ຂປລ
ຄວາມທຸກຍາກ ໝາຍເຖິງການ ຂາດປັດໄຈພື້ນຖານໃນການດໍາລົງຊີວິດປະຈໍາວັນເຊັ່ນ: ອາຫານການ ກິນພຽງພໍ, ເຄື່ອງນຸ່ງຮົ່ມ, ທີ່ຢູ່ອາໄສ, ສຸຂານາໄມ, ການຮັກສາສຸຂະພາບ, ການສຶກສາ ແລະ ການບໍລິການ ສາທາລະນະຂັ້ນພື້ນຖານ.
*ຄວາມທຸກຍາກ ໝາຍເຖິງການ ຂາດປັດໄຈພື້ນຖານ ໃນການດໍາລົງ ຊີວິດປະຈໍາວັນ ເຊັນ: ອາຫານການ ກິນພຽງພໍ, ເຄື່ອງນຸ່ງຮົ່ມ, ທີ່ຢູ່ອາໄສ, ສຸຂານາໄມ, ການຮັກສາສຸຂະພາບ, ການສຶກສາ ແລະ ການບໍລິການ ສາທາລະນະຂັ້ນພື້ນຖານ.
ຄວາມທຸກຍາກ ແລະ ໄພອຶດ ຫິວໄດ້ຄຸກຄາມຊີວິດ ແລະ ສະ ຫວັດດີພາບ ຂອງມວນມະນຸດມາ ຕັ້ງແຕ່ໃດໆແມ່ນແຕ່ຢູ່ໃນຍຸກທີ່ມີ ຄວາມສີວິໄລຮຸ່ງເຮືອງເຫລືອງ ເຫລື້ອມທີ່ສຸດ ຂອງສັງຄົມມະນຸດ ກໍຍັງມີຄົນທີ່ທຸກຍາກລຳບາກປາກົດ ໃຫ້ເຫັນຢູ່ສະເໝີມາ, ປາກົດການດັ່ງ ກ່າວບໍ່ໄດ້ຮັບການແກ້ໄຂໃຫ້ຕົກໄປ ຈັກເທື່ອ. ກ່ອນຊຸມປີ 1960 ຄວາມ ທຸກຍາກ ໄດ້ຖືກຖືວ່າເປັນເລື່ອງ ທຳມະດາ ຂອງສັງຄົມມະນຸດ; ໃນ ເວລານັ້ນບໍ່ມີລັດຖະບານປະເທດ ໃດ, ອົງການຈັດຕັ້ງສາກົນ ກໍຄື ອົງການຈັດຕັ້ງສັງຄົມໃດຍົກຂຶ້ນ ເປັນບັນຫາ ແລະ ບໍ່ມີແຜນການ ແກ້ໄຂຄວາມທຸກຍາກຢ່າງເອົາ ຈິງເອົາຈັງເທື່ອ; ໂດຍທົ່ວໄປ ທົ່ວ ສັງຄົມໄດ້ຖືວ່າປາກົດການນີ້ແມ່ນ ເກີດມີມາພ້ອມມະນຸດ; ປະຊາຊົນ ຢູ່ຊຸມຊົນຮາກຖານ ໂດຍສະເພາະ ເຂດຊົນນະບົດຫ່າງໄກສອກຫຼີກ, ເຂດພູດອຍທຸລະກັນດານ ແລະ ເຂດທີ່ທຸກຍາກ ແມ່ນ ຖືກຄວບ ງຳໂດຍຄວາມຮັບຮູ້ເຂົ້າໃຈວ່າ: ຄວາມທຸກຍາກເປັນເລື້ອງ ຂອງ ເວນກຳມາແຕ່ຊາດປາງກ່ອນ ທີ່ເທວະດາຟ້າແຖນໄດ້ກຳນົດເປັນ ໂຊກຊາຕາໃຫ້ແລ້ວ; ບໍ່ແມ່ນເລື່ອງ ທີ່ຈະຕ້ອງຕໍ່ສູ້ແກ້ໄຂໃຫ້ໝົດໄປໄດ້; ໃນເງື່ອນໄຂວິທະຍາສາດ ແລະ ເຕັກ ໂນໂລຊີບໍ່ທັນຂະຫຍາຍຕົວ, ການ ຜະລິດຂອງມວນມະນຸດຍັງອ່ອນ ນ້ອຍ ແລະ ຂຶ້ນກັບທຳມະຊາດ, ການສະໜອງສະບຽງອາຫານ ແລະ ສະຫວັດດີພາບໃຫ້ແກ່ຄົນໃນສັງຄົມ ຈຶ່ງມີຂີດຈຳກັດ; ໄພທຳມະຊາດ ດິນຟ້າອາກາດ, ລວມເຖິງການລະ ບາດຂອງພະຍາດ ບວກກັບຂໍ້ຂັດ ແຍ່ງດ້ານຜົນປະໂຫຍດທາງຊັບພະ ຍາກອນ ແລະ ທາງສັງຄົມ, ຄວາມ ວຸ້ນວາຍ ຕະຫລອດຮອດເສິກສົງ ຄາມໄດ້ເຮັດໃຫ້ມະນຸດຈຳນວນ ຫລວງຫລາຍຕົກຢູ່ໃນຄວາມທຸກ ຍາກຂາດເຂີນຈາກຮຸ່ນຄົນນີ້ຕົກ ຕໍ່ໃສ່ສັງຄົມ ແລະ ຄົນຮຸ່ນຕໍ່ໆມາ; ອັນໄດ້ເຮັດໃຫ້ມະນຸດຍິ່ງເຊື່ອກັນ ວ່າ ຄວາມທຸກຍາກແມ່ນເລື່ອງ ທຳມະດາທີ່ຟ້າແຖນສາບແສ່ງແຕ່ງ ປັ້ນໃຫ້ມີມາຕິດຕົວແຕ່ກຳເນີດ ຫລື ກຳນົດເປັນລິຂິດ ຂອງຊາຕາຊີວິດ ທີ່ຈຳຕ້ອງເປັນໄປ ຂອງແຕ່ລະຄົນ ແລະ ຂອງກຸ່ມຄົນ ເປັນຕົ້ນເຜົ່າ, ວັນນະ, ຕະກູນເຊື້ອສາຍ ແລະ ອື່ນໆ; ໃນລະຫວ່າງ ສັດຕະວັດທີ 17 ຫາ ສັດຕະວັດທີ 20 ຊຶ່ງແມ່ນໄລຍະທີ່ ວິທະຍາສາດຂະຫຍາຍຕົວກ້າວໜ້າ ຂຶ້ນ, ອັນເຮັດໃຫ້ການຜະລິດມີປະ ສິດທິພາບສູງ. ເຖິງວ່າມັນໄດ້ເອື້ອ ອຳນວຍໃຫ້ມະນຸດເຮົາ ໄດ້ມີສະ ຫວັດດີພາບດີຂຶ້ນຕື່ມ ທັງດ້ານ ຈຳນວນ ແລະ ຄຸນນະພາບກໍ່ຕາມ, ແຕ່ກໍຍັງມີມວນມະນຸດນັບເປັນຕື້ໆ ຍັງຈົມຢູ່ໃນຄວາມທຸກຍາກລຳບາກ ກາກກຳ ແລະ ອຶດຫິວ. ເມື່ອມະນຸດ ສາມາດຄົ້ນພົບ ແລະ ນໍາໃຊ້ວິທະ ສາດ, ວິທະຍາການ ເພື່ອຄວບຄຸມທຳ ມະຊາດໄດ້ໃນລະດັບໃດໜຶ່ງແລ້ວ, ປາກົດການທຸກຍາກຈຶ່ງກາຍມາ ເປັນປາກົດການດ້ານສັງຄົມໝາຍ ຄວາມວ່າ ສັງຄົມມະນຸດເອງເປັນຜູ້ ສ້າງໃຫ້ເກີດມີຄວາມທຸກຍາກ. ອັນ ທີ່ພິເສດທີ່ສຸດ ຄືສິ່ງຊຶ່ງບໍ່ຄວນຈະ ເກີດຂຶ້ນນັ້ນແມ່ນຄວາມກ້າວໜ້າ ທາງດ້ານວິທະຍາສາດ ໄດ້ຖືກສວຍ ໃຊ້ເປັນເຄື່ອງມືໃນການກໍ່ສົງຄາມ ແລະ ກົດຂີ່ຂູດຮີດ ເຮັດໃຫ້ຄວາມ ທຸກຍາກຂອງມວນມະນຸດຍິ່ງໜັກ ໜ່ວງ ແລະ ສາຫັດຂຶ້ນ; ມະນຸດເຮົາ ໄດ້ກໍ່ສົງຄາມທໍາລາຍ, ເຂັ່ນຂ້າ, ປະຫັດປະຫານ ແລະ ລ້າງຜານກັນ ເອງ ດ້ວຍການປຸ້ນສະດົມ, ສວຍໃຊ້ ທ່າແຮງທາງດ້ານວິທະຍາສາດ ຊຶ່ງ ແມ່ນສະຕິປັນຍາ ຂອງຕົນເອງແທນ ທີ່ຈະນຳໃຊ້ທ່າແຮງດັ່ງກ່າວມາຮັບ ໃຊ້ໃນການແກ້ໄຂຄວາມທຸກຍາກ ແລະ ສົ່ງເສີມສະຫວັດດີພາບ ຂອງ ມະນຸດເອງ. ໃນບັນດາສາເຫດຂອງ ຄວາມທຸກຍາກ, ສົງຄາມໄດ້ຖືກ ຈັດວ່າ ເປັນຕົວເລັ່ງ ແລະ ເປັນຕົວ ກະຕຸ້ນ ເຮັດໃຫ້ຄວາມທຸກຍາກທະ ວີຄູນຂຶ້ນຢ່າງສາຫັດ ຮ້າຍແຮງ ກວ່າເກົ່າ. ບັນດາປະເທດເອີລົບ, ອາເມລິກາ ແລະ ບັນດາປະເທດທີ່ ພັດທະນາແລ້ວ ໄດ້ກາຍເປັນໜຶ່ງ ໃນບັນດາແຫຼ່ງສະຕິປັນຍາຕົ້ນຕໍ ທັງ ກາຍເປັນເຈົ້າຕຳລາວິທະຍາສາດ ຂອງໂລກ, ໝາກຜົນຂອງຄວາມ ກ້າວໜ້າດັ່ງກ່າວ ໄດ້ຖືກນຳໃຊ້ ເພື່ອ ກົດຂີ່ຂູດຮີດກຳມະກອນ ແລະ ຊາວ ຜູ້ອອກແຮງງານ, ການຫຼຸດໂຕນ ກັນທາງດ້ານສັງຄົມ, ເສດຖະກິດ, ການເມືອງ ໄດ້ເຮັດໃຫ້ເກີດມີຄວາມ ທຸກຍາກຢູ່ໃນກະໂຕປະເທດທີ່ຖືວ່າ ທັນສະໄໝ, ສີວິໄລ, ຈະເລີນຮຸ່ງ ເຮືອງ ແລະ ມີອະລິຍະທຳສູງ. ດ້ວຍ ເຫດນັ້ນ ຂະບວນມວນມະຫາຊົນ ຜູ້ກ້າວໜ້າ ຈຶ່ງໄດ້ເກີດມີຂຶ້ນຢ່າງ ກວ້າງໃຫຍ່ໄພສານ ແລະ ລຸກຂຶ້ນ ຕໍ່ສູ້ດ້ວຍຫຼາຍຮູບການເລັ່ງທວງໃຫ້ ບັນດາປະເທດຕ່າງໆ ກໍຄືອົງການ ລະຫວ່າງປະເທດທີ່ມີສິດອຳນາດ ຕ້ອງໄດ້ມີມາດຕາການແກ້ໄຂ ຄວາມທຸກຍາກ, ປັບປຸງສະຫວັດ ດີພາບ ຂອງຄົນໃຫ້ດີຂຶ້ນ ເປັນຕົ້ນ ວັນທີ 1 ພຶດສະພາ1886 ຊຶ່ງກາຍ ມາເປັນວັນກຳມະກອນສາກົນ, ກຳ ມະກອນຢູ່ຊີກາໂກ, ສະຫະລັດອາເມ ລິກາ ໄດ້ເດີນຂະບວນທວງໃຫ້ນາຍ ຈ້າງຂຶ້ນຄ່າແຮງງານ, ຫລຸດເວລາ ເຮັດວຽກ, ຕໍ່ສູ້ທຸກຮູບແບບ ເພື່ອ ເຮັດໃຫ້ພວກຕົນຫລຸດພົ້ນອອກ ຈາກຄວາມທຸກຍາກ ແລະ ມີສະ ຫວັດດີພາບທີ່ດີຂຶ້ນ; ເຊັ່ນດຽວກັນ ກັບວັນທີ 08 ມີນາ ປີ 1910 ຊຶ່ງ ເກີດຂະບວນການຕໍ່ສູ້ທີ່ໃຫຍ່ຫຼວງ ຂອງແມ່ຍິງ ເພື່ອທວງເອົາສິດສະ ເໝີພາບ ລະຫວ່າງ ຍິງ-ຊາຍ ວັນ ດັ່ງກ່າວ ໄດ້ກາຍມາເປັນ ວັນແມ່ຍິງ ສາກົນ ມາເຖິງທຸກມື້ນີ້. ເຫດການ ດັ່ງກ່າວນັ້ນ ເນື້ອແທ້ແມ່ນການເລັ່ງ ທວງໃຫ້ບັນດາລັດໄດ້ເອົາໃຈໃສ່ ຍົກລະດັບຊີວິດການເປັນຢູ່ຮັບປະ ກັນສະຫວັດດີພາບ, ແກ້ໄຂຄວາມ ທຸກຍາກໃຫ້ແກ່ກຸ່ມຄົນທີ່ດ້ອຍໂອ ກາດເຊັ່ນ: ແມ່ຍິງ, ເດັກນ້ອຍ ແລະ ຄົນພິການທີ່ບໍ່ໄດ້ຊົມໃຊ້ໝາກຜົນ ຂອງການພັດທະນາເທົ່າທຽມກັບ ຜູ້ຊາຍ. ນອກຈາກນັ້ນ, ກໍຍັງມີວັນ ສຳຄັນອື່ນໆອີກ ຊຶ່ງລ້ວນແຕ່ມີເນື້ອ ໃນຈຸດປະສົງຕິດພັນກັບການຕໍ່ສູ້ ເພື່ອແກ້ໄຂຄວາມທຸກຍາກ ແລະໃຫ້ ຫລຸດພົ້ນຈາກຄວາມຂາດແຄນຫິວ ໂຫຍ. ສິ່ງທີ່ພົ້ນເດັ່ນອີກອັນໜຶ່ງແມ່ນ ໃນທ່າມກາງສະພາບແວດລ້ອມຄື ດັ່ງກ່າວ ໄດ້ເກີດມີກະແສແນວຄິດ “ອ່ຽງຊ້າຍ” ຫລື ສັງຄົມນິຍົມເກີດ ຂື້ນ ສ່ອງແສງເຖິງຄວາມມຸ້ງມາດ ປາດຖະໜາອັນແຮງກ້າ ຂອງມະ ນຸດ ໃນການສ້າງສັງຄົມສະເໝີພາບ ແລະ ມີສະຫວັດດີພາບທຸກຖ້ວນ ໜ້າ ປາສະຈາກຄວາມທຸກຍາກ ໂດຍມີ “ລັດທິມາກຊິດ” ເປັນຕົວ ແທນໃຫ້ແກ່ກະແສແນວຄິດດັ່ງ ກ່າວ. ໃນຊ່ວງເວລາດຽວກັນນັ້ນ, ສຳລັບບັນດາປະເທດອາຊີ, ອາຟຣິ ກາ ແລະ ອາ ເມລິກາລາຕິນ, ບັນດາ ນັກລ່າເມືອງຂຶ້ນ ໄດ້ສວຍໃຊ້ທ່າ ໄດ້ປຽບທາງດ້ານເຕັກນິກວິທະຍາ ສາດ, ທຶນຮອນວັດຖຸປັດໄຈຕະ ຫລອດຮອດກຳລັງການທະຫານທີ່ ກ້າວໜ້າທັນສະໄໝ ລວມໄປເຖິງ ອາວຸດຍຸດທະພັນທີ່ມີພະລານຸພາບ ບຸກລຸກ, ຮຸກຮານ, ຍາດຍຶດ, ຄວບ ງຳ ແລະ ກະທຳທຸກວິຖີ ແລະ ຮູບ ແບບເພື່ອລ່າຫົວເມືອງຂຶ້ນ, ກົດຂີ່ ຂູດຮີດປະຊາຊົນ, ປຸ້ນສະດົມເອົາ ຄວາມຮັ່ງມີດ້ານຊັບພະຍາກອນ ທຳມະຊາດ, ຊັບພະຍາກອນມະນຸດ ເພື່ອນຳ ແລະ ຂົນໄປສ້າງຮັ່ງຄູນ ມີແກ່ປະເທດເຂົາເຈົ້າ. ອັນນີ້ ໄດ້ ເຮັດໃຫ້ປະຫວັດສາດ ຂອງມວນ ມະນຸດໄດ້ຈາລຶກ ເສັ້ນທາງການ ສະສົມທຶນ ແລະ ຄວາມຈະເລີນ ສີວິໄລ ຂອງບັນດາປະເທດຈຳນວນ ໜຶ່ງ ນັ້ນແມ່ນສ້າງຂຶ້ນບົນຄວາມ ທຸກຍາກ, ຄວາມເຈັບປວດທໍລະ ມານ ແລະ ການລົ້ມຕາຍ ຂອງບັນດາ ປະຊາຊາດທີ່ເປັນຫົວເມືອງຂຶ້ນ ແລະ ຖືກກົດຂີ່ຂູດຮີດ; ຈະໃຊ້ຄວາມ ເວົ້າທີ່ສຸພາບອ່ອນໂຍນພຽງໃດ ກໍຕາມ, ຕ້ອງໄດ້ຍອມຮັບວ່າ ຄວາມ ທຸກຍາກ ຂອງບັນດາປະເທດເຫຼົ່າ ນັ້ນ ລວມທັງຄວາມທຸກຍາກຂອງ ປະເທດເຮົາ ແມ່ນຜົນສະທ້ອນຢ້ອນ ຫລັງປະຫວັດສາດ ແລະ ແມ່ນມູນ ມໍລະດົກຕົກທອດທີ່ໂຫດຮ້າຍປ່າ ເຖື່ອນ ຂອງລະບອບລ່າເມືອງຂຶ້ນ ຈັກກະພັດນິຍົມໄດ້ປະຖິ້ມໄວ້.
ສາສະໜາຈຳນວນໜຶ່ງ ກໍ່ໄດ້ ສັ່ງສອນ ແລະ ປູກຝັງຄວາມເຊື່ອ ໃຫ້ມວນມະນຸດ ເພື່ອບ່ຽງເບນ ແລະ ປິດບັງຄວາມຈິງ ດ້ວຍການຊວນ ເຊື່ອວ່າ ຄວາມທຸກຍາກແມ່ນຜົນ ຂອງບາບບຸນຄຸນໂທດແຕ່ຊາດ ກ່ອນ, ເປັນຊາຕາກຳທີ່ຟ້າແຖນ ໄດ້ກຳນົດໄວ້ໃຫ້ແກ່ຄົນຊຶ່ງເກີດມາ ໃຊ້ກຳ ແລະ ເປັນປາກົດການທີ່ບໍ່ ອາດຈະແກ້ໄຂໄດ້. ປະຊາຊົນ ກໍໄດ້ ມີຄວາມເຊື່ອທີ່ປູກຝັງ ຈົນກາຍເປັນ ວັດທະນະທຳຮີດຄອງ ທີ່ເອີ້ນເຮືອນ ເດັກນ້ອຍເກີດໃໝ່ວ່າ: “ເຮືອນກຳ” ໝາຍຄວາມວ່າ: ຄົນເກີດມາແມ່ນ ເພື່ອໃຊ້ກຳໃຊ້ເວນ ແລະ ເອີ້ນເຮືອນ ທີ່ມີຄົນເສຍຊິວິດວ່າ: “ເຮືອນດີ” ໝາຍຄວາມວ່າ: ເມືອຕາຍໄປແມ່ນ ໝົດ ກຳ ໝົດ ເວນ ໄປ ສູ່ສຸຂະ ຕິ (ບ່ອນມີຄວາມສຸກ) ຄວາມເຊື່ອ ດັ່ງກ່າວ ຄອບງຳແນວຄິດຈິດໃຈ ລວມໄປເຖິງຈິນຕະນາການ ຂອງ ມະນຸດເຮົາມາເປັນເວລາຫລາຍສັດ ຕະວັດ. ນອກຈາກນັ້ນ ຍັງມີຄວາມ ງົມງວາຍ ຮີດຄອງປະເພນີ ວິຖີຊີວິດ ແບບວິທີທຳມາຫາກິນ ຄວາມນິກ ຄຶດເກົ່າແກ່ລ້າສະໄໝ ບໍ່ຍອມຮັບ ເອົາຄວາມກ້າວໜ້າທາງດ້ານວິທະ ຍາສາດ ວິທະຍາການ ກີດຂວາງ ການພັດທະນາ, ເຮັດໃຫ້ກຸ່ມຄົນ ຈຳນວນບໍ່ໜ້ອຍຢູ່ໃນສັງຄົມ ບໍ່ຍອມ ເຂົ້າເຖິງເຕັກໂນໂລຊີ ຮ້າຍແຮງ ກວ່ານັ້ນ ເຂົາເຈົ້າຍັງຄັດຄ້ານຕ້ານ ຄືນການປ່ຽນແປງອີກຊໍ້າ ຫລື ຍອມ ຮັບ ກໍ່ແມ່ນຍອມຮັບເອົາຊ້າກວ່າ ກຸ່ມຄົນອື່ນ ເຮັດໃຫ້ເຂົາເຈົ້າກາຍເປັນ ກຸ່ມດ້ອຍໂອກາດ ພັດທະນາຊ້າກວ່າ ກຸ່ມຄົນອື່ນໆ, ຕົກເປັນເຫຍື່ອ ຂອງ ຄວາມໂລບມາກໂລພາ ຂອງມະນຸດ ນຳກັນເອງ ເຊັ່ນ ການຄ້າມະນຸດ, ການເປັນສາວົກ ຂອງລັດທິຕ່າງໆ ລວມທັງລັດທິກໍ່ການຮ້າຍ. ອ່ານຕໍ່ສະບັບໜ້າ.
KPL