ທົ່ວໂລກໃຫ້ການຍອມຮັບນັກກິລາທີມຊາດຈີນສ້າງຜົນງານດີທີ່ສຸດໃນກິລາໂອລິມປິກປາຣີ 2024

15/10/2024 12:25
Email Print 2364
ຂປລ ເຖິງແມ່ນວ່າງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 (ສິງຫາ2024) ແລະ ງານກິລາໂອລິມປິກຄົນພິການປາຣີຄັ້ງທີ 17( 28 ສິງຫາ ຫາ ວັນທີ 8 ກັນຍາ2024) ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງປາຣີ ຂອງຝຣັ່ງໄດ້ອັດລົງແລ້ວ, ແຕ່ສິ່ງໜຶ່ງທີ່ຊາວໂລກຍັງຈົດຈໍາຕະຫຼອດມາແມ່ນຜົນງານການປະກອບສວ່ນຂອງຄະນະນັກກິລາທີມຊາດຈີນ.
   

     *ເຖິງແມ່ນວ່າງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 (ສິງຫາ2024) ແລະ ງານກິລາໂອລິມປິກຄົນພິການປາຣີຄັ້ງທີ 17( 28 ສິງຫາ ຫາ ວັນທີ 8 ກັນຍາ2024) ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງປາຣີ ຂອງຝຣັ່ງໄດ້ອັດລົງແລ້ວ, ແຕ່ສິ່ງໜຶ່ງທີ່ຊາວໂລກຍັງຈົດຈໍາຕະຫຼອດມາແມ່ນຜົນງານການປະກອບສວ່ນຂອງຄະນະນັກກິລາທີມຊາດຈີນ, ໃນນັ້ນນັກກິລາຄົນພິການທີມຊາດຈີນ ຊີງໄດ້ທັງໝົດ 220 ຫລຽນ, ໃນນັ້ນໄດ້ 94 ຫລຽນຄຳ, 76 ຫລຽນເງິນ ແລະ 50 ຫລຽນທອງ, ເຊິ່ງໄດ້ສ້າງຜົນງານທີ່ໜ້າອັດສະຈັນໃຫ້ແກ່ຊາວໂລກ. ນັບແຕ່ງານກິລາໂອລິມປິກ ຄົນພິການ ອາແຕນ 2004 ເປັນຕັ້ນມາ, ຈີນໄດ້ຄອງເຈົ້າຫລຽນຄຳ ມາໂດຍຕະຫລອດ ແລະ ເປັນອັນດັບທີ 1 ໃນຕາຕະລາງ ສະຫລຸບຫລຽນງານກິລາໂອລິມປິກຄົນພິການເຖິງ 6 ຄັ້ງຕິດຕໍ່ກັນ. ສວ່ນໃນງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ເຖິງແມ່ນວ່າຈະບໍ່ໄດ້ຕິດເປັນອັນດັບໜຶ່ງຂອງຕາຕະລາງທີ່ໄດ້ຮັບຫຼຽນຫຼາຍທີ່ສຸດ, ແຕ່ຄະນະນັກກິລາທີມຊາດຈີນກໍສາມາດສ້າງຜົນງານໄດ້ດີທີ່ສຸດໃນງານກິລາໂອລິມປິກປາຣີ 2024 ຄືຍາດໄດ້ 40 ຫຼຽນຄຳ, 27 ຫຼຽນເງິນ ແລະ 24 ຫຼຽນທອງ ລວມທັງໝົດ 91 ຫຼຽນ,ເຊິ່ງໃນງານຄັ້ງນີ້, ຈີນໄດ້ສົ່ງຄະນະນັກກິລາທີມຊາດເຂົ້າຮ່ວມທັງໝົດ 404 ຄົນ ລົງແຂ່ງຂັນ 30 ກວ່າຊະນິດກິລາ ມີຈຳນວນ 200 ກວ່າລາຍການ.

     ໃນນັ້ນ ມີ 12 ລາຍການໄດ້ຮັບຫຼຽນຄຳງານກິລາໂອລິມປິກເປັນເທື່ອທຳອິດ, ມີ 8 ລາຍການໄດ້ຮັບຫຼຽນໂອລິມປິກເປັນເທື່ອທຳອິດ ແລະ ຍັງມີ 13 ລາຍການໄດ້ສ້າງສະຖິຕິດີທີ່ສຸດໃນປະຫວັດສາດທີ່ເຂົ້າຮ່ວມງານກິລາໂອລິມປິກ. ໃນບົດນີ້, ຜູ້ຂຽນຂໍຍົກໃຫ້ເຫັນເຖິງຄວາມໂດດເດັ່ນຂອງນັກກິລາຈີນ ແມ່ນນັກກິລາລຸ້ນສືບທອດສາມາດຍາດໄດ້ຫຼຽນຄຳກິລາໂອລິມປິກປາຣີລະດູຮ້ອນຄັ້ງທີ 33 ເຊັ່ນນາງສວນຫົງສານອາຍຸພຽງແຕ່ 17 ປີ ແລະ ນາງເສິນຢູ້ຊີອາຍຸ 19 ປີ ທັງສອງຍາດໄດ້ຫຼຽນຄຳໂດດນ້ຳຈາກແທ່ນ 10 ແມັດຄູ່ຍິງ. ສວ່ນນາງເຈິ້ນຊິນເວີນອາຍຸພຽງ 21 ປີຄວ້າໄດ້ຫຼຽນຄຳຍິງດ່ຽວໃນການແຂ່ງຂັນເຕັນນິດຂອງງານກິລາໂອລິມປິກປາຣີເປັນຄັ້ງປະຫວັດສາດ. ພ້ອມນັ້ນ, ທ້າວ ພານຈານເລີ ທີ່ມີອາຍຸ 20 ປີຍັງໄດ້ທຳ ລາຍສະຖິຕິໂລກ ແລະ ຍາດໄດ້ຫຼຽນຄຳໃນການແຂ່ງຂັນລອຍນ້ຳທ່າຟຣີສະໄຕ 100 ແມັດຊາຍ, ນາງເຊິ້ງລີຮາວ ອາຍຸ 19 ປີ ແລະ ນາງຮວງຢູຖິງ ອາຍຸ 17 ປີຍາດໄດ້ຫຼຽນຄຳຫຼຽນທຳອິດໃຫ້ແກ່ທີມຊາດຈີນໃນງານກິລາໂອລິມປິກປາຣີຈາກລາຍການຍິງປືນ ແລະ ນາງ ເຈິ້ງຮາວຮາວ ອາຍຸພຽງ 11 ປີ ເປັນນັກກິລາສະເກັດທີ່ໜຸ່ມທີ່ສຸດໃນທີມຊາດຂອງຈີນຊຸດນີ້ ແລະ ປີ 2024 ນີ້ ລາວຫາກໍຮຽນຈົບໂຮງຮຽນປະຖົມເທົ່ານັ້ນ. ພິເສດ,ໃນການແຂ່ງຂັນລາຍການປີ່ງປ່ອງ, ທີມປິ່ງປ່ອງຊາຍຈີນໄດ້ຊະນະທີມປິ່ງປ່ອງຊາຍຊູູແອດດ້ວຍ 3:0, ຊີງໄດ້ຫຼຽນຄຳເປັນຄັ້ງທີ 5 ລຽນຕິດ. ທ້າວ ໝ້າລົງ(Ma Long) ອາຍຸ 35 ປີ ນັກກິລາປິ່ງປ່ອງອາວຸໂສຂອງຈີນ ໄດ້ຮັບຫຼຽນຄຳຫຼຽນທີ 6 ຂອງງານກິລາໂອລິມປິກ,ກາຍເປັນນັກກິລາຂອງຄະນະນັກກິລາຈີນທີ່ໄດ້ຮັບຫຼຽນຄຳຫຼາຍທີ່ສຸດໃນປະຫວັດສາດຂອງງານກິລາໂອລິມປິກ ແລະ ໃນການແຂ່ງຂັນປີ່ງປ່ອງປະເພດທີມຍິງຮອບຊີງຊະນະເລີດຂອງງານກິລາໂອລິມປິກປາຣີ, ທີມຈີນໄດ້ຊະນະທີມຍີ່ປຸ່ນ, ຊີງໄດ້ຫຼຽນຄຳ ເຊິ່ງເປັນການຊີງໄດ້ຫຼຽນຄຳ 5 ຄັ້ງລຽນຕິດກັນໃນງານກິລາໂອລິມປິກ. ທີມຈີນໄດ້ຄວ້າຫຼຽນຄຳ 5 ຫຼຽນ ຄືເປັນຫຼຽນຄຳທັງໝົດຂອງລາຍການປິ່ງປ່ອງໃນງານກິລາໂອລິມປິກເປັນຄັ້ງທຳອິດ.ສວ່ນໃນການແຂ່ງຂັນລອຍນ້ຳຟຣີສະໄຕ 100 ແມັດຊາຍ, ທ້າວ ພ່ານຈັນເລີ້ ນັກກິລາຈີນໄດ້ບຸກທະລຸສະຖິຕິໂລກທີ່ຕົນເອງເຄີຍສ້າງຂຶ້ນມາແລ້ວ ແລະ ຍາດໄດ້ຮັບຫຼຽນຄຳດ້ວຍ ເວລາ 46 ວິນາທີ 40 ລິບດາ.

     ນີ້ແມ່ນຫຼຽນຄຳຫຼຽນທຳອິດ ໃນລາຍການລອຍນ້ຳຟຣີສະໄຕຊາຍຂອງງານກິລາໂອລິມປິກໃນປະຫວັດສາດກິລາລອຍນ້ຳຂອງຈີນ. ຫຼັງການແຂ່ງຂັນ, ທ້າວ ພ່ານຈັນເລີ້ໃຫ້ສຳພາດວ່າ:“ມື້ນີ້ ໄດ້ເອົາຊະນະໝົດທຸກຄົນທີ່ເຄີຍດູໝິ່ນພວກເຮົາ! ການທີ່ສາມາດບຸກທະລຸສະຖິຕິໂລກໃນສະທີ່ລອຍຍາກລໍາບາກແບບນີ້ ແມ່ນຍ້ອນຄວາມຫວັງຂອງທຸກຄົນ, ຂ້າພະເຈົ້າສຳຜັດໄດ້ກ່ອນເວລາທີ່ລົງສະ”. ສໍາລັບການແຂ່ງຂັນຮອບຊິງຫຼຽນຄໍາເທັນນິດປະເພດຍິງດ່ຽວ, ນາງເຈີ້ງຊິນເວີນ ນັກກິລາຈີນໄດ້ເອົາຊະນະນາງໂດນນາ ເວກິກ ນັກກິລາປະເທດໂກຣອາຊີດ້ວຍຄະແນນ 2:0, ຍາດໄດ້ຫຼຽນຄຳ. ນີ້ແມ່ນຫຼຽນຄຳຫຼຽນທຳອິດທີ່ນັກກິລາຈີນຊິງໄດ້ໃນການແຂ່ງຂັນເທັນນິດປະເພດຍິງດ່ຽວຂອງງານກິລາໂອລິມປິກ ທັງແມ່ນນັກກິລາເທັນນິດຈີນຍາດໄດ້ຫຼຽນຄຳໃນງານກິລາໂອລິມປິກອີກຄັ້ງໜຶ່ງໃນຮອບ 20 ປີ ພາຍຫຼັງນັກກິລາຈີນໄດ້ແຊມໃນການແຂ່ງຂັນເທັນນິດປະເພດຄູ່ຍິງຂອງງານກິລາໂອລິມປິກອາແຕນ 2004. ເມື່ອທຽບໃສ່ຜົນການແຂ່ງຂັນແລ້ວ, ສິ່ງທີ່ເຮັດໃຫ້ພວກເຮົາຮູ້ສຶກປິຕິຊົມຊື່ນຫຼາຍທີ່ສຸດນັ້ນກໍຄືຄວາມໝັ້ນໃຈ ແລະ ຄວາມມີຊີວິດຊີວາຂອງນັກກິລາທີ່ຍັງໜຸ່ມແໜ້ນເຫຼົ່ານນີ້. ໃນສະໜາມແຂ່ງຂັນ, ພວກເຂົາເຈົ້າເປັນດາລາກິລາທີ່ໂດດເດັ່ນຫຼາຍ ເຊິ່ງໄດ້ສູ້ຊົນຜ່ານຜ່າຢ່າງອົງອາດກ້າຫານ ແລະ ບໍ່ມີຄວາມສະທ້ານຢ້ານກົວ. ແຕ່ຢູ່ນອກສະໜາມການແຂ່ງຂັນ, ພວກເຂົາເຈົ້າເປັນຄືເດັກນ້ອຍທຳມະດາທົ່ວໄປ, ມັກຫຼິ້ນມັກມ່ວນ, ເຮັດໃຫ້ຊາວເນັດຫຼາຍຄົນຮູ້ສຶກວ່າ “ເຮົາສາມາດຊອກຫາຈຸດຮ່ວມກັນກັບແຊັມໂອລິມປິກໄດ້ຢ່າງງ່າຍດາຍ.” ຕໍ່ຜົນສຳເລັດດັ່ງກ່າວ, ບໍ່ພຽງແຕ່ຊາວໂລກໃຫ້ການຍ້ອງຍໍຊົມເຊີຍນັກກິລາຈີນ ນອກຈາກຍາດໄດ້ຫຼຽນແລ້ວ ຍັງເປັນນັກກິລາທີ່ໄດ້ຮັບການຢັ້ງຢືນທີ່ມີການຫຼີ້ນໃນມາດຕະຖານ ໂອລິມປິກສາກົນຢ່າງແທ້ຈິງ ແລະ ບໍ່ມີການໃສ່ສານກະຕຸ້ນຕາມການໃສ່ຮ້າຍປ້າຍສີຂອງຜູ້ບໍ່ຫວັງດີ.

***ອ່ານຕໍ່ສະບັບໜ້າ***

ໂດຍ:ດວງຈິດສະຫວັດບຸນມີ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top