ຫລາຍທ້ອງຖິ່ນເອົາໃຈໃສ່ປະຕິບັດວຽກງານສິ່ງແວດລ້ອມ

10/10/2024 18:24
Email Print 2348
ຂປລ ນັບວ່າ ເປັນອີກວຽກໜຶ່ງທີ່ສຳຄັນຈະເຮັດໃຫ້ສະພາບແວດລ້ອມມີຄວາມສົມບູນຫລາຍຂຶ້ນກວ່າເກົ່າ ໃນຕໍ່ໜ້າ ພາຍຫລັງຫລາຍທ້ອງຖິ່ນ.

*ນັບວ່າ ເປັນອີກວຽກໜຶ່ງທີ່ສຳຄັນຈະເຮັດໃຫ້ສະພາບແວດລ້ອມມີຄວາມສົມບູນຫລາຍຂຶ້ນກວ່າເກົ່າໃນຕໍ່ໜ້າ ພາຍຫລັງຫລາຍທ້ອງຖິ່ນໄດ້ເລັ່ງພັດທະນາວຽກງານສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນປ່າໄມ້, ຊັບພະຍາກອນນ້ຳ ດ້ວຍການສົ່ງເສີມໃຫ້ມີສ່ວນຮ່ວມປົກປັກຮັກສາຊັບພະຍາກອນເຫລົ່ານີ້ຢູ່ທ້ອງຖິ່ນຕົນ ໂດຍໄດ້ສ້າງເປັນໂຄງການ, ແຜນການຄຸ້ມຄອງທີ່ປະ ຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ສະແວດລ້ອມມີຄວາມອຸດົມສົມບູນຍືນຍົງຕະຫລອດໄປ ທັງເປັນການກອບສ່ວນຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດຕາມແຜນການຂອງລັດຖະບານວາງໄວ້.

ດັ່ງເມື່ອບໍ່ດົນມານີ້, ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ໄດ້ມີກອງປະຊຸມຮ່ວມກັບສະມາຄົມສົ່ງເສີມຄວາມຮູ້ ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມກ່ຽວກັບໂຄງການສົ່ງເສີ່ມ ການປູກ ແລະ ອະນຸລັກເຄື່ອງປ່າ ຂອງດົງໃນເຂດຫ່າງໄກຊອກຫລີກພາຍໃນ 7 ບ້ານເມືອງຜາອຸດົມ ເຊິ່ງກອງປະຊຸມໄດ້ຜ່ານບົດບັນທຶກຄວາມເຂົ້າໃຈໂຄງການສົ່ງເສີ່ມການປູກ ແລະ ອະນຸລັກເຄື່ອງປ່າ ຂອງດົງໃນເຂດຊົນນະບົດ. ໂດຍ ການເປັນປະທານຂອງ ທ່ານ ສີບຸນ ເຮືອງ ພັນທຸລັກ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້, ມີຕາງໜ້າ ຈາກກະຊວງກະສິກຳ ແລະ ປ່າໄມ້, ກະຊວງການຕ່າງປະເທດ, ຄະນະ ຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ພະນັກງານສະມາຄົມເຂົ້າຮ່ວມ.

ໂຄງການສົ່ງເສີ່ມການປູກ ແລະ ອະນຸລັກ ເຄື່ອງປ່າຂອງດົງໃນເຂດ ຫ່າງໄກຊອກຫລີກໃນ 7 ບ້ານ ເມືອງ ຜາອຸດົມ ປະກອບມີບ້ານຫາດຄໍາ, ໃຫຍ່ນໍ້າຍາວ, ປາກຫາດ, ພູສູງ, ຕາດຫ້ວຍແຄງ, ປາງທອງ ແລະ ບ້ານຫາດດອນແກ້ວ ເຊິ່ງຈະໄດ້ ຈັດຕັ້ງປະຕິບັດແຕ່ມື້ໄດ້ຮັບອະນຸມັດ ໂຄງການໄປຈົນເຖິງທ້າຍເດືອນທັນວາປີ 2026 ໂດຍຈຸດປະສົງຂອງໂຄງການ ແມ່ນສົ່ງເສີມການຜະລິດກະສິກໍາ ເພື່ອສ້າງລາຍຮັບຄົງທີ່ປ່ຽນແທນການເຮັດໄຮ່ແບບເລື່ອນລອຍໃຫ້ໄດ້ໂດຍພື້ນຖານ, ຍົກລະດັບການຄຸ້ມຄອງເຄື່ອງປ່າຂອງົງຢູ່ພາຍໃນ 7 ບ້ານເປົ້າໝາຍໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງຢ່າງ ແທ້ຈິງ, ເສີມສ້າງຄວາມສາມາດໃຫ້ກຸ່ມເປົ້າໝາຍ ທັງແມ່ຍິງ-ຊາຍ ມີຄວາມສາມາດປະກອບສ່ວນໃນ ການບໍລິຫານກອງທຶນ ແລະ ນໍາພາ ແມ່ຍິງຂັ້ນບ້ານ ມີບົດບາດໃນການ ນໍາພາຄຸ້ມຄອງບໍລິຫານບ້ານ-ຄຸ້ມຄອງເສດຖະກິດຕິດພັນຂໍ້ແຂ່ງຂັນ 3 ດີ 6 ຮັກສາ, ໂດຍໄດ້ຮັບທຶນຈາກອົງການ (Fastenaktion) ປະເທດສະວິສເຊີແລນ.

ຂະນະທີ່ເມື່ອບໍ່ດົນມານີ້, ກົມ ຊັບພະຍາກອນນ້ຳ (ກຊນ) ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ກໍໄດ້ຈັດ ກອງປະຊຸມຮັບຮອງແຜນຄຸ້ມຄອງ ອ່າງຮັບນ້ຳ ນ້ຳມ່າ, ນ້ຳເນີນ ແລະ ແຜນຄຸ້ມຄອງນ້ຳໃຕ້ດິນຂອງແຂວງ ຊຽງຂວາງ ແລະ ແຂວງຫົວພັນ ຂຶ້ນທີ່ແຂວງຊຽງຂວາງ ໂດຍການ ເຂົ້າຮ່ວມຂອງ ທ່ານ ບົວເງິນ ຫຸມໄຊ ຍະພົມ ຮອງເຈົ້າແຂວງຊຽງຂວາງ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ ແລະ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກຊສ. ມີບັນດາ ຄະນະກົມ, ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກກະສິກຳ ແລະ ປ່າໄມ້ແຂວງ ຊຽງຂວາງ, ຫົວພັນ ແລະ ແຂວງ ຫລວງພະບາງເຂົ້າຮ່ວມ.

ອ່າງຮັບນໍ້າ ນໍ້າມ່າ ເປັນອ່າງ ຮັບນໍ້າຂະໜາດໃຫຍ່ ເຊິ່ງຕັ້ງຢູ່ພາກ ຕາເວັນອອກສ່ຽງເໜືອຂອງ ສປປ ລາວ ແລະ ພາກຕາເວັນຕົກສ່ຽງ ເໜືອຂອງ ສສ ຫວຽດນາມ, ມີເນື້ອ ທີ່ທັງໝົດປະມານ 28.400 ກິໂລ ຕາແມັດ. ໃນນີ້, ເນື້ອທີ່ປະມານ 6.330 ກິໂລຕາແມັດ ແມ່ນນອນ ໃນເນື້ອທີ່ຂອງ ສປປ ລາວ. ສາຍ ນໍ້າມ່າ ມີຄວາມຍາວປະມານ 96 ກິໂລແມັດ. ມີຕົ້ນກໍາເນີດມາຈາກ ທາງທິດເໜືອຂອງແຂວງເຊິນລາ ປະເທດຫວຽດນາມ ເຊິ່ງກວມເອົາ2 ແຂວງ 8 ເມືອງໃນລາວເຮົາຄື: ແຂວງຫົວພັນ 7 ເມືອງ ແລະ ແຂວງ ຫລວງພະບາງ 1 ເມືອງ.

ຂະນະທີ່ການສ້າງແຜນຄຸ້ມຄອງ ອ່າງຮັບນໍ້າ ນໍ້າເນີນ ກໍເປັນອີກໜຶ່ງ ອ່າງທີ່ຈັດຢູ່ໃນອ່າງຮັບນໍ້າຂະໜາດ ໃຫຍ່ ເຊິ່ງຕັ້ງຢູ່ພາກເໜືອຂອງ ສປປ ລາວ, ມີເນື້ອທີ່ກວມ 2 ແຂວງຄື: ຫົວພັນ ກວມ 4 ເມືອງ, ຊຽງຂວາງ ກວມ 4 ເມືອງ ເຊິ່ງເນື້ອທີ່ອ່າງຮັບນໍ້າ ປະມານກວ່າ 6.900 ກິໂລຕາແມັດ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບ ຟັງການລາຍງານແຜນຄຸ້ມຄອງນ້ຳ ໃຕ້ດິນຂອງແຂວງຊຽງຂວາງ ແລະ ຫົວພັນ ເພື່ອສ້າງເປັນແຜນການ 5 ປີກ່ຽວກັບການຄຸ້ມຄອງ, ແກ້ໄຂ ບັນຫານໍ້າໃຕ້ດິນ ແລະ ກໍານົດແຜນ ການຈັດຕັ້ງປະຕິບັດ, ການຫລຸດ ຜ່ອນ, ການຕິດຕາມກວດກາ ເພື່ອ ການຄຸ້ມຄອງນ້ຳໃຕ້ດິນ. ຢ່າງໃດກໍດີແຜນຄຸ້ມຄອງອ່າງ ຮັບນໍ້າທີ່ກ່າວມານັ້ນ ແມ່ນເປັນການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ (2021- 2025) ແລະ ເປັນການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອຮັບປະກັນ ໃຫ້ການຄຸ້ມຄອງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມກໍຄື ຊັບພະຍາກອນນໍ້າ ໃຫ້ໄປຕາມທິດ ສີຂຽວ ແລະ ມີຄວາມຍືນຍົງ. ຫລັງຈາກໄດ້ຮັບຟັງການລາຍ ງານສະພາບການສ້າງແຜນຄຸ້ມ ຄອງອ່າງຮັບນໍ້າຈາກພາກສ່ວນ ກ່ຽວຂ້ອງ ທັງໄດ້ປຶກສາຫາລືຢ່າງ ລະອຽດ ກໍໄດ້ມີຄວາມເປັນເອກະ ພາບກັນລົງນາມ ຮັບຮອງຂັ້ນພື້ນ ຖານເອົາແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳມ່າ ແລະ ນ້ຳເນີນ ແລະ ແຜນ ຄຸ້ມຄອງນ້ຳໃຕ້ດິນຂອງແຂວງຊຽງ ຂວາງ ແລະ ແຂວງຫົວພັນ. ຂະນະ ທີ່ ທ່ານຮອງລັດຖະມົນຕີ ແລະ ທ່ານຮອງເຈົ້າແຂວງກໍໄດ້ເປັນສັກ ຂີພິຍານໃນການເຊັນຮັບຮອງແຜນ ຄຸ້ມຄອງອ່າງຮັບນ້ຳ ນ້ຳໂມ້ (ອ່າງ ຮັບນ້ຳຂະໜາດກາງ) ທີ່ລົງນາມ ໂດຍ ຄະນະພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ແລະ ຄະນະປົກ ຄອງເມືອງ 4 ເມືອງໃນແຂວງຊຽງ ຂວາງ (ເມືອງໝອກ, ເມືອງໜອງ ແຮດ, ເມືອງຄູນ, ເມືອງຄຳ) ທີ່ອ່າງ ຮັບນ້ຳ ນ້ຳໂມ້ກວມອີກຕື່ມ.

ສຳລັບຢູ່ແຂວງບໍລິຄຳໄຊ: ອົງ ການອະນຸລັກສັດປ່າ (WCS) ໂດຍ ການເປັນຄູ່ຮ່ວມງານກັບກອງຄຸ້ມ ຄອງປ່າສະຫງວນຂອງພະແນກ ແລະ ຫ້ອງການກະສິກຳ ແລະປ່າ ໄມ້ ຢູ່ແຂວງບໍລິຄຳໄຊ ກຳລັງດຳ ເນີນການຈັດຕັ້ງປະຕິບັດການສຳ ຫລວດຟັງສຽງທະນີ ໃນປ່າປ້ອງກັນ ແຫ່ງຊາດນ້ຳຈາດ-ນໍ້າປັນ ເນື່ອງ ຈາກທະນີ ເປັນສັດທີ່ອາໄສຢູ່ເທິງ ຊັ້ນເຮືອນຍອດຂອງຕົ້ນໄມ້, ດັ່ງນັ້ນ ການມີຢູ່ຂອງທະນີໃນພື້ນທີ່ປ່າທຳ ມະຊາດ ແມ່ນສາມາດສຳຫລວດໄດ້ ໂດຍຜ່ານການຟັງສຽງເອີ້ນຂອງ ພວກເຂົາ. ຂະນະດຽວກັນ ໄດ້ມີການ ແບ່ງເນື້ອທີ່ຂອງປ່າປ້ອງກັນແຫ່ງ ຊາດນ້ຳຈາດ-ນ້ຳປັນ ອອກເປັນ 46 ດອນ ສຳຫລວດສີ່ຫລ່ຽມຈະຕຸລັດ ດອນລະ 3.3 x 3.3 ກິໂລແມັດ. ຈຸດ ທີ່ໃຊ້ຟັງສຽງທະນີ ໄດ້ຖືກສ້າງຂຶ້ນ ຢູ່ທີ່ລະດັບຄວາມສູງທີ່ສູງສຸດຂອງ ແຕ່ລະດອນ. ທີມງານສຳຫລວດ ຈະເຂົ້າໄປເບິ່ງຈຸດຟັງສຽງດັ່ງກ່າວ 4 ຄັ້ງຕິດຕໍ່ກັນໃນເວລາ 6:00 ໂມງ ເຊົ້າ ຫາ 10:00 ໂມງເຊົ້າ, ເຊິ່ງເປັນ ເວລາທີ່ຝູງທະນີມັກຈະ “ຮ້ອງເພງ” ເປັນເພງອານາເຂດ ເພື່ອປະ ກາດ ຄວາມເປັນເຈົ້າໃນຊາຍແດນພື້ນທີ່ ຂອງເຂົາເຈົ້າ ໃຫ້ກຸ່ມທະນີທີ່ຢູ່ໃກ້ ຄຽງຮັບຮູ້. ການເອີ້ນນີ້ ຍັງແມ່ນກົນ ໄກ ເພື່ອສ້າງສາຍສໍາພັນທາງສັງ ຄົມອີກດ້ວຍ. ທະນີເປັນສັດທີ່ມີຄູ່ ພຽງ, ໂຕດຽວ ແລະ ອາໄສຢູ່ເປັນ ຄອບຄົວນ້ອຍໆລະດັບ 6 ໂຕ.

ສປປ ລາວ ເປັນຖິ່ນກຳເນີດຂອງທະນີ 4 ຊະນິດຄື: ທະນີແກ້ມດໍາ Black Crested Gibbon (Nomascus concolor); ທະນີ ແກ້ມຂາວຖິ່ນເໜືອ (N. leuco[1]genys); ທະນີແກ້ມຂາວຖິ່ນໃຕ້ (N. siki); ແລະ ທະນີແກ້ມເຫລືອງ (N. gabriellae). ແຂວງບໍລິຄຳ ໄຊ ເປັນບ່ອນຢູ່ອາໄສຂອງທະນີ ແກ້ມຂາວຖິ່ນໃຕ້ ແລະ ເໜືອ ເຊິ່ງເຂດ ປ່ານ້ຳຈາດ-ນໍ້າປັນ, ພູສີທົນ ແລະ ພູຈອມວອຍເປັນແຫລ່ງທີ່ຢູ່ອາໄສທີ່ອຸດົມສົມບູນຂອງທະນີ. ການສຳ ຫລວດຊີວະນານາພັນໃນປ່າເຫລົ່າ ນີ້ຕ້ອງອາໄສຄວາມແຂງແຮງ ແລະ ອົດທົນຢ່າງຫລວງຫລາຍ, ມັນບໍ່ ພຽງແຕ່ຕື່ນເຊົ້າ ເພື່ອເດີນທາງໄປ ຈຸດຟັງສຽງໃນເວລາ 6:00 ໂມງ ເຊົ້າເທົ່ານັ້ນ, ແຕ່ຍັງຕ້ອງໄດ້ເຄື່ອນ ຍ້າຍໄປຕາມເນີນທີ່ມື່ນ ແລະ ສູງຊັນ ປະຈົມໄພ ແລະ ອື່ນໆໄປພ້ອມໆກັນ. 

KPL

ຂ່າວອື່ນໆ

    • ທູດລາວ ປະຈໍາ ສປ ຈີນ ຫວນຄືນມູນເຊື້ອສໍາຄັນຂອງຊາດບົດ-ສາລະຄະດີ

      ທູດລາວ ປະຈໍາ ສປ ຈີນ ຫວນຄືນມູນເຊື້ອສໍາຄັນຂອງຊາດ

      3/22/2025 5:49:24 PM

      ໃນວັນທີ 22 ມີນາ 2025, ສະຖານທູດລາວ ທີ່ນະຄອນຫລວງປັກກິ່ງ ສປ ຈີນ ຈັດປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດຂອງຊາດຄື: ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025 ), ຕິດພັນກັບວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ.

    • ຄວາມສຳຄັນການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນບົດ-ສາລະຄະດີ

      ຄວາມສຳຄັນການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ

      3/19/2025 8:29:41 PM

      ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ IX ເຊິ່ງຜ່ານການຕີລາຄາການຈັດຕ້ັງປະຕິບັດກົດໝາຍເຫັນວ່າ: ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ.

    • ຄຳ: ຫລາບ-ລາບ-ຫລິດ-ລິດ ໃນພາສາລາວບົດ-ສາລະຄະດີ

      ຄຳ: ຫລາບ-ລາບ-ຫລິດ-ລິດ ໃນພາສາລາວ

      3/19/2025 8:19:45 PM

      ໃນບັນດາຄໍາສັບທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ ທີ່ມີສະຫລະຕົວດຽວກັນ, ປະກອບຕົວສະກົດຕາຍ (ກດບ) ແນ່ນອນແລ້ວວ່າການອ່ານອອກສຽງບາງຄໍາໃກ້ຄຽງກັນທີ່ສຸດ, ສະນັ້ນ ການຂຽນຈຶ່ງຕ້ອງເອົາໃຈໃສ່ເປັນພິເສດ ໂດຍອາໄສຄວາມຈື່ຈໍາດ້ານຫລັກໄວຍາກອນເປັນສໍາຄັນ.

    • ການແກ້ໄຂບັນຫາຄວາມອຶດຫີວແບບເຊຶ່ອງຊ້ອນ ຈະສ້າງຄວາມເຂັ້ມແຂງດ້ານຊັບພະຍາກ່ອນມະນຸດບົດ-ສາລະຄະດີ

      ການແກ້ໄຂບັນຫາຄວາມອຶດຫີວແບບເຊຶ່ອງຊ້ອນ ຈະສ້າງຄວາມເຂັ້ມແຂງດ້ານຊັບພະຍາກ່ອນມະນຸດ

      3/19/2025 8:07:58 PM

      ຄວາມອຶດຫິວແບບເຊື່ອງຊ້ອນບ່ໍແມ່ນບັນຫາຂອງປະຊາຊົນຜູ້ທຸກຍາກເທົ່ານັ້ນ.

    • ລະນຶກເຫດການບັ້ນຮົບເມືອງທ່າແຂກ 21 ມີນາບົດ-ສາລະຄະດີ

      ລະນຶກເຫດການບັ້ນຮົບເມືອງທ່າແຂກ 21 ມີນາ

      3/19/2025 6:37:01 AM

      ວັນທີ 21 ມີນາ ແມ່ນວັນໜ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວເຮົາ, ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ, ແມ່ນວັນທ່ີປວງຊົນລາວທັງຊາດ, ເວ້ົາລວມ, ເວົ້າສະເພາະແມ່ນປະຊາຊົນເມືອງ ທ່າແຂກ ກໍຄືປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມເພາະກ່ອນໜ້ານີ້ ຄືວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝຣັ່ງທີ່ເຄີຍປະລາໄຊຢູ່ລາວ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່.

ads
ads

Top