ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ

25/07/2024 14:10
Email Print 431
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ແຂວງຈໍາປາສັກ​ ປາຖະກະຖາ ເລົ່າຄືນມູນເຊື້ອວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ໃນວັນທີ 23 ກໍລະກົດ 2024

  ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ແຂວງຈໍາປາສັກ​ ປາຖະກະຖາ ເລົ່າຄືນມູນເຊື້ອວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ໃນວັນທີ 23 ກໍລະກົດ 2024 ທີ່ຫໍວັດທະນະທຳບັນດາເຜົ່າ​ ຈໍາປາສັກ​ ໂດຍການເຂົ້າຮ່ວມຂອງທ່ານ ອະລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ປະທານສະຫະພັນແມ່ຍິງ ແຂວງຈຳປາສັກ​ ພ້ອມດ້ວຍ​ການນຳເພດຍິງຂອງແຂວງ, ຄະນະປະທານຮາກຖານ, ໜ່ວຍສະຫະພັນພະແນກການກົມກອງອ້ອມຂ້າງແຂວງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງແຂວງ ເຂົ້າຮ່ວມ.
  ການປາຖະກະຖາຄັ້ງນີ້ ໂດຍທ່ານ ອະລຸນໄຊ ສູນນະລາດ ຊຶ່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ໂດຍສະເພາະ ເຫດການຂອງອົງການຈັດຕັ້ງແມ່ຍິງໃນເມື່ອກ່ອນ ສະຫະພັນແມ່ຍິງລາວ ທີ່ໄດ້ມີພາລະບົດບາດ ແລະ ໜ້າທີ່ ຂອງການຈັດຕັ້ງແມ່ຍິງໃນໄລຍະເບື້ອງຕົ້ນ ແມ່ນເບິ່ງແຍງ
, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານໃຫ້ພະນັກງານ, ທະຫານ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມ ຂອງສັດຕູດ້ວຍຫລາຍຮູບແບບ ແລະ ຫລາຍວິທີການ ພ້ອມທັງລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກ, ຫລານ ອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ ປະຢັດເຂົ້າປາອາຫານ ເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານຕາມການຈັດຕັ້ງມອບໝາຍ ດ້ວຍຄວາມຮັບຜິດຊອບສູງ.​ ພັກເຫັນວ່າການຈັດຕັ້ງແມ່ຍິງ (ໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ) ໄດ້ຂະຫຍາຍຕົວຢ່າງກວ້າງຂວາງຢູ່ຕາມບ້ານ, ຢາຍຢູ່ທົ່ວທຸກແຫ່ງໃນເຂດພື້ນຖານຂອງການປະຕິວັດ. ດັ່ງນັ້ນ, ສົມຄວນຈະມີການຈັດຕັ້ງຢູ່ຂັ້ນສູນກາງ ເພື່ອຄຸ້ມຄອງນໍາພາ ຫລື ບໍລິຫານງານລວມ ແລະ ທັງໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດ ຂອງແມ່ຍິງໃນໂລກ ທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ ເທື່ອລະກ້າວ. ດັ່ງນັ້ນ, ວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າ ວຽກງານແມ່ຍິງຂຶ້ນຢ່າງເປັນທາງການ (ເປັນຕົ້ນກຳເນີດ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວປັດຈຸບັນ) ແຕ່ງຕັ້ງຄະນະໜ່ວຍ ຊຶ່ງໃນເວລານັ້ນ ໄດ້ຮັບມອບໝາຍປະຕິບັດ 2 ໜ້າວຽກ ຄື: ຄົ້ນຄວ້າຮ່າງກົດລະບຽບ, ໂຄງການດໍາເນີນງານ ຂອງການຈັດຕັ້ງ ເພື່ອກະກຽມຈັດຕັ້ງເປັນໜ່ວຍແມ່ຍິງໃນຂັ້ນຕໍ່ໄປ; ຄົ້ນຄວ້າສະພາບສັງຄົມລາວ ໂດຍສະເພາະ ກ່ຽວກັບຮີດຄອງປະເພນີອັນເກົ່າແກ່ຫລ້າຫລັງ ທີ່ກົດໜ່ວງຄວາມກ້າວໜ້າຂອງແມ່ຍິງ ແລະ ສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ທີ່ຄວນປະລະ ເພື່ອໂຄສະນາໃຫ້ປະຊາຊົນທົ່ວໄປຮັບຮູ້ ພ້ອມທັງປຸກລະດົມຂົນຂວາຍແມ່ຍິງ ໃຫ້ມີຄວາມຕື່ນຕົວ ກັບສະພາບດ້ອຍໂອກາດຂອງຕົນເອງ ແລະ ບຸກບືນກ້າວຂຶ້ນ.
  ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ກຳນົດໄວ້ໃນກົດລະບຽບ, ໂຄງການດຳເນີນງານຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງຂອງພັກ ໃນແຕ່ລະໄລຍະ. ​ຈຸດປະສົງ​ ກໍເພື່ອແນໃສ່ໃຫ້ບັນດາສະມາຊິກ ສະຫະພັນແມ່ຍິງທຸກຄົນທີ່ເຂົ້າຮ່ວມ​ ໄດ້ຮັບຮູ້ປະຫວັດມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວ ເພື່ອນຳໄປຜັນຂະຫຍາຍໃຫ້ກວ້າງຂວາງ.

ຂ່າວ​-ພາບ​: ສົມພິດ
KPL

ຂ່າວອື່ນໆ

ads
ads

Top