ພົບປະສອງຝ່າຍ ລະຫວ່າງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຂັ້ນສູນກາງ

19/07/2024 13:12
Email Print 906
ຂປລ ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນໍາໂດຍ ສະຫາຍ ຫງວຽນ ດັກວິງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການ ວັດທະນະທຳ-ກິລາ ຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມທົ່ວປະເທດຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແຕ່ວັນທີ 18-20 ກໍລະກົດ 2024.



ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ
, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ  ນໍາໂດຍ ສະຫາຍ ຫງວຽນ ດັກວິງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການ ວັດທະນະທຳ-ກິລາ ຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມທົ່ວປະ ເທດຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແຕ່ວັນທີ 18-20 ກໍລະກົດ 2024. 



ໃນວັນທີ
18 ກໍລະກົດ 2024 ນີ້, ໄດ້ມີກອງປະຊຸມພົບປະ ລະຫວ່າງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຂັ້ນສູນກາງ. ຝ່າຍ ລາວ ນໍາໂດຍ ສະຫາຍ  ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຝ່າຍ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ດັກວິງ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການ ວັດທະນະທຳ-ກິລາສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນຕີລາຄາຄືນ ການພົວພັນຮ່ວມມື ແລະ ຈັດກິດຈະກໍາຮ່ວມກັນໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ກິດຈະກໍາຕິດພັນກັບວັນສໍາຄັນຂອງສອງປະເທດ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແຈ້ງສະພາບການພົ້ນເດັ່ນ ຂອງແຕ່ລະປະເທດໃຫ້ກັນຊາບ; ສອງຝ່າຍເຫັນດີຈະສືບຕໍ່ສືບຕໍ່ກົນໄກປະສານງານ, ແລກປ່ຽນ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ, ຂຽວສົດງົດງາມ ແລະ ເກີດດອກອອກຜົນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະຫວຽດນາມ.



ໃນວັນດຽວກັນ
, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໂດຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ຂອງຄະນະຜູ້ແທນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນລາວ-ຫວຽດນາມ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວ ຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ທີ່ໄດ້ສົມທົບກັບຄູ່ຮ່ວມມື ຂອງລາວ ເຄື່ອນໄຫວໂຄສະນາສຶກສາອົບຮົມ ປະຊາຊົນສອງປະເທດ ໂດຍສະເພາະຄຸນຮຸ່ນໃໝ່ ໃຫ້ເຂົ້າໃຈຈະແຈ້ງ, ເລິກເຊິ່ງຕໍ່ສາຍພົວພັນລາວ-ຫວຽດນາມ.



ສະຫາຍ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ
, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງ ແລະ ລາຍງານສະພາບການພົ້ນເດັ່ນການພັດທະນາ ຂອງ ສສ ຫວຽດນາມ ແລະ ການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍສອງຝ່າຍ ໄດ້ຕີລາຄາສູງ ແລະ ປິຕິຍິນດີ ທີ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ໃຫ້ຂຽວສົດງົດງາມ, ເກີດດອກອອກຜົນ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ.
KPL

ຂ່າວອື່ນໆ

    • ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງການເມືອງ

      ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ

      3/19/2025 6:31:46 PM

      ຂປລ. ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງໃນບາງໜວດ, ບາງມາດຕາ ເປັນຕົ້ນ ມາດຕາ 29 ປັບເວລາພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫລັກການສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີນັ້ນ, ສສຊ ຫລາຍທ່ານ ໄດ້ສະແດງຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄືນຕໍ່ກັບມາດຕາດັ່ງກ່າວ.

    • ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີການເມືອງ

      ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີ

      3/19/2025 6:27:28 PM

      ຂປລ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ, ມີຄະນະນໍາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນໍາສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ຄະນະກົມ, ຫ້ອງການ, ພະນັກງານປະຕິວັດອາວຸໂສ, ສະມາຊິກສະຫະພັນນັກຮົບເກົ່າ 9 ເມືອງ ​ໃນນະຄອນຫລວງວຽງຈັນ

    • ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີການເມືອງ

      ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີ

      3/19/2025 1:46:13 PM

      ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດ​ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ​ໃນ​ວັນ​ທີ 19 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນ ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະພັກ, ຄະນະນຳ, ສະມາຊີກພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ

      3/19/2025 1:23:35 PM

      ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ​ໃນວັນ 19 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານ ສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບປຸງ

    • ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານການເມືອງ

      ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

      3/18/2025 5:42:08 PM

      ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ.

ads
ads

Top