ນັກຮຽນອະນຸບານ-ປະຖົມ ທີ່ໄດ້ຮັບ ຜົນກະທົບຈາກນໍ້່າຖ້ວມ ໄດ້ຮັບເຄື່ອງຊ່ວຍເຫລືອ

18/10/2024 11:45
Email Print 3347
ຂປລ ຂປລ. ເມື່ອບໍ່ດົນມານີ້, ອົງການອຸຍນີເຊບ, ອົດສະຕຣາລີ, ອົງການ USAID ແລະ ນອກແວ ປະຈໍາ ສປປ ລາວ ໄດ້ມອບຖົງເປ້ ນັກຮຽນ, ພ້ອມອຸປະກອນການຮຽນ ແລະ ເຄື່ອງໃຊ້ໃນການຮັກສາອະນາໄມພື້ນຖານ ຂອງນັກຮຽນ ໃນບັນດາໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ໄດ້ຮັບຜົນກະທົບຈາກໄພນໍ້່າຖ້ວມ ໂດຍມອບຜ່ານ ກະຊວງສຶກສາທິການ ແລະ ກິລາ

ຂປລ. ເມື່ອບໍ່ດົນມານີ້, ອົງການອຸຍນີເຊບ, ອົດສະຕຣາລີ, ອົງການ USAID ແລະ ນອກແວ ປະຈໍາ ສປປ ລາວ ໄດ້ມອບຖົງເປ້ ນັກຮຽນ, ພ້ອມອຸປະກອນການຮຽນ ແລະ ເຄື່ອງໃຊ້ໃນການຮັກສາອະນາໄມພື້ນຖານ ຂອງນັກຮຽນ ໃນບັນດາໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ໄດ້ຮັບຜົນກະທົບຈາກໄພນໍ້່າຖ້ວມ ໂດຍມອບຜ່ານ ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການຮ່ວມມື ເພື່ອສະໜັບສະໜູນ ການຟື້ນຟູການສຶກສາ ໃນເຂດທີ່ໄດ້ ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃນ ສປປ ລາວ ແນໃສ່ເພື່ອຊ່ວຍເຫລືອ ນັກຮຽນຊັ້ນອະນຸບານ 1, ອະນຸບານ 2 ແລະ ອະນຸບານ 3  ຈໍານວນ 813 ຄົນ ແລະ ນັກຮຽນຂັ້ນປະຖົມ ປ 1 ແລະ ປ 2 ຈໍານວນ 840 ຄົນ ລວມທັງໝົດ  1.653 ຄົນ ໂດຍມີ ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ, ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ອາເມລິກາປະຈຳ ສປປ ລາວ, ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າຈາກ ອົງການ ອຸຍນີເຊບ ປະຈໍາ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ຊຸດອຸປະກອນການຮຽນ ແມ່ນອອກແບບມາສະເພາະ ເພື່ອຕອບສະໜອງຕໍ່ຄວາມຕ້ອງການ ຂອງເດັກ ນ້ອຍ ໃນຊັ້ນອະນຸບານສຶກສາ ແລະ ປະຖົມສຶກສາ ໂດຍປະກອບມີເຄື່ອງຮຽນທີ່ຈຳເປັນເຊັ່ນ: ກະເປົາເປ້, ປຶ້ມຂຽນ, ສໍ, ສີທຽນ, ຜະລິດຕະພັນສຸຂະອະນາໄມ ແລະ ອຸປະກອນເຄື່ອງໃຊ້ອື່ນໆ ເຊິ່ງການຊ່ວຍເຫລືອດັ່ງກ່າວ, ເປັນສ່ວນ ໜຶ່ງຂອງຄຳໝັ້ນສັນຍາ ໃນການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ຕໍ່ການສ້າງລະບົບການສຶກສາທີ່ ເຂັ້ມແຂງ ແລະ ຮັບປະກັນວ່າ ພວກເຮົາຈະບໍ່ປ່ອຍເດັກນ້ອຍຄົນໃດ ຄົນໜຶ່ງໄວ້ຢູ່ຂ້າງຫລັງ ໃນເວລາ ເກີດວິກິດ.

ໂອກາດນີ້, ທ່ານ ສຳ​ລານ ພັນຄະວົງ ຮອງ​ລັດຖະມົນຕີ​ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ອົງການ​ສາກົນ ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນໃນຄັ້ງນີ້ ເຊິ່ງຊຸດ​ອຸປະກອນການຮຽນ ​ແມ່ນ​ຊັບພະຍາກອນ​ອັນ​ສຳຄັນ ​ຂອງ​ນັກ​ຮຽນຂອງພວກເຮົາ ເນື່ອງຈາກ ພວກເຂົາກຳລັງ​ຟື້ນ​ຟູ​ຄວາມ​ຫຍຸ້ງຍາກ ​ທີ່​ເກີດ​ຈາກ​ໄພ​ນ້ຳ​ຖ້ວມ. ທ່ານໄດ້ສະແດງຄວາມຂໍຂອບໃຈ ຢ່າງຍິ່ງ ຕໍ່ການສະໜັບສະໜູນຈາກ ອົງການ ອຸຍນີເຊບປະຈໍາລາວ, ລັດຖະບານ ອົດສະຕຣາລີ, ນອກແວ ແລະ ອົງການ USAID ເຊິ່ງສະແດງເຖິງການຮັບປະກັນວ່າ ການສຶກສາຍັງ ເປັນບຸລິມະສິດ ໃນ ເວລາທີ່ຫຍຸ້ງຍາກນີ້.

ໃນວັນ​ທີ 7 ກັນຍາ 2024​ ທີ່ຜ່ານມາ, ພາຍຸ​ໃຕ້​ຝຸ່ນຢາກິ ເຊິ່ງ​ເປັນ​ພາຍຸ​ທີ່​ຮຸນແຮງ​ທີ່​ສຸດ​ໃນ​ພາກ​ພື້ນ​ອາຊີ ໃນ​ຮອບ​ຫລາຍ​ສະຕະວັດ ໄດ້​ພັດ​ເຂົ້າ​ພາກ​ເໜືອ​ ຂອງ ສປປ ລາວ. ປະຊາຊົນປະມານ 200.000 ຄົນ ລວມ ທັງເດັກນ້ອຍຢ່າງໜ້ອຍ 48.500 ຄົນ ໄດ້ຮັບຜົນກະທົບ ຈາກພາຍຸດັ່ງກ່າວ, ເດັກນ້ອຍຢ່າງໜ້ອຍ 24.000 ຄົນ ຕ້ອງການການການຊ່ວຍເຫລືອ, ຍ້ອນຜົນກະທົບຈາກພາຍຸ​ໃຕ້​ຝຸ່ນຢາກິ ເຮັດໃຫ້ເກີດໄພນ້ຳຖ້ວມ, ໂຮງຮຽນ​ປິດການ ຮຽນ-ການສອນປະມານ 77 ແຫ່ງ​ ​ເຮັດ​ໃຫ້​ເດັກນ້ອຍ​ຫລາຍ​ພັນ​ຄົນ​ ບໍ່​ໄດ້​ຮັບ​ການ​ສຶກສາ, ຂາດການ​ຮຽນ​ ແລະ ໄດ້ຮັບຜົນກະທົບດ້ານສະພາບ​ຈິດ​ໃຈ. ດັ່ງນັ້ນ, ຈຶ່ງເປັນຮີບດ່ວນໃນການຈັດສົ່ງ ອຸປະກອນການຮຽນ-ການສອນ ໂດຍສະເພາະເຄື່ອງອຸປະກອນການຮຽນ.

ພ້ອມນີ້, ທ່ານ ບິລາລ ອູແຣັງ ເຊັບ ດູຣານິ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ອົງການ ອຸຍນີເຊບ ໃນການ ຮັບປະກັນຄວາມຕ້ອງການ ດ້ານການສຶກສາຂອງເດັກນ້ອຍ, ການສຶກສາ ແມ່ນສິດທິພື້ນຖານຂອງເດັກທຸກໆຄົນ ແລະ ທີ່ບໍ່ຄວນປ່ອຍປະລະເລີຍ ເຖິງຈະຢູ່ໃນພາວະ ສຸກເສີນກໍ່ຕາມ. ດ້ວຍການຮ່ວມມືຂອງ ອົດສະຕຣາລີ, ສະຫະ ລັດອາເມລິກາ ແລະ ນອກແວ, ພວກເຮົາຢັ້ງຢືນວ່າ ເດັກນ້ອຍ ໃນ ສປປ ລາວ ມີອຸປະກອນການຮຽນທີ່ພວກເຂົາ ຕ້ອງການ ເພື່ອສືບຕໍ່ການຮ່ຳຮຽນຂອງເຂົາເຈົ້າ ແລະ ມີຄວາມເຂັ້ມແຂງ ເພື່ອຜະເຊີນໜ້າກັບຄວາມຫຍຸ້ງຍາກ.

ການແຈກຢາຍຊຸດອຸປະກອນດັ່ງກ່າວ, ເປັນສ່ວນໜຶ່ງທີ່ສຳຄັນໃນ ການຕອບສະໜອງຢ່າງຕໍ່ເນື່ອງ ເພື່ອຊ່ວຍ ເຫລືອຊຸມຊົນທີ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມ ໃນ ສປປ ລາວ. ອົງການອຸຍນີເຊບ ປະຈຳລາວ ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ຈະສືບຕໍ່ຮ່ວມມືກັນ ຢ່າງໃກ້ຊິດກັບອຳນາດປົກຄອງທ້ອງຖິ່ນ ແລະ ຄູ່ຮ່ວມມືສາກົນ ເພື່ອຢັ້ງຢືນວ່າ ເດັກນ້ອຍໄດ້ຮັບການສຶກສາ ທີ່ພວກເຂົາຕ້ອງການ ແລະ ບຸລິມະສິດການຟື້ນຟູດັ່ງກ່າວ ເພື່ອການພັດ ທະນາແບບຍືນຍົງ ແລະ ການສ້າງຄວາມເຂັ້ມແຂງ.

ຂໍ້ມູນ-ພາບ: ອົງການ ອຸຍນີເຊບ ປະຈໍາລາວ
KPL

ຂ່າວອື່ນໆ

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກສຶກສາ-ກິລາ

      ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

      10/28/2026 9:51:27 AM

      ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

ads
ads

Top