3 ຊາດ (ລາວ-ຈີນ-ໄທ) ບັນລຸເປົ້າໝາຍບໍລິການແລ່ນລົດໄຟຂ້າມແດນ

29/07/2024 11:43
Email Print 1575
ຂປລ 3 ໂຄງການກໍ່ສ້າງເສັ້ນທາງລົດໄຟ (ເສັ້ນທາງໄຟລາວ-ຈີນ, ເສັ້ນທາງລົດໄຟ ລາວ-ໄທ ແລະ ເສັ້ນທາງລົດໄຟລາວ-ຫວຽດນາມ) ປ່ຽນປະຫວັດສາດຂອງ ສປປ ລາວ ຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນ ແລະ ເປັນສູນກາງທາງຜ່ານຂອງອາຊຽນ ທີ່ໜ້າສົນໃຈຂອງປະຊາຄົມໂລກ.

*3 ໂຄງການກໍ່ສ້າງເສັ້ນທາງລົດໄຟ (ເສັ້ນທາງໄຟລາວ-ຈີນ, ເສັ້ນທາງລົດໄຟ ລາວ-ໄທ ແລະ ເສັ້ນທາງລົດໄຟລາວ-ຫວຽດນາມ) ປ່ຽນປະຫວັດສາດຂອງ ສປປ ລາວ ຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນ ແລະ ເປັນສູນກາງທາງຜ່ານຂອງອາຊຽນທີ່ໜ້າສົນໃຈຂອງປະຊາຄົມໂລກ. ສປປ ລາວ ມີປະຊາກອນຫລາຍກວ່າ 7 ລ້ານຄົນ, ເສດຖະກິດສ່ວນໃຫຍ່ແມ່ນອາໃສພາກອຸດສາຫະກໍາພະລັງງານ-ບໍ່ແຮ່, ທ່ອງທ່ຽວ, ກະສິກໍາ ແລະ ອື່ນໆເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກ ດັ່ງທີ່ຮູ້ນໍາກັນໃນຊຸມປີ 2018- 2019 ຜ່ານມານັ້ນລັດຖະບານໄດ້ລາຍງານວ່າພາກອຸດສາຫະກໍາ ທ່ອງທ່ຽວເປັນໜຶ່ງໃນຍຸດທະສາດສໍາຄັນຂອງປະເທດ ເຊິ່ງສາມາດສ້າງລາຍຮັບເຂົ້າປະເທດເປັນອັນດັບຕ້ົນໆຮອງຈາກຂະແໜງພະລັງງານ-ບໍ່ແຮ່ ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວເກືອບ 5 ລ້ານຄົນ, ສ້າງລາຍຮັບເຂົ້າປະເທດເກືອບ 700 ລ້ານໂດລາສະຫະລັດ.

   

   ດ້ວຍເຫດນັ້ນພາຍຫລັງ ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດໃຫ້ບໍລິການໃນທ້າຍປີ 2021 ເຫັນໄດ້ຈະແຈ້ງວ່າມີນັກທ່ອງທ່ຽວເດີນທາງເຂົ້າ-ອອກ ເພີ່ມຂຶ້ນແບບກ້າວກະໂດດ ນອກຈາກນັ້ນການຂົນສົ່ງສິນຄ້າ ແລະ ທຸກລະບົບເສັ້ນທາງຕິດພັນກັບພາກບໍລິການອ່ືນໆກໍຂະຫຍາຍຕົວຢ່າງວ່ອງໄວຍ້ອນວ່າການເດີນທາງ ແລະ ຂົນສິນຄ້າດ້ວຍລົດໄຟນັ້ນມີຄວາມສະດວກສະບາຍກວ່າ, ປະຢັດເງິນກວ່າ, ປະຢັດເວລາກວ່າ, ບັນທຸກໄດ້ຫລາຍກວ່າ ແລະ ມີຄວາມປອດໄພສູງກວ່າ. ເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບການຕີລາຄາ ແລະ ຮັບຮູ້ຈະແຈ້ງວ່າເປັນໂຄງການຕົວແບບດີເດັ່ນທໍາອິດ ໃນການພັດທະນາເສັ້ນທາງລົດໄຟຄວາມໄວປານກາງ-ຄວາມໄວສູງໃນ ສປປ ລາວ ລວມທັງອາຊຽນ ສະນັ້ນການພັດທະນາເສັ້ນທາງລົດໄຟຫວ່າງປະເທດ ໄດ້ສ້າງຄວາມຕື່ນຕົວໃນລະດັບພາກພື້ນ ແລະ ສາກົນເປັນຂະບວນຟົດຟື້ນເຊິ່ງສອດຄ່ອງກັບນະໂຍບາຍຂອງພັກ- ລັດຖະບານລາວ ໃນສົ່ງເສີມການພັດທະນາສີຂຽວລວມທັງອາຊຽນອີກດ້ວຍ.ຫລ້າສຸດໃນວັນທີ 20 ກໍລະກົດ 2024 ນີ້ ລັດຖະບານລາວ-ໄທ ກໍໄດ້ຮ່ວມກັນຈັດພິທີເປີດແລ່ນລົດໄຟຂົນສົ່ງຜູ້ໂດຍສານຂ້າມຊາຍແດນລະຫວ່າງ ລາວ-ໄທ ທີ່ສະຖານີລົດໄພບ້ານ ຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄປເຖິນະຄອນຫລວງບາງກອກຂອງໄທ.

    ທ່ານ ຫີນເພັດ ຫລ້າຄອນວົງ ຮອງຫົວໜ້າກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງລາຍງານວ່າ: ພິທີເປີດແລ່ນລົດໄຟຂົນສົ່ງຜູ້ໂດຍສານລາວ-ໄທ ແຕ່ບ້ານຄໍາສະຫວາດ ນະຄອນຫລວງວຽງຈັນ ຫາ ບາງກອກສະຖານີກຸງເທບອະພິວັດ, ເປັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ໄທ ທ່ານາແລ້ງ-ຄໍາສະຫວາດ ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫລືອທາງດ້ານງົບປະມານໃຫ້ແກ່ ສປປ ລາວ ຈາກ ລັດຖະບານໄທຜ່ານອົງການ NEDA ຊຶ່ງນອນໃນແຜນຍຸດທະສາດການພັດທະນາເສ້ັນທາງລົດໄຟ ເຊ່ືອມຕ່ໍລາວ- ໄທ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນການຊ່ວຍເຫລືອທີ່ມີຄວາມໝາຍຄວາມສຳຄັນ ແລະ ຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນທັງເປັນການພັດທະນາໂຄງລ່າງພື້ນຖານ ຂອງ ສປປ ລາວ, ໂຄງການນີ້ແມ່ນໃຊ້ງົບປະມານທັງໝົດ 1.650.000.000 ບາດ (ສະກຸນເງິນໄທ), ໃນນີ້ເປັນເງິນກູ້ 70% ແລະ ຊວ່ຍເຫລືອ 30 %.

    ລົດໄຟຂົນສົ່ງຜູ້ໂດຍສານ ລາວ-ໄທ ແມ່ນໜຶ່ງໃນບັນດາໂຄງການຮ່ວມມືຂອງສອງລັດຖະບານ ລາວ ແລະ ໄທ ໃນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ໄປ-ມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ໄທ ແລະ ການຂົນສົ່ງລະຫວ່າງ ປະເທດເພື່ອສົ່ງເສີມດ້ານການຄ້າ- ການລົງທຶນ ແລະ ທ່ອງທ່ຽວກໍຄືການນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດຢູ່ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ອາຊີຕາເວັນອອກ-ສ່ຽງໃຕ້ໃນການເຊື່ອມໂຍງ-ເຊື່ອມຈອດພື້ນ ຖານໂຄງລ່າງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເໜືອ-ໃຕ້.

    ແຕ່ເຖິງແນວໃດກໍດີ ສປປ ລາວ ແລະ ສສ ຫວຽດນາມ ກໍເຫັນຄວາມສໍາຄັນໃນໂຄງການພັດທະນາເສັ້ນທາງລົດໄຟເຊື່ອມຕໍ່ເຊັ່ນກັນເມື່ອບໍລິສັດ ປີໂຕລຽມເທດດິ້ງ ລາວມະຫາຊົນ, ຕາງຝ່າຍລາວໄດ້ປະກາດວ່າໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ທີ່ເຊື່ອມຕໍ່ແຕ່ນະຄອນຫລວງວຽງຈັນ ໄປຫາທ່າເຮືອຫວຸ້ງອ່າງແຂວງຮາຕິງ, ສສ ຫວຽດນາມ ພວມດໍາເນີນການສຶກສາສໍາຫລວດ ແລະ ຊອກຫາແຫລ່ງທຶນເພື່ອກ້າວໄປການຈັດຕັ້ງປະຕິບັດ ແລະ ດຳເນີນການກ່ໍສ້າງຢ່າງເປັນທາງການໃນອະນາຄົດ, ຄາດວ່າຖ້າໂຄງການເສັ້ນທາງລົດໄຟລາວ-ຫວຽດນາມ ເກີດຂຶ້ນແທ້ອາດຈະໃຊ້ງົບປະມານລົງທຶນ 4-5 ຕື້ໂດລາ.

    ລາວ-ຫວຽດນາມ ເກີດຂຶ້ນແທ້ອາດຈະໃຊ້ງົບປະມານລົງທຶນ 4-5 ຕື້ໂດລາ.ໂດຍຄາດການໄລຍະທຳອິດໃນການກໍ່ສ້າງແມ່ນຈະເລີ່ມກ່ໍສ້າງໃນສ່ວນ ຂອງຊາຍແດນຫວຽດນາມ ຫາ ເມືອງທ່າແຂກ ແຂວງຄຳມ່ວນ ດ້ວຍໄລຍະທາງ 139.18 ກິໂລແມັດ ເຊິ່ງຄາດວ່າຈະມີການນຳທຶນຈາກສະຖາບັນການເງິນສາກົນມາກໍ່ສ້າງໃນພາກສ່ວນນີ້, ໄລຍະທາງລວມທັງໝົດແຕ່ນະຄອນຫລວງວຽງຈັນ ສປປ ລາວ ໄປຫາທ່າເຮືອຫວຸ້ງອ່າງ ແຂວງຮາຕິງ  ສສ  ຫວຽດນາມ ປະມານ  544 ກິໂລແມັດ. ເສັ້ນທາງລົດໄຟລາວ-ຫວຽດນາມ ດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການ Lao Logistics Link (LLL) ເຊິ່ງບໍລິສັດ ປີໂຕລຽມເທດດິ້ງລາວມະຫາຊົນ ໄດ້ຮັບໄຟຂຽວເປັນຄູ່ຮ່ວມມືກັບລັດຖະບານລາວ ແລະ ຫວຽດນາມ ເພື່ອພັດທະນາ ແລະ ດຳເນີນທຸລະກິດ. ການພັດທະນາໂຄງສ້າງທາງລົງໄຟ ລາວ-ຫວຽດນາມ ແມ່ນໜຶ່ງໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃນການບັນລຸວິໄສທັດຂອງລັດຖະບານລາວ ແລະ ຍຸດທະສາດການພັດທະນາປະເທດຊາດ ວ່າດ້ວຍການຫັນປ່ຽນລາວທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງບົກແນໃສ່ການ ສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ-ສັງຄົມ ໃຫ້ແກ່ສອງປະເທດໃນການຈັດຕັ້ງປະຕິບັດໂຄງການ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top