ສູນກາງຊາວໜຸ່ມ ມອບຫລຽນທີ່ລະນຶກ 65 ປີ ໃຫ້ນັກຮຽນທີ່ໄດ້ຮັບລາງວັນ ນັກຮຽນເກັ່ງໂອແລັມປິກ

07/08/2024 15:17
Email Print 2357
ຂປລ ຂປລ. ວັນ​ທີ 7 ສິງຫາ 2024 ນີ້, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຈັດພິທີມອບຫລຽນທີ່ລະນຶກ 65 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ນັກຮຽນທີ່ໄດ້ຮັບລາງວັນ ຈາກການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດ ໂອ​ແລັມປິກ ທີ່ປະເທດອົດສະຕຣາລີ ຈໍານວນ 12 ຄົນ ​ໂດຍມີ ທ່ານ ທອງຈັນ ພູມີພັນ ຮອງເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ, ທ່ານ ນາງ ມີນາ ສີວິໄລ ຫົວໜ້າກົມຂະບວນການຊາວໜຸ່ມ, ມີນັກຮຽນ, ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງເຂົ້າເຂົ້າຮ່ວມ.



ຂປລ. ວັນ​ທີ 7 ສິງຫາ 2024 ນີ້, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຈັດພິທີມອບຫລຽນທີ່ລະນຶກ
65 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ນັກຮຽນທີ່ໄດ້ຮັບລາງວັນ ຈາກການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດ ໂອ​ແລັມປິກ ທີ່ປະເທດອົດສະຕຣາລີ ຈໍານວນ 12 ຄົນ ​ໂດຍມີ ທ່ານ ທອງຈັນ ພູມີພັນ ຮອງເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ, ທ່ານ ນາງ ມີນາ ສີວິໄລ ຫົວໜ້າກົມຂະບວນການຊາວໜຸ່ມ, ມີນັກຮຽນ, ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງເຂົ້າເຂົ້າຮ່ວມ.



ໂອກາດນີ້
, ທ່ານ ນາງ ສຸດຖະໜອມ ຟອງມີໄຊ ຮອງອໍານວຍການ ໂຮງຮຽນນານາຊາດລາວ ໄດ້ໃຫ້ຮູ້ວ່າ: ​ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້, ນັກຮຽນ​ຈາກ ສປປ ລາວ ​ໄດ້​ເຂົ້າ​ຮ່ວມ 12 ຄົນ ​ແລະ ​ໄດ້ຮັບຫລຽນໝົດທຸກຄົນ ລວມທັງ​ໝົດ 12 ຫລຽນ. ​ໃນ​ນັ້ນ, ນັກຮຽນຈາກໂຮງຮຽນນານາຊາດລາວ ໄດ້ລາງວັນ 2 ຫລຽນຄຳ, 2 ຫລຽນເງິນ ແລະ 5 ຫລຽນທອງ ໃນການແຂ່ງຂັນ ຄະນິດສາດສາກົນ ແລະ 1 ຫລຽນທອງ ໃນການແຂ່ງຂັນພາສາອັງກິດ ​ແລະ ນັກຮຽນ ຈາກໂຮງຮຽນ ພອນສະຫວັນ ໄດ້ຮັບ 2 ຫລຽນເງິນ ວິຊາຄະນິດສາດ. ໃນນັ້ນ, ທ້າວ ນິທິພູມ ຈະເລີນໄຊ ນັກຮຽນຈາກ ໂຮງຮຽນນານາຊາດລາວ ໄດ້ຮັບລາງວັນພິເສດ ທີ່ມີຄະແນນສູງສຸດໃນການແຂ່ງຂັນ ວິຊາຄະນິດສາດສາກົນ ​ເຊິ່ງເປັນຄັ້ງປະຫວັດສາດ ແລະ ຄັ້ງທຳອິດ ທີ່ເດັກນ້ອຍລາວເຮົາ ໄດ້ສ້າງຜົນງານອັນດີເລີດ ເຊິ່ງສະແດງໃຫ້ເຫັນວ່າ ການສຶກສາຂອງລາວເຮົາ ມີອັນພົ້ນເດັ່ນ, ທັງເປັນຄວາມພາກພູມ ຢ່າງຍິ່ງໃຫ້ທາງໂຮງຮຽນ ແລະ ຜູ້ປົກຄອງ ທີ່ນ້ອງໆໄດ້ເປັນຕົວແທນ ໃຫ້ແກ່ເຍົາວະຊົນ ແລະ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຂົ້້າຮ່ວມການແຂ່ງຂັນໃນລະດັບສາກົນ ຄັ້ງນີ້.



ທ່ານ ນາງ ສຸດຖະໜອມ ຟອງມີໄຊ ຍັງໃຫ້ຮູ້ອີກວ່າ: ການແຂ່ງຂັນໃນຄັ້ງນີ້
, ທາງໂຮງຮຽນໄດ້ວາງແຜນຮ່ວມກັບຄູ-ອາຈານ ແລະ ມອບໃຫ້ຄູ-ອາຈານ ປະຈຳສາຍແຕ່ລະວິຊາເຮັດປ້າຍໂຄສະນາຕິດ ຕາມສະຖານທີ່ໃນໂຮງຮຽນ ແລະ ທີ່ສາທາລະນະ. ຈາກນັ້ນ, ກໍໄດ້ຈັດການຝຶກຊ້ອມ ຢູ່ພາຍໃນໂຮງຮຽນ 2-3 ຊົ່ວ​ໂມງ/ອາທິດ ເພື່ອກຽມຄວາມພ້ອມໃນການສອບເສັງ ຮອບທ້ອງຖິ່ນ ​ໂດຍສອບເສັງແບບອອນລາຍ ໃນວັນທີ 25 ກຸມພາ 2024. ພາຍຫລັງທີ່ໄດ້ຮັບຮູ້ຜົນຜູ້​ທີ່​ຜ່ານການສອບເສັງ ທາງໂຮງຮຽນກໍໄດ້ຈັດກອງປະຊຸມ ກັບຜູ້ປົກຄອງ ເພື່ອກະກຽມຄວາມພ້ອມ ໃນການໄປສອບເສັງ ໃນຂັ້ນຕໍ່ໄປ ກໍຄື ທີ່ເມືອງຊິດນີ (Sydney) ປະເທດອົດສະຕາລີ ໃນລະຫວ່າງວັນທີ 14- 21 ເມສາ 2024 ​ເຊິ່ງການແຂ່ງຂັນໃນຮອບນີ້, ມີນັກຮຽນຫລາຍກ່ວາ 4.800 ຄົນ ຈາກ 32 ປະເທດ ເຂົ້າຮ່ວມໃນການແຂ່ງຂັນ ຄະນິດສາດສາກົນ (IMEC) ແລະ ການແຂ່ງຂັນພາສາອັງກິດ (JEO).



ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top