ນະໂຍບາຍດຶງດູດການທ່ອງທ່ຽວ ຂອງບັນດາປະເທດໃນອາຊຽນ

31/07/2024 10:27
Email Print 1450
ຂປລ ບັນດາ 10 ປະເທດສະມາຊິກອາຊຽນມີຮີດຄອງປະເພນີ ແລະວິຖີການດໍາລົງຊີວິດຄ້າຍຄືກັນສະຫນິດແຫນ້ນແຕ່ບູຮານນາການ.

   *ບັນດາ 10 ປະເທດສະມາຊິກອາຊຽນມີຮີດຄອງປະເພນີ ແລະວິຖີການດໍາລົງຊີວິດຄ້າຍຄືກັນສະຫນິດແຫນ້ນແຕ່ບູຮານນາການ. ສະນັ້ນ, ບໍ່ວ່າຈະເປັນການຈັດງານບຸນ, ການນຸ່ງຖື, ການກິນຢູ່ ແລະ ເທສະການສໍາຄັນມັກຈະແດງອອກຄ້າຍກັນ.

   ອີງຕາມການລາຍງານຂອງອີງຕາມການລາຍງານຂອງ ASEAN Main Portal ໃນຫົວຂໍ້: “ມື້ພັກລັດຖະການຂອງປະເທດສະມາຊິກອາຊຽນ ປີ 2024” ພົບວ່າ: ໃນປີ 2024 ປະເທດອິນໂດເນເຊຍຄືປະເທດທີ່ມີມື້ພັກລັດຖະການສູງທີ່ສຸດໃນພູມມີພາກດ້ວຍຈຳນວນ 27 ວັນ, ໃນຂະນະທີ່ ສປປ ລາວ ແມ່ນມີມື້ພັກລັດຖະການພຽງແຕ່ 9 ວັນເທົ່ານັ້ນ ເຊິ່ງໜ້ອຍທີ່ສຸດໃນອາຊຽນ.

   ໃນນັ້ນ 10 ອັນດັບມີດັ່ງນີ້: 1. ປະເທດອິນໂດເນເຊຍ 27 ວັນ, 2. ປະເທດກຳປູເຈຍ 22 ວັນ, 3. ປະເທດມຽນມາ 19 ວັນ, ປະເທດຟິລິບປິນ 18 ວັນ, 5. ປະເທດໄທ 18 ວັນ, 6. ປະເທດບຣູໄນ 16 ວັນ, 7. ປະເທດມາເລເຊຍ  16 ວັນ, 8. ປະເທດຫວຽດນາມ 15 ວັນ, 9. ປະເທດສິງກະໂປ 11 ວັນ ແລະ 10. ປະເທດລາວ  9 ວັນ. ໂດຍສະເພາະປະເທດອິນໂດເນເຊຍໂດຍຂໍ້ມູນດັ່ງກ່າວ, ສະແດງໃຫ້ເຫັນເຖິງຄວາມຫລາກຫລາຍ ຂອງວັດທະນະທຳ ແລະ ສາສະໜາຂອງປະເທດ ເຊິ່ງໄດ້ມີບຸນປະເພນີ ແລະ ວັນສຳຄັນຕ່າງໆ ໃຫ້ສະເຫລີມສະຫລອງ. ໃນຂະນະດຽວກັນ, ວັນພັກລັດຖະການທີ່ໜ້ອຍກວ່າຂອງປະເທດລາວເຮົາ ກໍໄດ້ສະແດງໃຫ້ເຫັນເຖິງການກຳນົດ, ຈັດສັນວັນພັກໃຫ້ສອດຄ່ອງກັບສະພາບສັງຄົມ, ເສດຖະກິດ ແລະ ວັດທະນະທຳ ທີ່ແຕກຕ່າງກັນຂອງບັນດາປະເທດສະມາຊິກອາຊຽນ.

   ແຕ່ເຖິງແນວໃດກໍດີ ປະເທດທີ່ມີວັນພັກຫລາຍກວ່າຊາດອື່ນໆ ຊໍ້າພັດມີຕົວເລກການຂະຫຍາຍຕົວເສດຖະກິດຂ້ອນຂ້າງດີ ແລະ ມີການຈັບຈ່າຍໃຊ້ດີເຮັດໃຫ້ເສດຖະກິດມີການຂັບເຄື່ອນໄດ້ໄວ ໂດຍສະເພາະພາກອຸດສາຫະກໍາທ່ອງທ່ຽວ. ສະເພາະ ສປປ ລາວ, ໄທ, ຫວຽດນາມ, ກໍາປູເຈຍເຫັນວ່າການພັກໄລຍະປີໃໝ່ຂອງເຂົາເຈົ້າຈະໃຊ້ເວລາແກ່ຍາວກວ່າວັນພັກອື່ນໆ ເຊິ່ງໄລຍະນັ້ນ ເສດຖະກິດທ່ອງທ່ຽວມີການເໜັງຕີງດີທີ່ສຸດ. 

   ໂດຍ:ເກີດຂວັນໃຈ ມາລີຈັນສີ.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top