ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມື

18/10/2024 11:28
ຂປລ ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໄຊສົມພອນ ພົມ​ວິ​ຫານ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານສະພາແຫ່ງຊາດ ແຫ່ງ ສ​ປ​ປ ລາວ, ສະຫາຍ ເຈິນ ແທັງ ເໝີ້ນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານຄະນະມິດຕະພາບລັດຖະສະພາ ຫວຽດນາມ-ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ



ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໄຊສົມພອນ ພົມ​ວິ​ຫານ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ
, ປະທານສະພາແຫ່ງຊາດ ແຫ່ງ ສ​ປ​ປ ລາວ, ສະຫາຍ ເຈິນ ແທັງ ເໝີ້ນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານຄະນະມິດຕະພາບລັດຖະສະພາ ຫວຽດນາມ-ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນ ລະຫວ່າງວັນທີ 17-18 ຕຸລາ​ 2024 ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫລື AIPA-45 ທີ່ ສ​ປ​ປ ລາວ​ເປັນ​ເຈົ້າ​ພາບ.

 ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ຕຸ​ລາ ທີ່ ສະ​ພາ​ແຫ່ງ​ຊາດ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ພ້ອມ​ຄະ​ນະ, ຫລັງ​ຈາກ​ນັ້ນ ໄດ້​ມີ​ພິ​ທີ​ພົບ​ປະ​ສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນ ການພົວພັນຮ່ວມມືສອງຝ່າຍ ພ້ອມທັງກໍານົດ ທິດທາງການຮ່ວມມືໃນຕໍ່ໜ້າ.

ໃນ​ໂອ​ກາດ​ນີ້, ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫລື AIPA-45 ຊຶ່ງເປັນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຄັ້ງທໍາອິດໃນນາມປະທານສະພາແຫ່ງຊາດ ຂອງສະຫາຍ, ເປັນການປະກອບສ່ວນສໍາຄັນເຂົ້າ ໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈອັນແຮງກ້າແກ່ສະພາແຫ່ງຊາດລາວ ໃນການເປັນປະທານ ໄອປາ ກໍຄື ເປັນເຈົ້າພາບຈັດກອງປະຊຸມໃຫຍ່ ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ຍັງ​ໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງຮອບດ້ານ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໃນພາລະກິດພັດທະນາປະເທດຊາດ ຕາມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2021-2025). ພິເສດແມ່ນຜົນສໍາເລັດ ຂອງກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV ໃນກາງເດືອນສິງຫາຜ່ານມາ ທີ່ໄດ້ຕົກລົງຮັບຮອງເອົາ ຫລາຍບັນຫາສໍາຄັນຂອງຊາດ, ພິເສດແມ່ນການປັບປຸງ ບຸກລະຄາກອນທີ່ສໍາຄັນ ແລະ ວຽກງານອື່ນໆ.



ສະ​ຫາຍ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາວ ໄດ້​ສະ​ແດງ​ຄວາມພາກພູມໃຈທີ່ເຫັນວ່າ ເຖິງວ່າສະພາບການໃນໂລກ
, ພາກພື້ນມີຄວາມສັບສົນ, ສະຫລັບສັບຊ້ອນ ແລະ ຄາດເດົາໄດ້ຍາກ, ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ຍັງສືບຕໍ່ໄດ້ຮັບ ການພັດທະນາ, ກ້າວເຂົ້າສູ່ລວງເລິກ ແລະ ເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງສະແດງອອກ ໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນການນໍາຂັ້ນສູງ ລະຫວ່າງ ສອງພັກ, ສອງລັດ ນັບທັງສູນກາງ ແລະ ທ້ອງຖິ່ນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

ສອງຝ່າຍ ໄດ້ເພີ່ມທະວີຮັດແໜ້ນສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ໄດ້ຮັບການສ້າງຕັ້ງ ແລະ ທະນຸຖະໜອມໂດຍຮຸ່ນການນໍາທຳອິດ ຂອງສອງປະເທດ ແລະ ປັດຈຸບັນ ໄດ້ກາຍເປັນມໍລະດົກລວມທີ່ລໍ້າຄ່າ ເປັນກົດເກນ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ຂອງແຕ່ລະປະເທດ ແລະ ເປັນໜຶ່ງໃນບັນດາປັດໄຈແຫ່ງ ໄຊຊະນະການປະຕິວັດ ຂອງແຕ່ລະປະເທດ; ການຮ່ວມມືດ້ານການຄ້າ, ການລົງທຶນ, ສອງຝ່າຍ ສືບຕໍ່ຂະຫຍາຍຕົວ ໂດຍສະເພາະມູນຄ່າການຄ້າສອງສົ້ນ ໃນ 7 ເດືອນຕົ້ນປີ 2024 ບັນລຸ 1,1 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນ 17% ທຽບໃສ່ໄລຍະດຽວກັນ ຂອງປີ 2023, ຫວຽດນາມ ຈັດຢູ່ໃນອັນດັບແຖວໜ້າ ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ ລວມມີ 241 ໂຄງການ, ມູນຄ່າທຶນຈົດທະບຽນທັງໝົດ 5,47 ຕື້ໂດລາສະຫະລັດ, ຫວຽດນາມ ໄດ້ໃຫ້ການຊ່ວຍເຫລືອລ້າ ໃນປີ 2024 ມີມູນຄ່າ 719,237 ຕື້ດົງ.

ສຳ​ລັບ ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໄດ້ຮັບການເສີມຂະຫຍາຍທາງກວ້າງ ແລະ ທາງເລິກສະເໝີມາ, ສອງຝ່າຍ ໄດ້ມີການພົວພັນຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະກັນ ເປັນຢ່າງດີ, ໄດ້ມີການແລກປ່ຽນ ການຢ້ຽມຢາມ ຂອງການນໍາຂັ້ນສູງໃນລະດັບຂັ້ນປະທານ, ຮອງປະທານສະພາແຫ່ງຊາດ, ຂັ້ນປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ ແລະ ຂັ້ນວິຊາການນໍາກັນ ເພື່ອແລກປ່ຽນຄໍາຄິດຄໍາເຫັນ, ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ໃນຕໍ່ໜ້າ ໂດຍສະເພາະ ການຮ່ວມກັນຕິດຕາມ ກວດກາ, ການຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຮ່ວມມື ລະຫວ່າງ ສອງປະເທດ.




ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ຕໍ່ສະພາແຫ່ງຊາດຫວຽດນາມ ທີ່ໄດ້ການສະໜັບສະໜູນອັນລໍ້າຄ່າ ໂດຍສະເພາະ ການຊ່ວຍເຫລືອໂຄງການ ກໍ່ສ້າງຕຶກສະພາແຫ່ງຊາດ ທີ່ເປັນຕົວແທນແຫ່ງສາຍພົວພັນ ທີ່ມີລັກສະນະພິເສດ ຂອງສອງ ປະເທດລາວ-ຫວຽດນາມ
; ຍັງໄດ້ຊ່ວຍເຫລືອຊ່ຽວຊານ ທີ່ປຶກສາທາງດ້ານເນື້ອໃນ, ການກະກຽມການຈັດຕັ້ງກອງປະຊຸມ, ພ້ອມທັງຊ່ວຍດ້ານວັດຖຸອຸປະກອນເຄື່ອງໃຊ້ຕ່າງໆ ໃຫ້ແກ່ສະພາແຫ່ງຊາດລາວ ໃນການເປັນເຈົ້າພາບກອງປະຊຸມໃຫຍ່ ສະມັດຊາລະຫວ່າງຊາດອາຊຽນ ຄັ້ງທີ 45.

ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້ຖື​ໂອ​ກາດ​ນີ້ ຕາງໜ້າໃຫ້ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ ແລະ ທັນການ ແກ່ປະຊາຊົນລາວ ໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ ສົມດັງຄໍາເວົ້າທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ບິແບ່ງກັນກິນ.”

 ພາຍຫລັງ​ສຳ​ເລັດ​ການ​ພົບ​ປະ, ສະຫາຍ ໄຊສົມພອນ ພົມວິຫານ ແລະ ສະຫາຍ ເຈິນ ແທັງ ເໝີ້ນ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງ​ນາມແລກປ່ຽນບົດບັນທຶກ ວ່າດ້ວຍການຮ່ວມມື ຂອງສອງສະພາແຫ່ງຊາດ ລາວ-ຫວຽດນາມ.

ຂ່າວ: ກິດຕາ

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

    • ຫົວໜ້າ ຄຕພ ເຄື່ອນໄຫວເຮັດວຽກຢູ່ ກາຊັກສະຖານການເມືອງ

      ຫົວໜ້າ ຄຕພ ເຄື່ອນໄຫວເຮັດວຽກຢູ່ ກາຊັກສະຖານ

      10/18/2024 12:34:58 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພັກອາມານັດ (AMANAT), ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ທີ່ ສາທາລະນະລັດ ກາຊັກສະຖານ ໃນລະຫວ່າງວັນທີ 15-17 ຕຸລາ 2024 ເພື່ອສ້າງຕັ້ງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກອາມານັດ

    • ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມືການເມືອງ

      ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມື

      10/18/2024 12:29:32 PM

      ຂປລ. ໃນວັນທີ 18 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ, ການເງິນ ແລະ ການກວດສອບ, ທັງເປັນປະທານຄະນະມິດຕະພາບ ລັດຖະສະພາ ລາວ-ການາດາ ໄດ້ພົບປະກັບທ່ານ Yeua Pua woo ສະມາຊິກວຸດທິສະພາ ລັດຖະສະພາ ການາດາ ພ້ອມຄະນະ ໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ

    • ຍົກສູງຄວາມຮູ້ວຽກບໍລິຫານ ແລະ ພິທີການ ກຽມຮັບໃຊກອງປະຊຸມ ໄອປາການເມືອງ

      ຍົກສູງຄວາມຮູ້ວຽກບໍລິຫານ ແລະ ພິທີການ ກຽມຮັບໃຊກອງປະຊຸມ ໄອປາ

      10/18/2024 12:21:50 PM

      ຂປລ. ເມື່ອບໍ່ດົນມານີ້, ສະພາແຫ່ງຊາດ ຈັດຝຶກອົບຮົມຍົກສູງຄວາມຮູ້ ທາງດ້ານວຽກງານບໍລິຫານ ແລະ ພິທີການ ໃຫ້ແກ່ພະນັກງານ LOs/VOs (ຜູ້ປະສານງານ) ເພື່ອກະກຽມຮັບໃຊ້ກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງ ທ່ານ ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາຄະນະກົມ, ກອງເລຂາຊ່ວຍວຽກ ແລະ ພະນັກງານ LOs/VOs ເຂົ້າຮ່ວມ.

    • ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45ການເມືອງ

      ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45

      10/18/2024 12:09:08 PM

      ຂປລ. ຕອນເຊົ້າວັນທີ 17 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານໄອປາ ພ້ອມດ້ວຍຄະນະ ເຊິ່ງປະກອບມີຮອງປະທານສະພາແຫ່ງຊາດ, ຫົວໜ້າອະນຸກໍາມະການເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ແລະ ພາກສວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ ຢູ່ຫໍປະຊຸມແຫ່ງຊາດ

    • ປະທານສະພາແຫ່ງຊາດ ຫວຽດນາມ ເດີນທາງ ມາເຖິງ ສປປ ລາວ ເພື່ອຢ້ຽມຢາມທາງການການເມືອງ

      ປະທານສະພາແຫ່ງຊາດ ຫວຽດນາມ ເດີນທາງ ມາເຖິງ ສປປ ລາວ ເພື່ອຢ້ຽມຢາມທາງການ

      10/18/2024 12:03:46 PM

      ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເຈິນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ໃນຕອນບ່າຍວັນທີ 17 ຕຸລານ 2024 ເພື່ອຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ

ads
ads

Top