ໜ່ວຍພັກຂະແໜງປ່າໄມ້ ສຳເລັດກອງປະຊຸມໃຫຍ່ຄັ້ງທີ IV

11/10/2024 05:03
Email Print 368
ຂປລ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຫນ່ວຍພັກຂະແຫນງປ່າໄມ້ ທີ່ຂຶ້ນກັບຄະນະພັກຮາກຖານພະ ແນກກະສິກຳ ແລະປ່າໄມ້.

*ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຫນ່ວຍພັກຂະແຫນງປ່າໄມ້ ທີ່ຂຶ້ນກັບຄະນະພັກຮາກຖານພະ ແນກກະສິກຳ ແລະປ່າໄມ້ (ກປຂ) ແຂວງເຊກອງ ໄດ້ໄຂຂຶ້ນ ແລະສໍາ ເລັດລົງໃນວັນທີ 4 ຕຸລາ 2024 ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນຫລາຍ ບຸດທິ ຮອງເລ ຂາພັກແຂວງ, ສະຫາຍ ບຸນສົ່ງ ລໍາມະ ຍົດ ຄະນະພັກຮາກຖານ, ຮອງຫົວ ຫນ້າພະແນກ ກປຂ, ມີຂະແໜງ ການກ່ຽວຂ້ອງ ແລະ ແຂກຖືກ ເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້ ສະຫາຍ ເພັດສະຫມອນ ໄຊຍະວົງ ຮອງເລ ຂາຫນ່ວຍພັກ, ຫົວຫນ້າຂະແຫນງ ປ່າໄມ້ ແຂວງເຊກອງໄດ້ຂຶ້ນຜ່ານ ຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ບົດສໍາຫລວດຂອງ ຄະນະພັກຊຸດເກົ່າ ທີ່ຍົກໃຫ້ເຫັນ ສະພາບລວມ ແລະ ຜົນງານການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງພັກ ຕິດພັນກັບການ ປະຕິບັດວຽກງານວິຊາສະເພາະ ເຫັນວ່າ: ໄລຍະ 5 ປີຜ່ານມາ ຄະ ນະໜ່ວຍພັກ ໄດ້ສຸ່ມໃສ່ການສຶກສາົບຮົມການເມືອງແນວຄິດໃຫ້ແກ່ ສະມາຊິກພັກ-ພະນັກງານພາຍໃນ ຂະແຫນງປ່າໄມ້ ໃຫ້ກຳແໜ້ນພາ ລະບົດບາດ, ສິດຫນ້າທີ່ ແລະ ຂໍ້ຫ້າມ ຂອງສະມາຊິກພັກ, ຍຶດຖື ແລະ ປະ ຕິບັດຫລັກການລວມສູນປະຊາທິ ປະໄຕ ນໍາພາເປັນໝູ່ຄະນະ, ຕິດພັນ ກັບການກໍ່ສ້າງ ແລະ ຂະຫຍາຍພັກ ພ້ອມທັງນໍາພາຈັດຕັ້ງປະຕິບັດ, ເສີມ ຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຄຽງຄູ່ ກັບການຂະຫຍາຍວຽກງາຍອົງ ການຈັດຕັ້ງມະຫາຊົນໃຫ້ເຂັ້ມແຂງ, ຕິດພັນກັບການປະຕບັດວຽກງານ ວິຊາສະເພາະໄດ້ດີຂຶ້ນ, ໂດຍໄດ້ສຸມ ໃສ່ເກັບແກ່ນໄມ້ ໄດ້ 69%, ຜະລິດ ເບ້ຍໄມ້ ໄດ້50%, ປູກໄມ້ ໄດ້ 53%, ກຳນົດເຂດຟື້ນຟູປ່າໄມ້ ໄດ້ 60% ແລະ ຂຶ້ນທະບຽນສວນປູກໄມ້ໄດ້ 119% ຂອງແຜນການ; ສໍາລັບ ທິດທາງແຜນການ 5 ປີຕໍ່ໜ້າສືບ ຕໍ່ຍົກສູງບົດບາດການນໍາພາຂອງ ພັກໃຫ້ເປັນແກນນໍາໃນລະບົບການ ເມືອງ, ເອົາໃຈໃສ່ວຽກງານສຶກສາ ອົບຮົມການ ເມືອງນໍາພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານໃຫ້ ໜັກແໜ້ນ, ປັບປຸງ, ກໍ່ສ້າງພັກໃຫ້ ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບ ແຜນການນໍາພາວິທີເຮັດວຽກໃຫ້ເຕີບໃຫຍ່ເຂັ້ມແຂງ, ຊຸກຍູ້ອົງການ ຈັດຕັ້ງມະຫາຊົນໃຫ້ ມີການເຄື່ອນ ໄຫວ ຢ່າງເປັນລະບົບທັງຮັບປະກັນ ທາງດ້ານຄຸນນະພາບ, ຈະສູ້ຊົນ ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນພັດທະນາວຽກງານຄຸ້ມ ຄອງປ່າໄມ້ ໃຫ້ມີລັກສະນະເພີ່ມຂຶ້້ນ.

ຈາກນັ້ນ, ກອງປະຊຸມກໍ່ໄດ້ດໍາ ເນີນການປ່ອນບັດຄັດເລືອກເອົາຄະ ນະໜ່ວຍພັກຊຸດໃໝ່, ຊຶ່ງມີຜູ້ລົງ ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດ ກອງ ປະຊຸມໄດ້ຕົກລົງເປັນເອກະສັນຮັບ ຮອງເອົາສະຫາຍ ເພັດສະຫມອນ ໄຊ ຍະວົງ ເປັນເລຂາໜ່ວຍພັກ, ສະຫາຍ ຄໍາໃບ ແກ້ວຫາວົງ ເປັນຮອງເລຂາ, ສະຫາຍ ບຸນຍໍ ພັນທະວົງ ເປັນຜູ້ ກວດກາໜ່ວຍພັກຂະແຫນງປ່າໄມ້. ໂອກາດນີ້, ສະຫາຍ ບຸນຫລາຍ ບຸດທິ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ຊີ້ນໍາ[1]ນໍາພາສະມາຊິກພັກ-ພະນັກງານ ປະ ຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ ຜົນສໍາເລັດຫຼາຍດ້ານ, ພ້ອມນີ້ກໍ່ໄດ້ ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ສືບຕໍ່ ຊີ້ນໍາໆພາ ສຶກສາອົບຮົມການເມືອງ ແນວຄິດໃຫ້ແກ່ສະມາຊິກພາຍໃນ ໜ່ວຍພັກ, ເປັນແບບຢ່າງນໍາຫນ້າ ຮອບດ້ານໃຫ້ແກ່ສະມາຊິກພັກ, ພະ ນັກງານ, ປັບປຸງແປບແຜນວິທີນໍາ ພາ ແລະ ວິທີເຮັດວຽກໃຫ້ຫນັກແໜ້ນ ເຂັ້ມແຂງ, ນໍາເອົາມະຕິກອງປະຊຸມ ຄັ້ງທີ IV ໄປຜັນຂະຫຍາຍໃຫ້ເກີດ ຜົນ ຕິດພັນກັບການນໍາພາວຽກງານ ວິຊາສະເພາະ ກໍຄືແຜນພັດທະນາ ວຽກງານຄຸ້ມຄອງປ່າໄມ້ ໃຫ້ໃຫ້ປະ ສົບຜົນສໍາເລັດຕາມລະດັບຄາດ ໝາຍທີ່ວາງໄວ້.

KPL

ຂ່າວອື່ນໆ

ads
ads

Top