ພັກ-ລັດຖະບານ ໃຫ້ຄວາມສຳຄັນຕໍ່ການພັດທະນາ ແມ່ຍິງລາວບັນດາເຜົ່າ

24/07/2024 10:04
Email Print 474
ຂປລ ເຖິງວ່າ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ໄດ້ຜ່ານພົ້ນໄປທ່າມກາງບັນຍາກາດທີ່ທຸກອົງການຈັດຕັ້ງ ໄດ້ພ້ອມກັນຈັດກິດຈະກຳເພື່ອສະເຫລີມສະຫລອງວັນດັ່ງກ່າວ ຢ່າງຟົດຟື້ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຂະນະທີ່ໜັງສືພິມປະເທດລາວ ສະບັບວັນທີ 23 ໄດ້ສະເໜີບົດກ່ຽວກັບ “ສະຫະພັນແມ່ຍິງ ຮສສ ມີຜົນງານພົ້ນເດັ່ນ”.

     *ເຖິງວ່າ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ໄດ້ຜ່ານພົ້ນໄປທ່າມກາງບັນຍາກາດທີ່ທຸກອົງການຈັດຕັ້ງ ໄດ້ພ້ອມກັນຈັດກິດຈະກຳເພື່ອສະເຫລີມສະຫລອງວັນດັ່ງກ່າວ ຢ່າງຟົດຟື້ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຂະນະທີ່ໜັງສືພິມ ປະເທດລາວ ສະບັບວັນທີ 23 ໄດ້ສະເໜີບົດກ່ຽວກັບ “ສະຫະພັນແມ່ຍິງ ຮສສ ມີຜົນງານພົ້ນເດັ່ນ” ຈາກ ທ່ານ ນາງ ມອນທອງ ອິນທະວົງ ປະທານສະຫະພັນແມ່ຍິງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ທ່ານຜູ້ອ່ານແລ້ວ ແລະ ມາມື້ນີ້ຂໍສະເໜີກ່ຽວກັບພັກ-ລັດຖະບານໃຫ້ຄວາມສຳຄັນຕໍ່ການພັດທະນາແມ່ຍິງລາວບັນດາເຜົ່າຈາກ ທ່ານ ນາງ ມອນທອງ ອິນທະວົງ ໃຫ້ທ່ານຮູ້ຕື່ມ.

   ທ່ານ ນາງ ມອນທອງ ອິນທະວົງ ໄດ້ໃຫ້ສຳພາດເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີນ້ີວ່າ: ໃນໄລຍະຜ່ານມາເຫັນວ່າພັກ ແລະ ລັດຖະບານເຮົາຍາມໃດກໍຖືແມ່ຍິງເປັນກໍາລັງແຮງອັນສໍາຄັນ ແລະ ໃຫຍ່ຫລວງໃນທຸກຂົງເຂດວຽກງານ ເນື່ອງຈາກວ່າແມ່ຍິງໄດ້ກວມຈຳນວນກວ່າເຄິ່ງໜຶ່ງຂອງພົນລະເມືອງ, ມີບົດບາດສູງໃນດ້ານການຜະລິດ ແລະ ເປັນກຳລັງແຮງພິເສດສ້າງຊັບພະຍາກອນມະນຸດທາງດ້ານປະລິມານ ແລະ ຄຸນນະພາບ, ເຊິ່ງພັກ ແລະ ລັດຖະບານເຫັນໄດ້ບົດບາດຄວາມສຳຄັນຂອງແມ່ຍິງລາວບັນດາເຜົ່າ, ພ້ອມທັງມີທິດຊີ້ນຳຕໍ່ວຽກງານແມ່ຍິງຢ່າງລະອຽດ ເພື່ອປຸກລະດົມຂົນຂວາຍເອື້ອຍນ້ອງແມ່ຍິງ ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ເວົ້າລວມ, ເວົ້າສະເພາະ ແມ່ນເອື້ອຍນ້ອງແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ຮັບການສະໜັບສະໜູນຈາກຄະນະພັກ, ຄະນະນຳກະຊວງ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ, ຄະນະປະຈຳພັກໄດ້ເອົາໃຈໃສ່ຕໍ່ການບຳລຸງ-ກໍ່ສ້າງພະນັກງານ-ລັດຖະກອນພາຍໃນກະຊວງ ໃນການຍົກລະດັບຕ່າງໆ ເປັນຕົ້ນແມ່ນບຳລຸງທິດສະດີການເມືອງທັງໄລຍະສັ້ນ ແລະ ໄລຍະຍາວໄດ້ 41 ຄົນ, ຍິງ 13 ຄົນ, ກວມ 31,70%, ກໍ່ສ້າງດ້ານວິຊາສະເພາະໄລຍະຍາວໄດ້ 26 ຄົນ, ຍົງ 10 ຄົນ, ກວມ 38,46% ແລະ ຝຶກອົບຮົມໄລຍະ ສັ້ນ 772 ເທື່ອຄົນ, ຍິງ 269 ເທື່ອ ຄົນ, ກວມ 34,84%. ແນວໃດກໍດີ ຜ່ານການເອົາໃຈໃສ່ ແລະ ສະໜັບ ສະໜູນຈາກຄະນະພັກ ຄະນະນຳ ກະຊວງ ມາຮອດປັດຈຸບັນເອື້ອຍ ນ້ອງແມ່ຍິງພາຍໃນກະຊວງ ຮສສ ໄດ້ຮັບການພັດທະນາດີຂຶ້ນ ທັງໄດ້ຮັບໜ້າທີ່ຕຳແໜ່ງລະດັບຮອງຫົວໜ້າພະແນກໃນປັດຈຸບັນມີ 46 ທ່ານ, ກວມ 48,94%; ຫົວໜ້າພະແນກ ມີ 27 ທ່ານ, ກວມ 50%; ຮອງຫົວໜ້າກົມ ມີ 6 ທ່ານ, ກວມ 22,22%; ຫົວໜ້າກົມ ມີ 3 ທ່ານ, ກວມ 30% ແລະ ລັດຖະມົນຕີ 1 ທ່ານກວມ 100%.

   ຢ່າງໃດກໍດີ ສຳລັບໃນຕໍ່ໜ້າ ໃນນາມຕົນເປັນປະທານສະຫະພັນແມ່ຍິງກະຊວງ ຮສສ ໄດ້ສືບຕໍ່ປຸກລະດົມເອື້ອຍນ້ອງແມ່ຍິງເຄື່ອນໄຫວວຽກງານ ອົງການຈັດຕັ້ງແມ່ຍິງຕາມພາລະບົດບາດ, ສິດ, ໜ້າທ່ີຂອງຕົນ ທີ່ໄດ້ກໍານົດໃນກົດລະບຽບ ແລະ ກົດໝາຍຂອງແມ່ຍິງລາວວາງອອກ ໂດຍພາຍໃຕ້ການຊີ້ນໍາ-ນໍາພາ ຂອງອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ຊຸກຍູ້ໃຫ້ບັນດາໜ່ວຍເອົາໃຈໃສ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ 8, ມະຕິກອງປະຊຸມໃຫຍ່ຂອງຜູ້ແທນແມ່ຍິງ ກະຊວງ ຮສສ ຄັ້ງທີ 6 ແລະ ເນື້ອໃນຂໍ້ແຂ່ງຂັນ 3 ດີຂອງສູນກາງສະຫະພັນແມ່ຍິງລາວວາງອອກ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂອງຜູ້ແທນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຸດທີ VII ໃຫ້ສໍາເລັດຕາມແຜນ. ທ່ານ ນາງ ມອນທອງ ອິນທະວົງ ປະທານສະຫະພັນແມ່ຍິງ ຮສສ ກ່າວ. 

ໂດຍ:ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top