ກຽມເຜີຍແຜ່ ວັດທະນະທຳເກົາຫລີຜ່ານສີລະປິນສູ່ສາຍຕາຊາວລາວ

10/10/2024 18:47
Email Print 2812
ຂປລ ເປັນອີກງານໜຶ່ງ ທີ່ຫລາຍຄົນຕັ້ງໜ້າລໍຄ່ອຍຖ້າວ່າປານໃດຈະຮອດມື້ງານເດ ເພາະຈະໄດ້ພົບກັບຄວາມຕື່ນເຕັ້ນຢ່າງຍິ່ງໃຫຍ່ບໍ່ ວ່າຈະເປັນແສງ, ສີ, ສຽງ.

*ເປັນອີກງານໜຶ່ງ ທີ່ຫລາຍຄົນຕັ້ງໜ້າລໍຄ່ອຍຖ້າວ່າປານໃດຈະຮອດມື້ງານເດ ເພາະຈະໄດ້ພົບກັບຄວາມຕື່ນເຕັ້ນຢ່າງຍິ່ງໃຫຍ່ບໍ່ ວ່າຈະເປັນແສງ, ສີ, ສຽງ ແລະ ສິລະປິນຫລາຍໆທ່ານ ທັງລາວ ແລະ ຕ່າງປະເທດ ບໍ່ວ່າຈະເປັນແບັກອ້າຍ, ຕ່າຍອາກາດ, ນອກນີ້, ຍັງມີສິປະປິ່ນຫລາຍປະເທດເຂົ້າຮ່ວມ ແຕ່ທີ່ແຟນເພງຄອຍຖ້າຫລາຍທີ່ສຸດຄືວົງ GOT7 ຂອງ ສ.ເກົາຫລີກໍເປັນອີກໜຶ່ງທ່ານທີ່ຈະມາສ້າງຄວາມສຸກ, ຄວາມປະທັບໃຈໃຫ້ແຟນເພງຊາວລາວ ໃຫ້ໄດ້ເບີກບານມ່ວນຊື່ນໄດ້ທີ່ງານ 2024 Round Festival ທີ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນໃນວັນທີ 2-3 ພະຈິກ 2024. ຖືວ່າເປັນຂ່າວດີ ສຳລັບແຟນໆເຄປັອບໃນລາວເພາະງານ 2024 Round Festival ກຳລັງຈະມາຈັດທີ່ລາວເປັນຄັ້ງທຳອິດ ແລະ ຄວາມຕື່ນເຕັ້ນກໍເພີ່ມຂຶ້ນເປັນທະວີຄູນ ເພາະແບມແບມ (Bambam) ໜຶ່ງ ໃນສະມາຊິກຂອງວົງ GOT7 ຈະມາຮ່ວມງານນີ້ ນຳຄວາມພິເສດຂອງງານນີ້ແມ່ນເປັນການປະສົມປະສານລະຫວ່າງຄວາມເປັນລາວ ແລະ ຄວາມເປັນເຄປັອບ. ແບມແບມທີ່ມີຄວາມຮັກຕໍ່ກັບແຟນໆຊາວລາວມາໂດຍຕະຫລອດຈະນຳສະເໜີການສະແດງສຸດພິເສດທີ່ເຕັມໄປດ້ວຍພະລັງຂອງເຄປັອບ ທີ່ທຸກຄົນຫ້າມພາດຢ່າງເດັດຂາດ.

ນອກຈາກທີ່ແບມແບມ ຈະມາເປັນໂຮສຕ໌ (host) ຫລັກຂອງງານເພື່ອນຳພາຄວາມປະທັບໃຈ ແລະ ຄວາມມ່ວນຊື່ນໃນງານນີ້ແລ້ວ, ຍັງມີການສະແດງດົນຕີຈາກສິລະປິນລາວ ແລະ ເກົາຫລີ ແລະ ຍັງມີກິດຈະກຳທີ່ຫລາກຫລາຍເຊັ່ນ: ການສະແດງທາງດ້ານວັດທະນະທຳ, ການວາງສະແດງທາງດ້ານສິລະປະ ແລະ ກິດຈະກຳເພື່ອສົ່ງເສີມການແລກປ່ຽນວັດທະນະທຳຜ່ານດົນຕີ ແລະ ສິລະປະຂອງທັງສອງປະເທດອື່ນໆອີກໃຫ້ຜູ້ເຂົ້າຮ່ວມງານໄດ້ສຳຜັດ. ເວົ້າໄດ້ວ່າງານນີ້ ຈະເປັນພື້ນທີ່ໃໝ່ທີ່ສຳຄັນໃນການເຊື່ອມໂຍງວັດທະນະທຳຂອງລາວເຂົ້າກັບສາກົນ ແລະ ຍັງຊ່ວຍຍົກລະດັບຄວາມສຳພັນລະຫວ່າງລາວ ແລະ ເກົາຫລີໃຕ້ຜ່ານທາງດົນຕີ.

ຕິດຕາມການອັບເດດກ່ຽວກັບງານນີ້ໄດ້ທາງ ROUND Festival.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top