ຮອງປະທານ ສນຊ ພົບປະຄະນະ ກຳມະການແນວລາວສ້າງແຂວງຫົວພັນ

17/07/2024 17:31
Email Print 947
ຂປລ ຂປລ. ວັນທີ 16 ກໍລະກົດ 2024 ຜ່ານມາ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມຄະນະໄດ້ ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການສູນກາງແນວລາວສ້າງຊາດປະຈຳຢູ່ແຂວງ ແລະ ຄະນະກຳມະການແນວ ລາວສ້າງຊາດ ແຂວງຫົວພັນ ໂດຍມີ ທ່ານ ວີເຕັ່ງ ຈື່ໄມເຕັ່ງ ວ່າການປະທານແນວລາວສ້າງຊາດແຂວງຫົວພັນ ພ້ອມຄະນະເຂົ້າຮ່ວມ.



ຂປລ. ວັນທີ 16 ກໍລະກົດ 2024 ຜ່ານມາ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມຄະນະໄດ້ ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການສູນກາງແນວລາວສ້າງຊາດປະຈຳຢູ່ແຂວງ ແລະ ຄະນະກຳມະການແນວ ລາວສ້າງຊາດ ແຂວງຫົວພັນ ໂດຍມີ ທ່ານ ວີເຕັ່ງ ຈື່ໄມເຕັ່ງ ວ່າການປະທານແນວລາວສ້າງຊາດແຂວງຫົວພັນ ພ້ອມຄະນະເຂົ້າຮ່ວມ.

 ທ່ານ ວີເຕັ່ງ ຈື່ໄມເຕັ່ງ ໄດ້ລາຍງານສະພາບລວມ ແລະ ຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວ ເຮັດວຽກຂອງຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນຢູ່ແຂວງຫົວພັນ ໃນໄລຍະຜ່ານມາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ເຊິ່ງໄລຍະຜ່ານມາ ຄະນະກຳມະການແນວລາວ ສ້າງຊາດແຕ່ລະຂັ້ນ ໄດ້ເອົາ ໃຈໃສ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ປະຊາຊົນລາວບັນດາເຜົ່າ ໃນທົ່ວແຂວງໄດ້ຮັບຮູ້ ແລະ ເຂົ້າໃຈໄດ້ຢ່າງເລິກເຊິ່ງ, ເອົາໃຈໃສ່ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ເປັນຕົ້ນ ເຕົ້າໂຮມຄວາມສາມັກຄີປອງດອງ ເປັນປຶກແຜ່ນແໜ້ນໜາຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ບັນດາເມືອງພາຍໃນແຂວງຫົວພັນ ສາມາດປະກາດເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງທັງໝົດທຸກເມືອງ. ນອກນັ້ນ, ຍັງໄດ້ເກັບກຳຫາງສຽງ, ຄຳຮ້ອງ, ຄຳສະເໜີ ແລະ ເຂົ້າຮ່ວມການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ເກີດຂຶ້ນຕາມພາລະບົດບາດຂອງຕົນ. ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ຕື່ມອີກ.

 
ໂອກາດນີ້
, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ພົ້ນເດັ່ນ ໃນໄລຍະຜ່ານມາ ຂອງແນວລາວສ້າງຊາດແຂວງ ແລະ ເຜີຍແຜ່ບາງເນື້ອໃນທີ່ສຳຄັນຂອງກອງປະຊຸມຄະ ນະປະຈຳສູນກາງແນວລາວສ້າງຊາດຄັ້ງທີ 3 ສະໄໝທີ XI ທີ່ຫາກໍສຳເລັດໃນມໍ່ໆນີ້, ພ້ອມທັງຮຽກຮ້ອງໃຫ້ ແນວລາວສ້າງຊາດແຕ່ລະຂັ້ນ ສືບຕໍ່ກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງຕົນ, ປະສານສົມທົບກັບອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນສຶກສາອົບຮົມໃຫ້ປະຊາຊົນປົກປັກຮັກສາຮີດຄອງ ປະເພນີອັນດີງາມທີ່ເປັນເອກະລັກ ຂອງບັນດາຊົນເຜົ່າ, ຮັກສາມູນເຊື້ອ ຄວາມສາມັກຄີປອງດອງຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ສຶກສາອົບ ຮົມໃຫ້ປະຊາຊົນ ມີຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງ ທາງເສດຖະກິດຄອບຄົວ ເປັນຕົ້ນ ວຽກການປູກ-ການລ້ຽງເພື່ອກຸ້ມຕົນເອງ ແລະ ກາຍເປັນສິນຄ້າ, ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຂະບວນການຕ່າງຂອງພັກ-ລັດ ໃຫ້ເປັນຂະ ບວນຟົດຟື້ນ ເປັນຕົ້ນ ສອງວາລະແຫ່ງຊາດ, ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສືບຕໍ່ພ້ອມກັນສະກັດກັ້ນຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງ ຄົມໃຫ້ນັບມື້ຫລຸດໜ້ອຍຖອຍລົງ.

  ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ມອບໃບຍ້ອງຍໍ ແລະ ຂໍ້ຕົກລົງຂອງຄະນະປະຈຳ ສນຊ ວ່າດ້ວຍການຍ້ອງຍໍສັນລະເສີນແຂວງ ທີ່ສຳເລັດການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕື່ມອີກ. 

ຂ່າວ-ພາບ: ສນຊ

KPL

ຂ່າວອື່ນໆ

    • ຄະນະບໍລິຫານງານສູນກາງພັກ ອອກມະຕິປັບປຸງກົງຈັກການຈັດຕັ້ງການເມືອງ

      ຄະນະບໍລິຫານງານສູນກາງພັກ ອອກມະຕິປັບປຸງກົງຈັກການຈັດຕັ້ງ

      3/14/2025 3:32:53 PM

      ຂປລ. ວັນທີ 12 ມີນາ 2025 ນີ້, ຄະນະບໍລິຫານງານສູນກາງພັກ ອອກມະຕິວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ເພື່ອປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງບັນດາກະຊວງ, ອົງການ ແລະ ພະແນກການຢູ່ທ້ອງຖິ່ນ ທີ່ນອນໃນເປົ້າໝາຍປັບປຸງກົງຈັກການຈັດຕັ້ງ ໃຫ້ໄປຕາມທິດກະຊວງໜຶ່ງ, ກົມໜຶ່ງ, ພະແນກການໜຶ່ງ ຄຸ້ມຄອງຫລາຍວຽກ, ຫລາຍຂະແໜງການ, ພ້ອມກັນນັ້ນ ກໍສືບຕໍ່ແບ່ງຂັ້ນຄຸ້ມຄອງ, ແບ່ງສິດ-ຄວາມຮັບຜິດຊອບ ໃຫ້ລະອຽດ, ຈະແຈ້ງ ລະຫວ່າງ ກະຊວງ, ອົງການ ທີ່ຖືກປັບປຸງ ແລະ ພະແນກການກ່ຽວຂ້ອງ ຂອງທ້ອງຖິ່ນ; ປັບປຸງ, ສັບຊ້ອນ, ຈັດວາງບຸກຄະລາກອນຄືນໃໝ່

    • ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ໂຄງການລ້ຽງງົວ ຢູ່ແຂວງຊຽງຂວາງການເມືອງ

      ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ໂຄງການລ້ຽງງົວ ຢູ່ແຂວງຊຽງຂວາງ

      3/14/2025 3:29:03 PM

      ຂປລ. ໃນ​ວັນ​ທີ 13 ມີນາ 2025 ຜ່ານມາ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ໂຄງການລ້ຽງງົວພັນນົມ ຂອງບໍລິສັດ ​ພັດທະນາ​ກະສິກຳ​ ລາວ-ຍີ່ປຸ່ນ ຊຽງ​ຂວາງ​ຈຳກັດ, ຣີ​ສອດ​ຟາມ​ງົວ​ພັນ​ນົມ ເຕັກ​ໂນ​ໂລ​ຊີ​ສູງ ທີ່ບ້ານໂຕນເໜືອ ເມືອງແປກ ແຂວງຊຽງຂວາງ ໂດຍມີ ​ທ່ານ ບຸນ​ຈັນ ສີ​ວົງ​ພັນ ເຈົ້າແຂວງຊຽງ​ຂວາງ ພ້ອມ​ດ້ວຍ​ຄະນະ​ນຳ​ຂອງ​ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ.

    • ຮອງນາຍົກລັດຖະມົນຕີ ຕິດຕາມກວດກາ ການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນການເມືອງ

      ຮອງນາຍົກລັດຖະມົນຕີ ຕິດຕາມກວດກາ ການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ

      3/14/2025 2:57:00 PM

      ຂປລ. ໃນວັນທີ 13 ມີນາ 2025 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດໂຄງການ ລົງທຶນຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ

    • ສອງລັດຖະມົນຕີກະຊວງການຕ່າງປະເທດ  ລາວ-ຈີນ ຫາລືເພື່ອຮັດແໜ້ນການຮ່ວມມືການເມືອງ

      ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຈີນ ຫາລືເພື່ອຮັດແໜ້ນການຮ່ວມມື

      3/13/2025 7:26:13 PM

      ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ຫວັງອີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

    • ມາດຕະການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍການເມືອງ

      ມາດຕະການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ

      3/13/2025 7:17:29 PM

      ຂປລ. ​ວັນ​ທີ 7 ມີນາ 2025 ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 06/ນຍ ລົງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ ​​ແລະ ​ຄໍາ​ສັ່ງດັ່ງ​ກ່າວ ​ໄດ້​ກຳນົດ​ມາດ​ຕະການ​ຈັດ​ຕັ້ງ​ປະຕິບັດ ຢ່າງ​ລະອຽດ

ads
ads

Top