ຂປລ
ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945- 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກໃນວັນທີ 12 ຕຸລາ 2026.
ຂປລ. ໂດຍການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄຕພ, ມີບັນດາຄະນະນໍາ, ຄະນະກົມ, ຄະນະພະແນກ ແລະ ພະນັກງານພາຍໃນ ຄຕພ ເຂົ້າຮ່ວມ. ໃນພິທີ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຫວນຄືນມູນເຊ້ືອປະຫວັດຄວາມເປັນມາອັນພິລະອາດຫານໃນຂະບວນການຕ່ໍສູ້ຂອງປະຊາຊົນລາວຕ້ານຜູ້ຮຸກຮານພາຍໃຕ້ການນໍາພາຂອງວິລະຊົນ, ວິລະບູລຸດຜູ້ເກັ່ງກ້າໃນໄລຍະທີ່ບໍ່ທັນມີພັກນໍາພາ ແລະ ການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ນັບແຕ່ປີ 1930. ພາຍຫລັງທີ່ໄດ້ສ້າງຕັ້ງອົງຄະນະພັກແຄວ້ນລາວ ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດຈົນສາມາດປະກາດເອກະລາດຕໍ່ຊາວໂລກ ໃນວັນທີ 12 ຕຸລາ 1945 ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ພ້ອມນ້ັນ, ຍັງຍົກໃຫ້ເຫັນບັນດາຜົນສໍາເລັດຕໍ່ກັບວຽກງານການຕ່າງປະເທດໃນໄລຍະໃໝ່ ຊ່ຶງເປັນການຍົກຖານະບົດບາດຂອງ ສປປ ລາວ ສູ່ເວທີສາກົນ.

ຈາກນັ້ນ, ສະຫາຍຕາງໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ວ່າດ້ວຍການສັບຊ້ອນສະຫາຍ ຄັດສະພອນ ວົງໄພໂລດ ຮອງຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ມາເປັນຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ 2 ສະຫາຍ ຄື: ສະຫາຍ ນາງ ຂັນທະວັນ ແກ້ວມະນີວັນ ຫົວໜ້າພະແນກ ເປັນຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ພູເງິນ ສຸກວິໄລ ຫົວໜ້າພະແນກ ເປັນຮອງຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫລາຍຝ່າຍ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ລວມທັງໝົດ 6 ສະຫາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງເປັນການມອບໝາຍໜ້າທີ່ການເມືອງດ້ວຍຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ກໍຄືພະນັກງານພາຍໃນ ຄຕພ ແນໃສ່ເຮັດໃຫ້ວຽກງານຂອງ ຄຕພ ມີຄວາມໜັກແໜ້ນເຂັ້ມແຂງສາມາດຜັນຂະຫຍາຍແນວທາງຂອງພັກ-ລັດ ທີ່ຕິດພັນກັບແຜນງານ-ໂຄງການຂອງ ຄຕພ ສະໄໝທີ III ໃຫ້ ບັນລຸຜົນສໍາເລັດຕາມຄາດໝາຍທ່ີໄດ້ວາງໄວ້. ນອກນ້ັນ, ຍັງໄດ້ເນ້ັນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າທັງເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານຢ່າງຮອບດ້ານ ແລະ ເປັນແກນກາງຮັກສາຄວາມສາມັກຄີພາຍໃນ.
ຂ່າວ: ຄຕພ
KPL