ນາຍົກລັດຖະມົນຕີ ເນັ້ນໃຫ້ ຍທຂ ຈັດລຽງບູລິມະສິດ ການລົງທຶນກໍ່ສ້າງ-ສ້ອມແປງພື້ນຖານໂຄງລ່າງຕ່າງໆຢ່າງເຄັ່ງຄັດ

14/10/2026 09:19
ຂປລ ວັນທີ 13 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫລັກແຫລ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍທ່ານໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງວຽກງານ ຍທຂ ຕ່ໍການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄື ການດຳລົງຊີວິດ ແລະ ການເດີນທາງໄປ - ມາຂອງປະຊາຊົນ ໂດຍສະເພາະຄວາມສຳຄັນຂອງເສັ້ນທາງຍຸດທະ ສາດທາງດ້ານເສດຖະກິດ ແລະ ຄວາມໝັ້ນຄົງ,

     ຂປລ. ພ້ອມທັງຊີ້ນຳໃຫ້ເອົາໃຈໃສ່ຕ່ືມບາງດ້ານເປັນຕົ້ນໃຫ້ຈັດລຽງບູລິມະສິດ ການລົງທຶນກໍ່ສ້າງ ແລະ ສ້ອມແປງພ້ືນຖານໂຄງລ່າງຕ່າງໆຢ່າງເຄ່ັງຄັດ ໂດຍສະເພາະໃນເງື່ອນໄຂທີ່ງົບປະມານມີຈຳນວນຈຳກັດ. ກວດກາເກັບກຳຂໍ້ມູນເສັ້ນທາງຍຸດທະສາດຕ່າງໆ, ບັນດາເສ້ັນທາງເຊື່ອມຈອດ ແລະ ບັນດາເສັ້ນທາງຮັບໃຊ້ການຜະລິດໃນທົ່ວປະເທດ ສ້າງໄດ້ມາດຕະຖານແລ້ວມີເທົ່າໃດ, ຍັງເທົ່າໃດແລ້ວຈັດລຽງບູລິມະສິດລົງທຶນກໍ່ສ້າງ ແລະ ສ້ອມແປງບັນດາເສັ້ນທາງດັ່ງກ່າວ ໃນແຕ່ລະໄລຍະໃຫ້ໄດ້ມາດຕະຖານ, ສອດຄ່ອງກັບທ່າແຮງ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ; ຊອກ ແລະ ແກ້ໄຂບັນດາສິ່ງອຸດຕັນໃນຂົງເຂດວຽກງານ ຍທຂ ໃຫ້ໄດ້ຮັບການແກ້ໄຂຢ່າງບຸກທະລຸແຂງແຮງແທ້; ສົມທົບກັບພາກສ່ວນກ່ຽວຂ້ອງ ປະຕິບັດນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າໃຫ້ບັນລຸຕາມຄາດ ໝາຍທ່ີກຳນົດໄວ້ ໂດຍປັບປຸງພ້ືນຖານໂຄງລ່າງຕ່າງໆ ເພື່ອເອ້ື້ອອຳນວຍການນຳໃຊ້ລົດດັ່ງກ່າວ, ພ້ອມທັງເລືອກເຟັ້ນນຳເຂົ້າລົດໄຟຟ້າທ່ີມີຄຸນນະພາບດີ; ແກ້ໄຂບັນຫານໍ້າປະປາທີ່ບໍ່ທັນພຽງພໍໃນເຂດຕົວເມືອງຕ່າງໆໃຫ້ມີຄວາມຮັບປະກັນຫລາຍຂຶ້ນກວ່າເກົ່າ; ແກ້ໄຂບັນຫາໜີ້ສິນ ໂຄງການລົງທຶນຕ່າງໆທີ່ຍັງຄົງຄ້າງໃນໄລຍະຜ່ານມາ ໃຫ້ຕົກໄປເປັນກ້າວໆ; ຕິດຕາມຊຸກຍູ້ການປະຕິບັດໂຄງການລົງທຶນລະດັບຊາດໃຫ້ມີຄວາມຄືບໜ້າ ແລະ ໄດ້ມາດຕະຖານຕາມທີ່ກຳນົດໄວ້; ປັບປຸງວຽກງານຮອບດ້ານໃນຂົງເຂດວຽກງານການບິນໃຫ້ຮັບປະກັນຄວາມປອດໄພ, ໄດ້ມາດຕະຖານສາກົນ, ໜ້າເຊື່ອຖື, ມີເສດຖະກິດ ແລະ ກ້າວໜ້າທັນສະໄໝ; ຈັດລຽງບູລິມະສິດພັດທະນາ ແລະ ຫັນເປັນທັນສະໄໝໃນຂົງເຂດວຽກງານ ຍທຂ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.

     ໃນໂອກາດນ້ີ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການຈັດຕ້ັງປະຕິບັດແຜນພັດທະນາວຽກງານ ຍທຂ ໃນໄລຍະ 9 ເດືອນຕົ້ນປີ, ທິດທາງແຜນການ 3 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ເປັນຕົ້ນວຽກພັກ ແລະ ພະນັກງານ, ວຽກຂົວທາງ, ວຽກທາງລົດໄຟ, ວຽກການບິນພົນລະເຮືອນ, ວຽກຂົນສົ່ງ, ວຽກທາງນໍ້າ, ວຽກເຄຫາ ແລະ ຜັງເມືອງ, ວຽກນໍ້າປະປາ, ວຽກການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຂອງ ກະຊວງ ແລະ ວຽກງານສາມສ້າງ. ໃນນັ້ນ, ວຽກຂົວທາງໄດ້ລົົງເລິກລາຍງານໂຄງການລົງທຶນທີ່ນຳໃຊ້ທຶນ ODA, ໂຄງການລົງທຶນດ້ວຍທຶນຂອງລັດຖະບານປົກກະຕິ, ການຈັດຕ້ັງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ຕາມ ມະຕິ 165/ສພຊ ກໍຄື ມະຕິ 10/ລບ; ການຈັດຕັ້ງປະຕິບັດໂຄງການກ່ໍ ສ້າງທາງດ່ວນແຕ່ນະຄອນຫລວງ ວຽງຈັນ ຫາ ບໍ່ເຕ່ນ ແຂວງຫລວງ ນໍ້າທາ; ໂຄງການກໍ່ສ້າງທາງດ່ວນ ແຕ່ບໍ່ເຕ່ນ ແຂວງຫລວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ; ໂຄງການ ກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນ-ຮ່າໂນ້ຍ; ໂຄງການທາງດ່ວນ(ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ຫາ ບ້ານນາຊ່າງເຫລັກ ເມືອງ ທຸລະຄົມ ແຂວງວຽງຈັນ; ໂຄງການສຶກສາຄວາມເປັນໄປໄດ້, ສໍາຫລວດ-ອອກແບບ ແລະ ກໍ່ສ້າງທາງດ່ວນ (ແລວໃໝ່) ແຕ່ນະຄອນຫລວງວຽງຈັນ-ແຂວງໄຊສົມບູນ- ແຂວງຊຽງຂວາງ-ຫົວພັນ-ດ່ານສາ ກົນນໍ້າໂສຍ; ໂຄງການກໍ່ສ້າງທາງເວັ້ນຕົວເມືອງປາກຊັນ; ໂຄງການລົງທຶນກໍ່ສ້າງ ແລະ ປັບປຸງເສັ້ນທາງແຕ່ສາມແຍກທາງເລກ13 ໃຕ້ ບ້ານ ປ່າໄລ່ ເມືອງທ່າພະບາດ, ແຂວງບໍລິຄໍາໄຊ ຫາ ບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ; ໂຄງການກໍ່ສ້າງທາງ 5B ແຕ່ສາມແຍກຂົວ ນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ ຫາ ບ້ານນາມອນ ເມືອງວັງວຽງ ແຂວງວຽງຈັນ ແລະ ໂຄງການອື່ນໆ.

ຂໍ້ມູນ-ພາບ: ກົມປະຊາຊສໍາພັນ ຫສນຍ

KPL

ຂ່າວອື່ນໆ

    • ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດການເມືອງ

      ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດ

      10/14/2026 9:48:59 AM

      ໃນວາລະດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸຸດທີ X ວັນທີ 12 ຕຸລາ 2026 ນີ້ ພາຍຫລັງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຜ່ານບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄ່ືອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ

      10/14/2026 9:46:00 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ສອດຄ່ອງກັບແນວທາງນະໂຍບາຍທີ່ພັກ-ລັດວາງອອກ.

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳລາວ

      10/14/2026 9:10:05 AM

      ໃນວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງ ທ່ານ ສະເຫລີມໄຊ ກົມມະສິດ.

    • ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງການເມືອງ

      ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງ

      10/13/2026 9:57:22 AM

      ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945- 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກໃນວັນທີ 12 ຕຸລາ 2026.

    • ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດການເມືອງ

      ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດ

      10/13/2026 9:50:35 AM

      ໃນໄລຍະ 9 ເດືອນປິ 2026 ນີ້, ສະພາແຫ່ງຊາດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນສຳເລັດຕາມເປົ້າໝາຍ ໃນຫລາຍດ້ານເປັນຕົ້ນດ້ານນິຕິບັດຍັດ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ດ້ານການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ.

ads
ads

Top