​ໂດຍທຸ​ກຝ່າຍ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ເສດ​ຖະ​ກິດ​ພາກ​ພື້ນ, ການ​ຄ້າ ແລະ ການ​ລົງ​ທຶນ, ເສດ​ຖະ​ກິດ ​ດີ​ຈີ​ຕອນ, ການ​ປະ​ດິດ​ສ້າງ​ໃໝ່, ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ແລະ ຫົວ​ຂໍ້​ອື່ນໆ.

    • ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ຂ່າວຕ່າງປະເທດ

      ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026

      9/21/2026 7:49:12 AM

      ພິທີເປີດສັບປະດາ ການອອກແບບ ອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜ່າຈວ້າງກວາງຊີ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງອາຊຽນ ດ້ວຍຄວາມອັດສະລິຍະ, ການສ້າງສັນຮ່ວມກັນ ຜ່ານການອອກແບບ”

    • ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງຂ່າວຕ່າງປະເທດ

      ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງ

      9/21/2026 7:48:48 AM

      ໃນຖານະເປັນປະເທດການຄ້າສິນຄ້າ ທີ່ໃຫຍ່ທີ່ສຸດໃນໂລກ, ສປ ຈີນ ຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ ຂອງການຄ້າໂລກ. ຜູ້​ຮັບ​ຜິດ​ຊອບ​ດັ່ງ​ກ່າວ ກ່າວວ່າ: ນັບ​ແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການນຳ ເຂົ້າສິນ​ຄ້າຂອງ ສປ ຈີນ ​ໄດ້ເພີ່ມຂຶ້ນ 22%, ເຊິ່ງເປັນຈັງຫວະ ທີ່ໄວທີ່ສຸດ ນັບຕັ້ງແຕ່ປີ 2021 ເປັນ​ຕົ້ນ​ມາ

    • ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາ ດ້ານເສດຖະກິດການຄ້າ ຮອບໃໝ່ຂ່າວຕ່າງປະເທດ

      ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາ ດ້ານເສດຖະກິດການຄ້າ ຮອບໃໝ່

      9/21/2026 7:48:15 AM

      ​ຕາມການຕົກ​ລົງ​ຂອງ ສປ ​ຈີນ-ສ.ອາ​ເມ​ລິກາ​, ​ທ່ານ​ ເຮີ​ລີ້​ເຟີ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ຈະ​ນຳ​ພາ​ຄະ​ນະ​ເດີນ​ທາງ​ໄປ ສ.​ອາ​ເມ​ລິກາ ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​​ ດ້ານເສດ​ຖະ​ກິດ​ການ​ຄ້າ​ໃນ​ ລະ​ຫວ່າງ ວັນ​ທີ 19 ຫາ 23 ກັນ​ຍາ​ນີ້.

    • ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 20 ເປີດຂຶ້ນຢ່າງເປັນທາງການຂ່າວຕ່າງປະເທດ

      ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 20 ເປີດຂຶ້ນຢ່າງເປັນທາງການ

      9/21/2026 7:46:59 AM

      ພິທີເປີດງານມະຫະກໍາກິລາ ເອຊຽນເກມ ຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນນາໂກຢາ ປະເທດຍີ່ປຸ່ນ. ສໍາລັບ ຄະນະນັກກິລາ ຈີນ ທີ່ເຂົ້າຮ່ວມ ແຂ່ງຂັນໃນ ງານກິລາເອຊຽນເກມ ຄັ້ງນີ້ມີທັງໝົດ 815 ຄົນ ຈະເຂົ້າຮ່ວມການແຂ່ງຂັນ 38 ປະເພດ ກິລາ ແລະ 369 ລາຍການ.

ads
ads

Top