ຟ້າຈະເລີນ ຈຸນລະມຸນ ມີສເອີຣລາວ 2024

05/08/2024 11:15
Email Print 944
ຂປລ ຈົບລົງໄປແລ້ວສໍາລັບການປະກວດມີສເອີຣລາວ 2024 ທີ່ຈັດຂຶ້ນ ໃນທ້າຍເດືອນຜ່ານມາ ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ມວນຊົນທີ່ເຂົ້າຮ່ວມຊົມຮ່ວມເຊຍ ເພື່ອເປັນກໍາລັງໃຫ້ສາວງາມ ໃນການສະແດງຄວາມສາມາດ ເພື່ອມັດໃຈຄະນະກໍາມະການ ຈົນສາມາດເຂົ້າຮອບສຸດທ້າຍ.

    *ຈົບລົງໄປແລ້ວສໍາລັບການປະກວດມີສເອີຣລາວ 2024 ທີ່ຈັດຂຶ້ນ ໃນທ້າຍເດືອນຜ່ານມາ ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ມວນຊົນທີ່ເຂົ້າຮ່ວມຊົມຮ່ວມເຊຍ ເພື່ອເປັນກໍາລັງໃຫ້ສາວງາມ ໃນການສະແດງຄວາມສາມາດ ເພື່ອມັດໃຈຄະນະກໍາມະການ ຈົນສາມາດເຂົ້າຮອບສຸດທ້າຍ ເພື່ອວັດຄວາມສາມາດຜ່ານການຕອບຄໍາຖາມຜົນປະກົດວ່າຄໍາຕອບຂອງນາງ ຟ້າ ຈະລິນ ຈຸນລະມຸນຕີ ສາມາດຊະນະໃຈກໍາມະການຈົນສາມາດຄວ້າມົງກຸດມີສເອີຣລາວ 2024 ມາຄອງ ໄດ້ສໍາເລັດ.

    ນາງ ຟ້າຈະລິນ ຈຸນລະມຸນຕີ ມີສເອີຣລາວ 2024 ໄດ້ສະແດງຄວາມຄິດເຫັນຜ່ານເຟສບຸກວ່າ: ຈົບລົງໄປແລ້ວກັບການປະກວດ Miss Earth Laos 2024 ຕ້ອງຂໍຂອບໃຈພໍ່ແມ່ອ້າຍເອື້ອຍທີ່ສະໜັບສະໜູນ ໃຫ້ກໍາລັງໃຈຕັ້ງແຕ່ເລີ່ມຕົ້ນ ຈົນມື້ທີ່ໄດ້ຮັບຕໍາແໜ່ງນີ້ມາຄອງໄດ້ສໍາເລັດ ຕົນເອງຮູ້ສຶກພູມໃຈ ແລະ ດີໃຈຫລາຍທີ່ໄດ້ຮັບຕຳແໜ່ງອັນຊົງກຽດນີ້ ເພາະກວ່າຈະມາຮອດຈຸດນີ້ໄດ້ຕ້ອງກ້າວຂ້າມຜ່ານຄວາມຢ້ານກົວຂອງຕົນເອງ ແລະ ພະຍາຍາມຝຶກຝົນຕົນເອງບໍ່ວ່າຈະເປັນກິລິຍາທ່າທາງ, ບຸກຄະລິກ, ການເວົ້າຈາ ແລະ ວັດທະນະທໍາລາວເພື່ອຄວາມພ້ອມທີ່ຈະໂຕແມ່ຍິງລາວທີ່ຈະເປັນໂຕແທນແມ່ຍິງລາວ ທີ່ຈະໄປປະກວດໃນເວທີສາກົນທີ່ຈະຈັດຂຶ້ນທີ່ປະເທດຟິລິບປິນໃນໄວໆນີ້.

   ສຸດທ້າຍ ຂໍຂອບໃຈທີມງາມກອງປະກວດມີສເອີສທຸກຄົນ, ຂອບໃຈຜູ້ເຂົ້າປະກວດ Miss Earth Laos 2024 ທຸກຄົນທີ່ຮ່ວມທຸກຮ່ວມສຸກກັນມາທຸກຄົນ ເກັ່ງຫລາຍຂໍນັບຖືໃນຄວາມພະຍາຍາມ ແລະ ການພັດທະນາຂອງທຸກຄົນມັນເຮັດ ໃຫ້ເຮົາຮູ້ວ່າເຮົາຕ້ອງພະຍາຍາມໃຫ້ຫລາຍຂຶ້ນເພື່ອທີ່ຈະໄປຮອດຝັນໃນເວທີສາກົນ.

ໂດຍ: ສາວຜູ້ໄທ

KPL

ຂ່າວອື່ນໆ

ads
ads

Top