ບັນຫາຢາເສບຕິດຖືເປັນອາຊະຍາກຳທີ່ຮ້າຍແຮງທີ່ສຸດຕໍ່ການດຳລົງຊີວິດຂອງມວນມະນຸດ

14/10/2026 09:25
ຂປລ ບັນຫາຢາເສບຕິດຖືເປັນອາຊະຍາກໍາທີ່ຮ້າຍແຮງທີ່ສຸດຕ່ໍການດໍາລົງຊີວິດຂອງມວນມະນຸດ, ມັນທໍາລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເສດຖະກິດ, ວັດທະນະທໍາ ຊຶ່ງຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບຢາເສບຕິດໃນທຸກໆກໍລະນີ, ນັບທັງຜູ້ຖືກເຄາະຮ້າຍຈາກຢາເສບຕິດລ້ວນແຕ່ເປັນພິດໄພ, ມີຜົນຮ້າຍຕ່ໍຊີວິດ, ສຸຂະພາບ, ຊັບສິນຂອງສັງຄົມ ຫລື ສ້າງບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກຄົນ, ຄອບຄົວ ແລະ ຍາດພີ່ນ້ອງ.

      ຂປລ. ພ້ອມນັ້ນ, ມັນຍັງທໍາລາຍຄວາມສະຫງົບປອດໄພໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ຍັງສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງປະເທດຊາດ.  ທ່ານ ພົອ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ໃຫ້ຮູ້ໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ປະຈໍາປີ 2026 (12 ຕຸລາ 2001-12 ຕຸລາ 2026) ຄົບຮອບ 25 ປີ ວ່າ: ບັນຫາຢາເສບຕິດຢູ່ ສປປ ລາວ ກໍຄືກັບຫລາຍປະເທດໃນໂລກ ຢາເສບຕິດໄດ້ແຜ່ລະບາດແຕ່ຕົວເມືອງໄປສູ່ຊົນນະບົດໃນຫລາຍລະດັບທີ່ແຕກຕ່າງກັນ; ເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ, ຈໍານວນການທັບມ້າງຄະດີຢາເສບຕິດ, ຈັບຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ, ຢາເສບຕິດ ແຕ່ລະປະເພດທີ່ຢຶດໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ເລ່ຫລ່ຽມການເຄື່ອນໄຫວລັກລອບ, ຂົນສ່ົງຄ້າຂາຍຢາເສບຕິດມີລັກສະນະເລິກແລບ, ແນບນຽນດ້ວຍຫລາຍວິທີ, ມີຫລາຍຮູບການ, ມີຂະບວນການທີ່ສະລັບສັບຊ້ອນເປັນກຸ່ມເຄືອຂ່າຍແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ; ນໍາໃຊ້ພາຫະນະ, ອຸປະກອນທີ່ທັນສະໄໝ, ມີອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ; ກຸ່ມຄົນເຫລົ່ານ້ັນໄດ້ຊອກທຸກວິທີທາງ ເພ່ືອເບ່ືອເມົາຊາວໜຸ່ມ, ເຍົາວະຊົນທ່ີເປັນອະນາຄົດຂອງຊາດ ເປັນຕົ້ນການປະ ສົມສິ່ງເສບຕິດໃສ່ໃນຜະລິດຕະພັນອາຫານ, ເຄ່ືອງດ່ືມ, ຢາປົວພະຍາດ, ຢາສູບໄຟຟ້າ ແລະ ອື່ນໆ.

     ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງໃນວຽກງານແກ້ໄຂບັນຫາຢາເສບຕິດຕ້ອງມີຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ; ໃນໜຶ່ງປີທີ່ຜ່ານມາຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໂດຍມີກະຊວງປ້ອງກັນຄວາມສະຫງົບ ເປັນເສນາທິການໃຫ້ສູນກາງພັກ, ລັດຖະບານໃນການຊີ້ນໍາການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງຕະຫລອດມາ. ມາຮອດເວລານີ້, ເປັນໄລຍະເວລາການສືບຕ່ໍຈັດຕ້ັງປະຕິບັດຕາມມະຕິ 171/ ສພຊ, ລົງວັນທີ 21 ພະຈິກ 2025; ວ່າດ້ວຍການຮັບຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ (2021-2025) ແລະ ທິດທາງແຜນການຕໍ່ໜ້າໃຫ້ຫັນມາເປັນແຜນງານແຫ່ງຊາດຕາມ 6 ວຽກຈຸດສຸມ, ທັງຫັນເຂົ້າສູ່ວຽກງານຕົວຈິງຢ່າງຕັ້ງໜ້າ.

KPL

ຂ່າວອື່ນໆ

    • ອົງການໄອຍະການປະຊາຊົນ ສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາ ໄລຍະ 5 ປີບົດ-ສາລະຄະດີ

      ອົງການໄອຍະການປະຊາຊົນ ສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາ ໄລຍະ 5 ປີ

      10/14/2026 9:32:20 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021-2025), ກຳນົດທິດທາງແຜນການ 5 ປີ (2026-2030) ແລະ ເຜີຍແຜ່ເຊ່ືອມຊຶມຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ຈັດຂຶ້ນໃນວັນທີ 13 ຕຸລາ 2026.

    • ຫລວງພະບາງ ຕັ້ງເປົ້າສ້າງຄອບຄົວພົ້ນທຸກກວ່າ 10 ພັນຄອບຄົວ ໃນ 5 ວຽກຈຸດສຸມບົດ-ສາລະຄະດີ

      ຫລວງພະບາງ ຕັ້ງເປົ້າສ້າງຄອບຄົວພົ້ນທຸກກວ່າ 10 ພັນຄອບຄົວ ໃນ 5 ວຽກຈຸດສຸມ

      10/13/2026 11:46:22 AM

      ຂປລ. ແຂວງຫລວງພະບາງ ຕັ້ງເປົ້າສູ່ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 10.927 ຄອບຄົວ, ສ້າງບ້ານພົ້ນທຸກຫລາຍກວ່າ 111 ບ້ານ ແລະ ສ້າງເມືອງພົ້ນທຸກ 2 ເມືອງໃນໄລຍະປີ 2027-2030, ຜ່ານການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ.

    • ຫັດຖະກໍາຕໍ່າແຜ່ນເອກະລັກທາງພູມປັນຍາຂອງເຜົ່າກະຕູ່ບົດ-ສາລະຄະດີ

      ຫັດຖະກໍາຕໍ່າແຜ່ນເອກະລັກທາງພູມປັນຍາຂອງເຜົ່າກະຕູ່

      10/13/2026 11:43:47 AM

      ຂປລ. ຫັດຖະ​ກໍາ​ຕໍ່າ​ແຜ່ນ​ຂອງ​ຊົນ​ເຜົ່າ​ກະ​ຕູ່ ​ເປັນ​ອີກ​ຜະລິດ​ຕະພັນໜຶ່ງ ທີ່​ມີ​ເອກະລັກ​ໂດດ​ເດັ່ນສະດຸດ​ຕາ​​ໃນ ງານ​ຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ (ຕຶກອາຄານ​ເກົ່າ) ​ໃນອາທິດ​ຜ່ານ​ມາ, ​ ດ້ວຍ​ເອກະລັກດ້ານລວດລາຍ,​ ສີສັນ​ທີ່​ສວຍ​ງາມ, ຄວາມ​ປານີດຂອງ​ເນື້ອ​ແພ ​ແລະ ການ​ປັກມຸກ​ປະດັບ​ປະດາ​ ​ເປັນ​ຮູບ​ພາບ​ຕ່າງໆ ທີ່​ພັນ​ລະນາ​ເຖິງ​ການ​ດໍາລົງ​ຊີວິດ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊົນ​ເຜົ່າ​ນັ້ນ​ເອງ

    • ແນວທາງການອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງລາວ ກ້າວຂຶ້ນສູ່ສັງຄົມນິຍົມບົດ-ສາລະຄະດີ

      ແນວທາງການອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງລາວ ກ້າວຂຶ້ນສູ່ສັງຄົມນິຍົມ

      10/12/2026 2:04:51 PM

      ຂປລ. ພາຍຫລັງການສະຖາປະນາ ສປປ ລາວ ໃນປີ 1975, ປະເທດລາວໄດ້ຜ່ານຜ່າໄລຍະຟື້ນຟູຫລັງສົງຄາມດ້ວຍລະບົບເສດຖະກິດແບບລວມສູນ. ຈຸດປ່ຽນຄັ້ງປະຫວັດສາດເກີດຂຶ້ນໃນປີ 1986 ເມື່ອພັກປະຊາຊົນປະຕິວັດລາວ ໄດ້ປະກາດ "ແນວທາງປ່ຽນແປງໃໝ່" ໂດຍຫັນສູ່ເສດຖະກິດຕະຫລາດທີ່ມີການຄຸ້ມຄອງຂອງລັດ, ເປີດກວ້າງການລົງທຶນ ແລະ ເຊື່ອມໂຍງສູ່ສາກົນ

    • ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນພິເສດ ມີຫນຶ່ງບໍ່ມີສອງ ໃນໂລກບົດ-ສາລະຄະດີ

      ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນພິເສດ ມີຫນຶ່ງບໍ່ມີສອງ ໃນໂລກ

      10/12/2026 11:55:52 AM

      ຂປລ. ໃນປະຫວັດສາດສະໄໝໃໝ່ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫາຍາກທີ່ຈະມີສາຍພົວພັນໃດ ທີ່ໝັ້ນແກ່ນ, ບໍລິສຸດຜຸດຜ່ອງ, ເລິກເຊິ່ງ ແລະ ຍາວນານ ຄືດັ່ງ ສາຍພົວພັນພິເສດ ລາວ-ຫວຽດນາມ ແມ່ນຫາໄດ້ຍາກ. ສາຍພົວພັນດັ່ງກ່າວໄດ້ຖືກຫລໍ່ຫລອມຜ່ານການຕໍ່ສູ້, ການເສຍສະລະ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນ້ຳໃຈສາມັກຄີອັນເລິກເຊິ່ງຂອງປະຊາຊົນສອງຊາດ.

ads
ads

Top