ຄົນດັງໃນວົງການບັນເທີງແບ່ງປັນນໍ້າໃຈຊ່ວຍຜູ້ປະສົບໄພນໍ້າຖ້ວມ

12/09/2024 08:04
Email Print 764
ຂປລ ດັ່ງທີ່​ເຮົາ​ຮູ້​ນໍາ​ກັນ​ແລ້ວ​ວ່າ ປັດຈຸບັນ ​ທາງ​ພາກ​ເໜືອຂອງ​ລາວ ​ໂດຍ​ສະ​ເພາະ ​ແມ່ນ​ແຂວງ​ຫລວງ​ນໍ້າ​ທາ ພວມປະສົບ​ໄພນໍ້າ​ຖຖ້ວມໜັກໜ່ວງ ​ເຊິ່ງມັນ​ໄດ້​ສ້າງ​ຄວາມ​​ເສຍ​ຫາຍຕໍ່ຊີວິດ ​ແລະ ສັບສິນ, ຜົນລະປູກ​ຂອງ​ປະຊາຊົນເປັນວົງກວ້າງ.

ດັ່ງທີ່​ເຮົາ​ຮູ້​ນໍາ​ກັນ​ແລ້ວ​ວ່າ ປັດຈຸບັນ ​ທາງ​ພາກ​ເໜືອຂອງ​ລາວ ​ໂດຍ​ສະ​ເພາະ ​ແມ່ນ​ແຂວງ​ຫລວງ​ນໍ້າ​ທາພວມປະສົບ​ໄພນໍ້າ​ຖຖ້ວມໜັກໜ່ວງ  ​ເຊິ່ງມັນ​ໄດ້​ສ້າງ​ຄວາມ​​ເສຍ​ຫາຍຕໍ່ຊີວິດ ​ແລະ ສັບສິນ, ຜົນລະປູກ​ຂອງ​ປະຊາຊົນເປັນວົງກວ້າງ.

ດ້ວຍມູນເຊື້ອອັນດີງາມຂອງປວງຊົນລາວບັນດາເຜົ່າບໍ່ປະບໍ່ຖິ້ມກັນ ແລະ ຍິ່ງປຸ້ມລຸມສາມັກຄີເປັນອັນໜຶ່ງອັນດຽວກັນ, ເຮັດ​ໃຫ້​ໃນ​ເວລາ​ນີ້ ​ໄດ້​ເຫັນ​ນໍ້າ​ໃຈ​ ແລະ ຄວາມເມດຕາທີ່​ເອື້ອຍ​ເຟື້ອ​ເພື່ອ​ແຜ່​ຂອງ​ຄົນ​ລາວ ທຸກ​ພາກສ່ວນໄດ້ຫລັ່ງໄຫລເປັນສາຍບຸນເຂົ້າໄປຊ່ວຍ. ​ໃນ​ນັ້ນ, ບັນດາສິລະປິນ, ຮັກ​ຮ້ອງ, ນັກ​ແດງ , ນາງ​ງາມ ​ແລະ ຄົນ​ທີ່​ມີ​ຊື່ສຽງ​ໃນ​ສືອອນ​ລາຍ ກໍ​ໄດ້ແບ່ງປັນ​ນໍ້າ​ໃຈ  ບໍ່​ວ່າ​ຈະ​ເປັນ​ເງິນສົດ, ​ເຄື່ອງ​ອຸປະ​​ໂພ​ກ, ບໍລິ​ໂພ​ກ ເພື່ອ​ບັນ​ເທົ່າ​ທຸ​ກ​ໃຫ້​ປະຊາຊົນ​ທີ່ີ​ໄດ້​ຮັບ​ຜົນ​ກະທົບ​​ໃນ​ຄັ້ງ​ນີ້.

ມື້​ນີ້ ຂໍນຳ​ເອົາ​ພາບ​ບັນຍາກາດບາງ​ສ່ວນ ມາ​ນໍາ​ສະ​​ເໜີ​ ເພື່ອ​​ເປັນການ​ຍ້ອງຍໍ​ຊົມ​ເຊີຍນໍ້າ​ໃຈ​ຂອງ​ຄົນ​ລາວ​ບໍ່​ຖີ້ມ​ກັນ​ໃນ​ຍາມ​ປະສົບ​ບັນຫາ.

ໂດຍ: ມາລີດາ; ກວດແກ້: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top