ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດ

04/09/2024 16:47
Email Print 2407
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມເຜີຍແຜ່ແຜນ ການວຽກງານປ້ອງກັນພາຍໃນ ແລະ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 3 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອານ ທົ່ວໂຮງຮຽນເຂົ້າຮ່ວມ.

ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມເຜີຍແຜ່ແຜນ ການວຽກງານປ້ອງກັນພາຍໃນ ແລະ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 3 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອານ ທົ່ວໂຮງຮຽນເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານແຜນການເຄື່ອນໄຫວ ວຽກງານປ້ອງກັນພາຍໃນ ປະຈຳປີ 2024-2025 ແລະ ແຜນການເຄື່ອນໄຫວວຽກງານປ້ອງກັນພາຍໃນ (ນັກຮົບປ້ອງກັນ); ຜ່ານຂໍ້ຕົກລົງອະ ນຸມັດເປີດຂະບວນການຂໍ້ແຂ່ງຂັນກໍ່ສ້າງກອງ 3 ປອດ ແລະ ແຜນການກໍ່ສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈຳປີ 2024-2025; ຜ່ານເນື້ອໃນຂໍ້ແຂ່ງຂັນກອງ 3 ປອດ, ປອດໃສ, ປອດໄພ, ປອດຄະດີ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຂະບວນການແຂ່ງຂັນ ກອງ 3 ປອດ ປະຈຳປີ 2024-2025. ຈາກນັ້ນ, ຕ່າງໜ້າຄະນະພັກ-ຄະນະຫ້ອງ 4 ຫ້ອງ 2 ກອງພັນ ກໍໄດ້ພ້ອມກັນຂຶ້ນຈັດມືຮັບເອົາຂໍ້ແຂ່ງຂັນການສ້າງກອງ 3 ປອດ ຕື່ມອີກ.

ໂອກາດນີ້, ສະຫາຍ ພັກເອກ ສະແຫວງ ແດນນາມົນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນເຖິງບັນຫາຕ່າງໆ ສະພາບພາຍນອກ ແລະ ສະພາບພາຍໃນໂຮງຮຽນ, ພ້ອມທັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໂດຍສະເພາະ ວຽກງານປ້ອງກັນພາຍໃນ, ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ນຳພາກົມກອງຈັດຕັ້ງການຮຽນ-ການສອນ ຕາມໂຄງການຫລັກ ສູດ, ປັບປຸງກໍ່ສ້າງພັກ-ພະນັກງານ ເຮັດໃຫ້ການຈັດຕັ້ງພັກ-ການຈັດຕັ້ງບັນຊາ ໄດ້ຮັບການປັບປຸງດີຂຶ້ນ, ພ້ອມກັນເອົາໃຈໃສ່ໃນກໍ່ສ້າງກົມກອງ 3 ປອດ, ປອດໃສ, ປອດໄພ, ປອດຄະດີ ໃຫ້ສາມາດສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຄຸນນະພາບ ແລະ ຄາດໝາຍຕາມແຜນການທີ່ກຳນົດໄວ້.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກສຶກສາ-ກິລາ

      ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

      10/28/2026 9:51:27 AM

      ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

ads
ads

Top