ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳລາວ

14/10/2026 09:10
ຂປລ ໃນວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງ ທ່ານ ສະເຫລີມໄຊ ກົມມະສິດ.

     ຂປລ. ທ່ານ ນາງ ຟາງ ຫົງ ຕາງໜ້າລັດຖະບານ ແຫ່ງ ສປ ຈີນ ໄດ້ກ່າວສະແດງຄວາມຍິນດີ, ຊົມເຊີຍ ແລະ ນຳເອົາສານອວຍພອນຈາກທ່ານນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຍັງທ່ານ ສະເຫລີມໄຊ ກົມມະສິດທີ່ໄດ້ຮັບໜ້າທີ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊ່່ືອໝັ້ນ ແລະ ໄວ້ວາງໃຈຈາກພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງຕີລາຄາສູງຕ່ໍຜົນງານການນຳພາຊ້ີນຳວຽກງານໃນໄລຍະທີ່ຜ່ານມາ ຂອງທ່ານ ສະເຫລີມໄຊ ກົມມະສິດ ໂດຍສະເພາະວຽກງານດ້ານເສດຖະກິດ ແລະ ການຕ່າງປະເທດ. ອັນສຳຄັນແມ່ນໄດ້ນຳເອົາຄວາມຢື້ຢາມຖາມຂ່າວ, ຄຳອວຍພອນ ແລະ ຄໍາເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄປເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຈະ ຈັດຂຶ້ນຢູ່ ສປ ຈີນ ໃນໄວໆນີ້.

    ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄຳອວຍພອນອັນຈົບງາມຈາກທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແລະ ປະຊາຊົນຈີນ, ລວມທັງການໃຫ້ຄວາມຮ່ວມມື, ສະໜັບສະໜູນຊ່ວຍເຫລືອໃນຕະຫລອດໄລຍະທີ່ຜ່ານມາ ຊ່ຶງເປັນກຳລັງໃຈ ແລະ ປະກອບສ່ວນເຂົ້າໃນການປົົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ມີຜົນສຳເລັດເປັນກ້າວໆມາ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ, ເຂັ້ມແຂງ, ໜຽວແໜ້ນ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ຊ່ຶງຕາງໜ້າລັດຖະບານລາວ ຈະສືບຕໍ່ຈັັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຕ່າງໆທີ່ສອງເລຂາທິການໃຫຍ່ ລາວ-ຈີນ ໄດ້ເຫັນດີເປັນເອກະພາບກັນໃນໄລຍະຜ່ານມາໃຫ້ເກີດດອກອອກຜົນຍ່ິງໆຂຶ້ນ, ທັງໄດ້ສະແດງ ຄວາມຊົມເຊີຍໃນໂອກາດສະເຫລີມສະຫລອງວັນຊາດຈີນ ຄົບຮອບ 77 ປີ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.

KPL

ຂ່າວອື່ນໆ

    • ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດການເມືອງ

      ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດ

      10/14/2026 9:48:59 AM

      ໃນວາລະດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸຸດທີ X ວັນທີ 12 ຕຸລາ 2026 ນີ້ ພາຍຫລັງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຜ່ານບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄ່ືອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ

      10/14/2026 9:46:00 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ສອດຄ່ອງກັບແນວທາງນະໂຍບາຍທີ່ພັກ-ລັດວາງອອກ.

    • ນາຍົກລັດຖະມົນຕີ ເນັ້ນໃຫ້ ຍທຂ ຈັດລຽງບູລິມະສິດ ການລົງທຶນກໍ່ສ້າງ-ສ້ອມແປງພື້ນຖານໂຄງລ່າງຕ່າງໆຢ່າງເຄັ່ງຄັດການເມືອງ

      ນາຍົກລັດຖະມົນຕີ ເນັ້ນໃຫ້ ຍທຂ ຈັດລຽງບູລິມະສິດ ການລົງທຶນກໍ່ສ້າງ-ສ້ອມແປງພື້ນຖານໂຄງລ່າງຕ່າງໆຢ່າງເຄັ່ງຄັດ

      10/14/2026 9:19:11 AM

      ວັນທີ 13 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫລັກແຫລ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍທ່ານໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງວຽກງານ ຍທຂ ຕ່ໍການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄື ການດຳລົງຊີວິດ ແລະ ການເດີນທາງໄປ - ມາຂອງປະຊາຊົນ ໂດຍສະເພາະຄວາມສຳຄັນຂອງເສັ້ນທາງຍຸດທະ ສາດທາງດ້ານເສດຖະກິດ ແລະ ຄວາມໝັ້ນຄົງ,

    • ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງການເມືອງ

      ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງ

      10/13/2026 9:57:22 AM

      ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945- 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກໃນວັນທີ 12 ຕຸລາ 2026.

    • ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດການເມືອງ

      ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດ

      10/13/2026 9:50:35 AM

      ໃນໄລຍະ 9 ເດືອນປິ 2026 ນີ້, ສະພາແຫ່ງຊາດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນສຳເລັດຕາມເປົ້າໝາຍ ໃນຫລາຍດ້ານເປັນຕົ້ນດ້ານນິຕິບັດຍັດ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ດ້ານການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ.

ads
ads

Top