ນັກເຕັ້ນລາວຄວ້າລາງວັນ ຫລຽນຄຳ ໃນເທສະການເຕັ້ນນານາຊາດ

05/09/2024 12:48
Email Print 995
ຂປລ ທ້າຍເດືອນຜ່ານມານັກເຕັ້ນ10 ຄົນ ຈາກ Fanglao ໄດ້ສ້າງຄວາມພາກພູມໃຈໃຫ້ປະເທດລາວ ດ້ວຍການຄວ້າລາງວັນ ຫລຽນຄຳ ໃນເທສະການເຕັ້ນນານາຊາດ (International Dance Festival) ທີ່ເມືອງເຫວ້, ຫວຽດນາມ ປະຈຳປີ 2024.

     *ທ້າຍເດືອນຜ່ານມານັກເຕັ້ນ10 ຄົນ ຈາກ Fanglao ໄດ້ສ້າງຄວາມພາກພູມໃຈໃຫ້ປະເທດລາວ ດ້ວຍການຄວ້າລາງວັນ ຫລຽນຄຳ ໃນເທສະການເຕັ້ນນານາຊາດ  (International Dance Festival) ທີ່ເມືອງເຫວ້, ຫວຽດນາມ ປະຈຳປີ 2024.   ໂດຍກຸ່ມນັກເຕັ້ນຂອງປະເທດລາວ ໄດ້ເລືອກການເຕ້ັນແນວ Hiphop Contemporary ທີ່ມີຊື່ວ່າ “ ການເກັບກ່ຽວ (THE HARVEST)” ທີ່ອອກແບບການເຕັ້ນໂດຍ “ກ່າກ້າ - ອຸ່ນຫລ້າ ພາອຸດົມ” ຜູ້ເປັນນັກເຕັ້ນ , ເປັນແກນ ຫລັກຂອງ Fanglao ອີກຢ່າງໜຶ່ງ ບົດເຕັ້ນນີ້ຈະບໍ່ສາມາດເກີດຂຶ້ນໄດ ຫາກບໍ່ມີຄວາມສາມັກຄືເປັນຈິດໜຶ່ງໃຈດຽວຂອງທີມງານທຸກໆຄົນ ໂດຍການສະແດງນີ້ໄດ້ສະແດງສ່ອງແສງເຖິງການເຄ່ືອນໄຫວ ການໃຊ້ຊີວິດປະຈຳວັນຂອງຊາວກະສິກອນ, ກັບບັນຍາກາດສົດໃສມີຊີວິດຊີວາຂອງໝູ່ບ້ານ, ແລະ ການສະເຫລີມສະຫລອງລະດູການເກັບກ່ຽວທີ່ເບີກບານມ່ວນຊື່ນເຊ່ິງ ມັນໄດ້ສະແດງເຖິງຄວາມດຸໝັ່ນຂະຫຍັນຂັນພຽນຂອງຊາວກະສິກອນ ແລະ ຄວາມຜູກພັນລະຫວ່າງຊາວກະສິກອນກັບຜືນແຜ່ນດິນອັນສວຍງາມ.

    Fanglao ແມ່ນໂຮງຮຽນ ສອນເຕ້ັນທີ່ມີຊື່ສຽງຂອງລາວ ທີ່ສ້າງນັກເຕັ້ນທີ່ມີສີມືມາແລ້ວຫລາຍຄົນ ແລະ ແຕ່ລະຄົນທີ່ຜ່ານການຝຶກຝົນຈາກ Fanglao ກໍປະສົບຜົນສໍາເລັດໃນຊິວິດ ໂດຍການນໍາໄປຕໍ່ຍອດໃນວຽກງານຂອງຕົນເອງ, ບາງຄົນກໍກາຍເປັນຄົນທີ່ມີ ຊື່ສຽງໃນໂລກອອນລາຍ ຍ້ອນການ ສະແດງເຕັ້ນ.

ໂດຍ: ມາລີດາໂດຍ: ມາລີດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top