ສະຫລຸບຜົນ ກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງ ທາງໂທລະຄົມ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ

03/09/2024 14:12
Email Print 1081
ຂປລ ຂປລ. ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ ຂ້າມຊາດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນຜິ້ງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ສະຫລຸບຜົນການລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງ ທາງໂທລະຄົມຂ້າມຊາດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໂດຍມີ ທ່ານ ພົຕ ສາຍໃຈ ກົມມະສິດ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີສະພາບໍລິຫານເສດຖະກິດພິເສດສາມຫລ່ຽມຄໍາ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ, ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເຂົ້າຮ່ວມ



ຂປລ. ເມື່ອບໍ່ດົນມານີ້
, ຄະນະຮັບຜິດຊອບລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ ຂ້າມຊາດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນຜິ້ງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ສະຫລຸບຜົນການລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງ ທາງໂທລະຄົມຂ້າມຊາດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໂດຍມີ ທ່ານ ພົຕ ສາຍໃຈ ກົມມະສິດ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີສະພາບໍລິຫານເສດຖະກິດພິເສດສາມຫລ່ຽມຄໍາ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ, ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເຂົ້າຮ່ວມ ເຊິ່ງການລົງກວດກາຄັ້ງນີ້ ເປັນຄັ້ງທີ 11 ເລີ່ມປະຕິບັດການ ມາແຕ່ວັນທີ 26-29 ສິງຫາ 2024.




ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ການລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ ຂ້າມຊາດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ຄັ້ງນີ້ ແມ່ນໄດ້ລົງກວດກາຢູ່ 46 ຫົວໜ່ວຍທຸລະກິດ. ຜ່ານການລົງກວດກາ ຕົວຈິງ ສ່ວນຫລາຍແມ່ນ ບໍ່ພົບເຈົ້າຂອງຫົວໜ່ວຍທຸລະກິດ
, ແຕ່ສາມາດກວດພົບ ແລະ ຢຶດຂອງກາງ ກໍຄື ອຸປະກອນທີ່ນຳໃຊ້ເຂົ້າໃນ ການເຄື່ອນໄຫວສໍ້ໂກງທາງໂທລະຄົມ ໄດ້ເປັນຈຳນວນຫລາຍ ເປັນຕົ້ນ ຄອມພິວເຕີຕັ້ງໂຕະ 10.288 ເຄື່ອງ, ໂນດບຸກ 189 ເຄື່ອງ, ໂທລະສັບມືຖື 11.063 ເຄື່ອງ, ອຸປະກອນຮັບ-ສົ່ງສັນຍານ 2.702 ຊຸດ, ເຄື່ອງພິມເອກະສານ(ປິນເຕີ) 17 ເຄື່ອງ, ເງິນສົດ 710 ຢວນ, ຕູ້ເຊບ 189 ໜ່ວຍ, ໂຕະ 3.040 ໜ່ວຍ, ຕັ້ງອີ້ 16.934 ໜ່ວຍ, ຕຸ້ເຢັນ 20 ໜ່ວຍ, ຕູ້ນໍ້າຮ້ອນ-ເຢັນ 17 ໜ່ວຍ, ແອເຢັນ 14 ໜ່ວຍ, ພັດລົມ 9 ໜ່ວຍ, ໂຊຟາ 7 ໜ່ວຍ, ລໍາໂພງ 5 ໜ່ວຍ, ລົດເກັງ 1 ຄັນ. ສຳລັບ ຂອງກາງທີ່ຢຶດໄດ້ ຄະນະຮັບຜິດຊອບ ໄດ້ເຮັດບົດບັນທຶກ ແລະ ອາຍັດ ໂດຍຮູບການໃຊ້ກະແຈລ໋ອກປະຕູ ເຂົ້າ-ອອກ ບໍລິເວນສະຖານທີ່ ທີ່ລົງກວດກາ. 



ສຳລັບ ບໍລິສັດ ບໍລິຫານຈັດການໄຊເບີລາວ ຈໍາກັດ ຫລື
LCM ແມ່ນແນະນໍາໃຫ້ປະກອບເອກະສານ ແລະ ເປັນຕົວແທນປະສານງານ ການຄຸ້ມຄອງບໍລິຫານບັນດາບໍລິສັດ ທີ່ໄດ້ຂຶ້ນທະບຽນກິດຈະການເກມອອນລາຍ ຫລື ການພະນັນອອນລາຍ ແມ່ນໃຫ້ກໍານົດສະຖານທີ່ ແລະ ເວລາ, ໃຫ້ມາແຈ້ງບັນຊີ, ຂໍ້ມູນລະອຽດຂອງບັນດາບໍລິສັດ ທີ່ຂຶ້ນກັບ 16 ບໍລິສັດແມ່ ແລະ 75 ສາຂາຍ່ອຍ ທີ່ຂຶ້ນກັບ 9 ບໍລິສັດແມ່ ເປັນຕົ້ນ ຊື່ຕຶກ, ຊັ້ນ, ເບີຫ້ອງ, ຈໍານວນຫ້ອງ, ອຸປະກອນເຮັດວຽກ, ຄອມພິວເຕີ, ໂນດບຸກ, ມືຖື, ໂຕະ, ຕັ່ງ, ເຄື່ອງຮັບສັນຍານເນັດ, ເບີໂທ, ຊິມໂທຕ່າງໆ ແລະ ຈໍານວນແຮງງານ ແຕ່ລະສັນຊາດຢ່າງລະອຽດ.

ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top