ປາກິດສະຖານ ຜະເຊີນກັບ ອາກາດຮ້ອນ ຂະຫຍາຍເວລາ ປິດໂຮງຮຽນ ກວ່າ 100.000 ແຫ່ງ

25/07/2024 18:18
Email Print 446
ຂປລ ວັນພັກແລ້ງ ຂອງ ໂຮງຮຽນ ທາງພາກໃຕ້ ຂອງປະເທດ ຈະຂະຫຍາຍ ອອກໄປອີກ 2 ອາທິດ ເນື່ອງຈາກ ອຸນຫະພູມສູງ, ສົ່ງຜົນກະທົບ ຕໍ່ໂຮງຮຽນ ຫລາຍກວ່າ 100 .000 ແຫ່ງ.

ຂປລ.  ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ເມືອງ ກາຣາຈີ ປະເທດ ປາກິດສະຖານ ເມື່ອວັນທີ 25 ກໍລະກົດ,  ເຈົ້າໜ້າທີ່ ກະຊວງສຶກສາ ທິການ ປາກິດສະຖານ ກ່າວວ່າ: ວັນພັກແລ້ງ ຂອງ ໂຮງຮຽນ ທາງພາກໃຕ້ ຂອງປະເທດ ຈະຂະຫຍາຍ ອອກໄປອີກ 2 ອາທິດ ເນື່ອງຈາກ ອຸນຫະພູມສູງ, ​ສົ່ງຜົນກະທົບ ຕໍ່ໂຮງຮຽນ ຫລາຍກວ່າ 100 .000 ແຫ່ງ.

ປັດຈຸບັນ, ປາກິດສະຖານ ມີຄວາມສ່ຽງຫລາຍ ຕໍ່ສະພາບ ອາກາດ  ເນື່ອງຈາກ ສະພາບອາກາດ ປ່ຽນແປງ ເຊັ່ນ: ຄື້ນຄວາມຮ້ອນ ເພີ່ມຂຶ້ນ ລວມເຖິງ ກະແສລົມມໍລະສຸມ ຢ່າງໜັກ ແລະ ຍາວນານຂຶ້ນ. ປາກິດສະຖານ ໄດ້ປະສົບກັບ ຄື້ນຄວາມຮ້ອນ ຫລາຍຮອບ ໃນເດືອນພືດສະພາ-ເດືອນມິຖຸນາ ຜ່ານມາ , ໂດຍສະເພາະ ຫລາຍພື້ນທີ່ໃນແຄວ້ນສິນ ມີອຸນຫະພູມ ສູງກວ່າ 50 ອົງສາ.​ ໃນຂະນະທີ່ ທາງການ ໃນແຄວ້ນ ປັນຈາບ ຊຶ່ງເປັນ ແຄວ້ນທີ່ມີ ປະຊາກອນ ຫລາຍທີ່ສຸດຂອງປະເທດ. ສະນັ້ນ  ວັນພັກ ລະດູຮ້ອນ ໄດ້ເລີ່ມຂຶ້ນ ໃນເດືອນພືດສະພາ ຊຶ່ງໄວກວ່າເດີມ 1 ອາທິດ ເພື່ອປ້ອງກັນ ເດັກນ້ອຍ ຈາກ ສະພາບອາກາດ ທີ່ຮ້ອນອົບເອົ້າ./

KPL

ຂ່າວອື່ນໆ

ads
ads

Top