ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ

14/10/2026 09:46
Email Print 1193
ຂປລ ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ສອດຄ່ອງກັບແນວທາງນະໂຍບາຍທີ່ພັກ-ລັດວາງອອກ.

ທ່ານ ພົນໂທ ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງ, ຂະບວນການຄົ້ນຄວ້າປັບປຸງ ແລະ ຄາດຄະເນຜົນໄດ້ຮັບ ຊຶ່ງກົດໝາຍສະບັບນີ້ ໄດ້ປະກາດໃຊ້ຢ່າງເປັນທາງການໃນປີ 2004 ປະກອບມີ 7 ໝວດ 33 ມາດຕາ (ບໍ່ມີພາກ) ແລະ ໄດ້ປັບປຸງຄືນໃໝ່ ໃນປີ 2018 ຊຶ່ງປະກອບມີ 5 ພາກ 8 ໝວດ 50 ມາດຕາ. ສຳລັບກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງຄັ້ງນີ້ ປະກອບມີ VIII ພາກ 9 ໝວດ 59 ມາດຕາ. ໃນນັ້ນ, ເພີ່ມພາກໃໝ່ 3 ພາກ, 4 ໝວດ, ຂຽນໃໝ່ 15 ມາດຕາ, ປັບປຸງ 38 ມາດຕາ ແລະ ຮັກສາໄວ້ 6 ມາດຕາ.

ສຳລັບເຫດຜົນຂອງການປັບປຸງກົດໝາຍສະບັບນີ້ ເນື່ອງຈາກວ່າ ການກຳນົດເນື້ອໃນບາງມາດຕາຂອງກົດໝາຍຍັງບໍ່ທັນຈະແຈ້ງ, ຮັດກຸມ, ຍັງມີບາງບັນຫາບໍ່ທັນໄດ້ກຳນົດໄວ້ໃນກົດໝາຍ ແລະ ການກຳນົດເນື້ອໃນບາງອັນບໍ່ທັນມີລັກສະນະຊຸກຍູ້, ສົ່ງເສີມໃຫ້ນາຍທະຫານມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ ເປັນຕົ້ນ ອາຍຸກະສຽນປະດັບຊັ້ນ, ເລື່ອນຊັ້ນ, ປະດັບທຽບຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານແຕ່ລະຂັ້ນ, ການປະດັບຊັ້ນ ແລະ ປະດັບທຽບຊັ້ນເປັນນາຍທະຫານ, ເງື່ອນໄຂການເລື່ອນຊັ້ນຂອງນາຍທະຫານ, ການກຳນົດຊັ້ນໃສ່ຕຳແໜ່ງບັນຊາຂອງນາຍທະຫານ, ອາຍຸກະສຽນຮັບບຳນານ, ການຍົກຂັ້ນເງິນເດືອນ, ການເສຍອົງຄະ, ການບັນຊາລະບົບສອງຫົວໜ້າ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ຊັດເຈນ, ຮັດກຸມ ແລະ ສອດຄ່ອງກັບສະພາບການປັບປຸງກໍ່ສ້າງກອງທັບ ໃນໄລຍະໃໝ່.

ພາຍຫຼັງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຄາດວ່າຈະເປັນເຄື່ອງມືສຳຄັນໃຫ້ລັດ ໃນການຄຸ້ມຄອງວຽກງານນາຍທະຫານແບບລວມສູນ ແລະ ເປັນບ່ອນອີງໃຫ້ກະຊວງປ້ອງກັນປະເທດ ໃນການຄຸ້ມຄອງ, ນຳພາ-ບັນຊາ, ສ້າງນາຍທະຫານ ແລະ ການປະຕິບັດນະໂຍບາຍຕໍ່ນາຍທະຫານ, ເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ເປັນບ່ອນອີງໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງນາຍທະຫານ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ນາຍທະຫານເຮັດສຳເລັດໜ້າທີ່, ຊ່ວຍເຫຼືອເບິ່ງແຍງທາງດ້ານວັດຖຸ-ຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວ ເປັນຕົ້ນ ຄອບຄົວນາຍທະຫານຜູ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບຳນານ ແລະ ຄອບຄົວນາຍທະຫານຜູ້ທີ່ພວມປະຕິບັດໜ້າທີ່ພິເສດຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ; ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງກອງທັບ ທີ່ພັກ-ລັດມອບໝາຍໃຫ້.

ຂ່າວ: ທະນູທອງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    • ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIIIການເມືອງ

      ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

      11/11/2026 9:42:42 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.

    • ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳການເມືອງ

      ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

      11/10/2026 9:55:17 AM

      ກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ກົດໝາຍ ແລະ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ຈັດຂຶ້ນໃນທ້າຍອາທິດຜ່ານມາ.

    • ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນການເມືອງ

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

      11/9/2026 11:51:57 AM

      ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.

ads
ads

Top