ຂປລ
ສະມາຄົມ ມິດຕະພາບ ຫວຽດນາມ-ກຳປູເຈຍ ນະຄອນ ໂຮ່ຈີມິນ ໄດ້ຈັດງານ ພົບປະແລກປ່ຽນ ລະຫວ່າງ ອະດີດ ທະຫານ ອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຊ່ວຍເຫລືອ ກຳປູເຈຍ ກັບນັກສຶກສາ ກຳປູເຈຍ ແລະ ສປປ ລາວ ທີ່ພວມຮ່ຳຮຽນ ຢູ່ນະຄອນ ໂຮ່ຈີມິນ

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 21 ກໍລະກົດ ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມ ມິດຕະພາບ ຫວຽດນາມ-ກຳປູເຈຍ ນະຄອນ ໂຮ່ຈີມິນ ໄດ້ຈັດງານ ພົບປະແລກປ່ຽນ ລະຫວ່າງ ອະດີດ ທະຫານ ອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຊ່ວຍເຫລືອ ກຳປູເຈຍ ກັບນັກສຶກສາ ກຳປູເຈຍ ແລະ ສປປ ລາວ ທີ່ພວມຮ່ຳຮຽນ ຢູ່ນະຄອນ ໂຮ່ຈີມິນ. ເຂົ້າຮ່ວມງານພົບປະມີ ທ່ານ ຈັນໂສຣິກັນ (Chan Sorykan), ຫົວໜ້າ ສະຖານກົງສູນໃຫຍ່ ກຳປູເຈຍ ແລະ ທ່ານ ພອນສີ ບຸນມີໄຊ, ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນ ໂຮ່ຈີມິນ ເພື່ອຊ່ວຍໃຫ້ ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບ ນ້ຳໃຈ ອັນດີງາມ ລະຫວ່າງ 3 ປະເທດ, ປະກອບສ່ວນ ສ້າງນ້ຳໃຈ ສາມັກຄີ, ການຮ່ວມມື ມິດຕະພາບ ທີ່ເປັນມູນເຊື້ອ ສສ ຫວຽດນາມ-ສປປ ລາວ-ກຳປູເຈຍ. ນາງ ສຸພາພອນ ນັກສຶກສາລາວ ພວມຮຽນຢູ່ ມະຫາວິທະຍາໄລ ແພດສາດ ຟ້າມງອກແທກ ໄດ້ແບ່ງປັນວ່າ: “ນ້ອງຮູ້ສຶກ ສະເທືອນໃຈ ຕໍ່ການເສຍສະຫລະ ເພື່ອປະຊາຊົນ, ເພື່ອປະເທດຊາດ ຂອງລຸ້ນພໍ່ລຸ້ນອ້າຍ ເພື່ອຍາດໄດ້ ເອກະລາດຄື ໃນວັນນີ້, ເພື່ອໃຫ້ພວກນ້ອງ ມີໂອກາດໄດ້ໄປຮຽນ. ນ້ອງດຳລົງຊີວິດຢູ່ ສສ ຫວຽດນາມ ໄດ້ 2 ປີ ແລ້ວ ແລະ ນ້ອງເຫັນວ່າ ຮັກປະຊາຊົນ ຫວຽດນາມ ທີ່ສຸດ, ສະໜິດ ສະໜົມຫລາຍ. ໃນການຮ່ຳຮຽນນັ້ນ ຄູ-ອາຈານ ກໍເບິ່ງແຍງ ພວກນ້ອງ ຄືແມ່ຜູ້ທີ 2 ຂອງຕົນ.”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL