ພູມປັນຍາລະດັບສູງໃນປຶ້ມເຫລັ້ມຕ່າງໆຂອງ ທ່ານ ເລຂາທິການໃຫຍ່ ຫງວຽນຝຸຈ້ອງ

20/07/2024 11:34
Email Print 923
ຂປລ ໃນເກືອບ 2 ປີຜ່ານມາ, ມີປຶ້ມອັນ ລ້ຳຄ່າ ຫລາຍເຫລັ້ມຂອງ ທ່ານ ຫງວຽນ ຝຸຈ້ອງ, ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ສະເໜີຕົວ ຕໍ່ຜູ້ອ່ານ. ນັ້ນແມ່ນປຶ້ມ ທີ່ມີຄຸນຄ່າ ທີ່ສຸດ, ສະສົມ ການສະຫລຸບ ບັນດາບົດ ກ່າວປາໄສ, ບົດໂອ້ລົມ, ການຊີ້ນຳ ນຳພາຂອງ ທ່ານ ເລຂາ ທິການໃຫຍ່; ສະແດງ ໃຫ້ເຫັນ ຈິນຕະນາການ ທີ່ແຫລມຄົມ, ວິໄສທັດ ດ້ານການເມືອງ ທີ່ດີເດັ່ນ ຂອງຜູ້ນຳພັກ ກອມມູນິດ ຫວຽດນາມ ກ່ຽວກັບ ຫລາຍບັນຫາສຳຄັນ ຂອງປະເທດຊາດ ໃນຍຸກສະໄໝໃໝ່.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ20 ກໍລະກົດນີ້,  ໃນເກືອບ 2 ປີຜ່ານມາມີປຶ້ມອັນ ລ້ຳຄ່າ ຫລາຍເຫລັ້ມຂອງ ທ່ານ ຫງວຽນ ຝຸຈ້ອງ,  ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ສະເໜີຕົວ ຕໍ່ຜູ້ອ່ານນັ້ນແມ່ນປຶ້ມ ທີ່ມີຄຸນຄ່າ ທີ່ສຸດສະສົມ ການສະຫລຸບ ບັນດາບົດ ກ່າວປາໄສບົດໂອ້ລົມການຊີ້ນຳ ນຳພາຂອງ ທ່ານ ເລຂາ ທິການໃຫຍ່ສະແດງ ໃຫ້ເຫັນ ຈິນຕະນາການ ທີ່ແຫລມຄົມວິໄສທັດ ດ້ານການເມືອງ ທີ່ດີເດັ່ນ ຂອງຜູ້ນຳພັກ ກອມມູນິດ ຫວຽດນາມ ກ່ຽວກັບ ຫລາຍບັນຫາສຳຄັນ ຂອງປະເທດຊາດ ໃນຍຸກສະໄໝໃໝ່. ໃນບັນດາດ ສືສິງພິມ ຂອງທ່ານ ເລຂາ ທິການໃຫຍ່ ຫງວຽນຝຸຈ້ອງ ກ່ຽວກັບ ບັນດາ ບັນຫາ ພື້ນຖານ ໃນພາລະກິດ ແຫ່ງການສ້າງສາ, ປົກປັກຮັກສາ ປະເທດຊາດ, ການປ່ຽນແປງໃໝ່, ການພັດທະນາ ປະເທດຊາດ ໄດ້ພິມຈຳໜ່າຍ ໃນຊຸມປີມໍ່ໆມານີ້, ປຶ້ມ ກໍ່ສ້າງ ແລະ ພັດທະນາ ພື້ນຖານ ວັດທະນະທຳ ຫວຽດນາມ ໃຫ້ກ້າວໜ້າ ແລະ ເຂັ້ມຄົ້ນ ເຕັມໄປດ້ວຍ ສີສັນຊາດໄດ້ສະເໜີຕົວ ໃນວັນທີ 21 ມິຖຸນາ ທີ່ຜ່ານມາ ແມ່ນສື່ສິງພິມ ທີ່ມີ 927 ໜ້າ. ປຶ້ມໄດ້ເລືອກເອົາ 92 ບົດຂຽນ, ບົດກ່າວປາໄສ, ການຕອບສຳພາດ, ຈົດໝາຍ ຕ່າງໆ ຂອງທ່ານ ເລຂາ ທິການໃຫຍ່ ຫງວຽນ ຝຸຈ້ອງ ກ່ຽວກັບ ການສ້າງສາ ແລະ ພັດທະນາ ວັດທະນະທຳ ຫວຽດນາມ. ດ້ວຍພູມປັນຍາ ລະດັບສູງ, ຄວາມເຂົ້າໃຈ ຢ່າງເລິກເຊິ່ງ ກວ້າງຂວາງ, ທ່ານ ເລຂາ ທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເຮັດໃຫ້ ບັນດາຫລັກການ ພື້ນຖານ ກ່ຽວກັບ ວັດທະນະທຳ ມີຄວາມເລິກເຊິ່ງ, ອຸດົມສົມບູນ, ມີຊີວິດຊີວາ ກ່ວາເກົ່າ ແລະ ວັດທະນະທຳ ແມ່ນຄຸນຄ່າ, ແມ່ນຈິດວິນຍານ ແຫ່ງຄວາມມີ ຊີວິດ ຊີວາ, ກຳລັງແຮງ ຂອງຊາດ. ໃນປຶ້ມ, ທ່ານ ເລຂາທິການ ຢັ້ງຢືນວ່າ: ຕ້ອງພັດທະນາ ວັດທະນະທຳ ຢ່າງຄົບຊຸດ ທຽບເທົ່າກັບ ການເມືອງ, ເສດຖະກິດ, ສັງຄົມ, ຕິດພັນກັບ ການເຕີບໂຕ ດ້ານເສດຖະກິດ ດ້ວຍການພັດທະນາ ວັດ ທະນະທຳ, ຍົກສູງຊີວິດ ດ້ານວັດທະນະທຳ, ເຮັດໃຫ້ ວັດທະນະທຳ ເຊື່ອມຊືມ ເຂົ້າທຸກດ້ານ, ທຸກຂົງເຂດ, ທຸກການພົວພັນ ຂອງຊີວິດ, ສ້າງ ແລະ ເສີມຂະຫຍາຍ ລະບົບ ຄຸນຄ່າ ແຫ່ງຊາດ, ລະບົບ ຄຸນຄ່າ ວັດທະນະທຳ, ລະບົບ ຄຸນຄ່າ ຄອບຄົວ, ເຮັດເປັນພື້ນຖານ ກຳນົດ ມາດຖານຄຸນຄ່າ ຄຸນສົມບັດ ແລະ ສ້າງກຳລັງແຮງ ຂອງຊາວຫວຽດນາມ. ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຢັ້ງຢືນວ່າ: ປຶ້ມມີຄຸນຄ່າ ອັນລ້ຳຄ່າທີ່ສຸດ, ຍ້ອນວ່າ ນີ້ບໍ່ພຽງແຕ່ ແມ່ນຜະລິດຕະພັນ ທາງດ້ານພູມປັນຍາ ທີ່ມີຄວາມສຸດຈິດ ສຸດໃຈ ຂອງທ່ານເລຂາທິການໃຫຍ່ ເທົ່ານັ້ນ ຫາກຍັງ ສຳຄັນ ກວ່ານັ້ນແມ່ນ ກິດຈະກຳ ທາງດ້ານວິທະຍາສາດ ທີ່ມີລັກສະນະ ເປັນລະບົບ, ເຕົ້າໂຮມ ບັນດາແນວຄິດ ທັດສະນະຊີ້ນຳ, ບົດກ່າວປາໄສ, ບົດຂຽນ ຂອງຜູ້ນຳພັກກອມມູນິດ ຫວຽດນາມ ກ່ຽວກັບ ທາດແທ້ ແລະ ລັກສະນະ ພິເສດ ຂອງພື້ນຖານ ວັດທະນະທຳ ຫວຽດນາມ,ກ່ຽວກັບ ບົດບາດ ພາລະກຳ ຂອງວັດທະນະທຳ ຄືແຫລ່ງກຳລັງ ທີ່ເກີດຂຶ້ນ ຈາກພາຍໃນ ໃຫ້ແກ່ ການພັດທະນາ ແບບຍືນຍົງ, ຄວາມຜູກພັນ ຂອງວັດທະນະທຳ ກັບເສດຖະກິດ ແລະ ການເມືອງກ່ຽວກັບ ການຮັກສາ ຄຸນຄ່າ ວັດທະນະທຳ ທີມີມູນເຊື້ອ ປະຕິວັດ, ກ່ຽວກັບ ການພັດທະນາ ໃນຍຸກສະໄໝໃໝ່. ເສີມຂະຫຍາຍ ມູນເຊື້ອ ມະຫາສາມັກຄີ ທົ່ວປວງຊົນ ທັງຊາດ, ສ້າງສາປະເທດຊາດ ຫວຽດນາມ ໃຫ້ນັບມື້ ນັບຮັ່ງມີ ເຂັ້ມແຂງ, ສີວິໄລ, ມີຄວາມຜາສຸກແມ່ນປຶ້ມຂອງ ທ່ານ ເລຂາ ທິການໃຫຍ່ ກ່ຽວກັບ ການເສີມຂະຫຍາຍ ກຳລັງແຮງ ມະຫາສາມັກຄີ ທົ່ວປວງຊົນ ທັງຊາດ ໃນໄລຍະປະຈຸບັນ. ທ່ານ ຮວິ່ງດາມ, ອະດີດ ປະທານ ຄະນະກຳມະການ ສູນກາງ ແນວໂຮມ ປະເທດຊາດ ຫວຽດນາມ ຢັ້ງຢືນວ່າ: ນັບແຕ່ ຫົວທີ ພັກໄດ້ກຳນົດວ່າ ຢາກໃຫ້ ພາລະກິດ ແຫ່ງການປະຕິວັດ ປະສົບຜົນສຳເລັດ ແມ່ນຕ້ອງມີ ຄວາມໄວ້ເນື້ອ ເຊື່ອໃຈ, ອີງໃສ່ ແລະ ເສີມຂະຫຍາຍ ໄດ້ກຳລັງແຮງ ມະຫາສາມັກຄີ ທົ່ວປວງຊົນທັງຊາດ; ຕ້ອງຢັ້ງຢືນວ່າ ຖືປະຊາຊົນເປັນກົກ”. ບັນດາ ທັດສະນະນີ້ໂດຍ ທ່ານ ເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສືບທອດ, ເສີມຂະຫຍາຍ ຍົກສູງ ແລະ ນັບມື້ ນັບປະຕິບັດໃຫ້ສົມບູນແບບ. ໃນບັນດາ ບົດກ່າວປາໄສ ຂອງຕົນ, ທ່ານ ເລຂາທິການໃຫຍ່ ຫງວຽນ ຝຸຈ້ອງ ໄດ້ຢັ້ງຢືນວ່າ: ຄວາມມະຫາສາມັກຄີ ແມ່ນປັດໄຈ ຕັດສິນ ຊີ້ຂາດ ໄຊຊະນະ ຄວາມຍືນຍົງ ຄົງຕົວ ຂອງພາລະກິດ ແຫ່ງການປະຕິວັດ ຫວຽດນາມ.ໃນຂະນະນັ້ນ, ປຶ້ມ ສ້າງສາ ແລະ ພັດທະນາ ພື້ນຖານ ການຕ່າງປະເທດ, ການທູດ ຫວຽດນາມ ຢ່າງຮອບດ້ານ, ທັນສະໄໝ, ເຂັ້ມຂຸ້ນ ໄປດ້ວຍສີສັນ ຕົ້ນໄມ້ໄຜ່ ຫວຽດນາມຂອງທ່ານ ເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະເໜີຕົວ ໃນວັນທີ 21 ພະຈິກປີ 2023, ໄດ້ຖອດຖອນ ບັນດາແນວຄິດຫລັກ ຂອງການທູດ, ການຕ່າງປະເທດ ຫວຽດນາມ ໃນຕະຫລອດ ໄລຍະປະຫວັດສາດ ນັບພັນປີ ຂອງຊາດ. ທ່ານ ເລຮວ່າຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ກອມມູນິດ ຫວຽດນາມ ເນັ້ນໜັກວ່າ: ນີ້ແມ່ນປຶ້ມ ເຫລັມທຳອິດ ທີ່ໄດ້ຫັນ ບັນດາບົດຂຽນ, ບົດກ່າວປາໄສສຳຄັນ ຂອງທ່ານ ເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໃນທຸກຕຳແໜ່ງ ການນຳ ທີ່ແຕກຕ່າງກັນໃນຂົງເຂດ ການຕ່າງປະເທດ ໃຫ້ເປັນລະບົບ. ທ່ານ ເລຂາ ທິການໃຫຍ່ ໄດ້ເປັນຜູ້ສັງລວມ ແລະ ພັດທະນາ ດ້ານທິດສະດີ, ຍົກອອກແນວຄິດ ບົນພື້ນຖານ ສືບທອດ ມູນເຊື້ອ ຂອງຊາດ ຫວຽດນາມ ແລະ ແນວຄິດ ໂຮ່ຈີມິນ, ຜ່ານວຽກງານທິດສະດີ ແລະ ພຶດຕິກຳຕົວຈິງ ຂອງການພົວພັນ ຕ່າງປະເທດ ເພື່ອໃຫ້ພວກເຮົາ ສ້າງສາ ແລະ ພັດທະນາ ພື້ນຖານການຕ່າງປະເທດ ຢ່າງຮອບດ້ານ, ທັນສະໄໝ , ເຂັ້ມຄົ້ນ ໄປດ້ວຍ ສີສັນໄມ້ໄຜ່ ຫວຽດນາມ.ຈິດຕະນາການ ແລະ ທິດສະດີອັນແຫລມຄົມ ຂອງທ່ານ ເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່ຽວກັບ ແນວທາງ ການຕ່າງປະເທດ ໃນປຶ້ມ, ສະແດງອອກ ຜ່ານຈິດໃຈ ຍາມໃດ ກໍ່ເຊື່ອມຊື່ມ ແນວທາງ ການຕ່າງປະເທດ ທີ່ເປັນເອກະລາດ, ເປັນເຈົ້າຕົນເປັນ, ຫັນເປັນຫລາຍຝ່າຍ, ຫລາຍຮູບ ຫລາຍແບບ, ຫວຽດນາມ ແມ່ນເພື່ອນມິດ ຂອງທຸກໆປະເທດ, ແມ່ນສະມາຊິກ ທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ, ຢຶດໝັ້ນ ກັບແນວຄິດ, ຫລັກການ ແກ້ໄຂ ທຸກບັນຫາ ທີ່ເກີດຂຶ້ນ ແບບບັງເອີນ ຢ່າງມີໄຫວພິບ, ຍາມໃດ ກໍ່ກຳແໜ້ນ ສະພາບການໃໝ່, ການຜັນແປ ໂດຍໄວ  ຂອງສະພາບການ ພາຍໃນ ປະເທດ ແລະ ສາກົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top