ສສຊ ເຂດ 13 ສະເໜີໃຫ້ກຳນົດບົດບາດ ສສຊ-ສສຂ ໃນການຕິຕາມກວດກາໂຄງການລົງທຶນຂອງລັດ

14/10/2026 09:48
Email Print 1246
ຂປລ ໃນວາລະດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸຸດທີ X ວັນທີ 12 ຕຸລາ 2026 ນີ້ ພາຍຫລັງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຜ່ານບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄ່ືອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.

  ຂປລ.ໂດຍສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ປັບປຸງຫລາຍບັນຫາສຳຄັນທີ່ຍັງຄົງຄ້າງ, ພ້ອມທັງສະເໜີຫລາຍບັນຫາໃຫ້ສະພາແຫ່ງຊາດ ສືບຕໍ່ປັບປຸງແກ້ໄຂໃນຕ່ໍໜ້າ ໂດຍສະເພາະທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ໄດ້ສະເໜີໃຫ້ສະພາແຫ່ງຊາດ ກຳນົດບົດບາດ ແລະ ກົນໄກການມີສ່ວນຮ່ວມຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ) ໃນການຕິດຕາມກວດກາການຈັດຕ້ັງປະຕິບັດໂຄງການລົງທຶນຂອງລັດ ໂດຍສະເພາະໂຄງການກໍ່ສ້າງ ແລະ ສ້ອມແປງພ້ືນຖານໂຄງລ່າງ ເພ່ືອຍົກສູງຄຸນນະພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງໂຄງການ.

    ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ສະແດງຄວາມເປັນເອກະພາບສູງຕໍ່ບົດສະຫລຸບການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາແຫ່ງຊາດ ປະຈຳປີ 2026 ຊຶ່ງເຫັນວ່າຂັ້ນເທິງຍາມໃດກໍໃຫ້ຄວາມສຳຄັນ ແລະ ຍົກສູງບົດບາດຂອງອົງການນິຕິບັນຍັດຕະຫລອດມາບ່ໍວ່າຈະເປັນສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງ ເຮັດໃຫ້ສະມາຊິກສະພາສາມາດປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໃຫ້ໄດ້ຢ່າງຄ່ອງຕົວ. ຢ່າງໃດກໍຕາມ, ສຳລັບທິດທາງແຜນການເຄື່ອນໄຫວວຽກງານໃນ ປີ 2027 ນີ້ ສະເໜີໃຫ້ສະພາແຫ່ງຊາດ ກຳນົດບົດບາດ ແລະ ກົນໄກການມີສ່ວນຮ່ວມຂອງ ສສຊ ແລະ ສສຂ ມີສ່ວນຮ່ວມໃນການຕິດຕາມກວດກາ ແຕ່ຫົວທີການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນບັນໂຄງການລົງທຶນຂອງລັດ ໃສ່ພື້ນຖານໂຄງລ່າງໃຫ້ມີຄວາມເລິກເຊິ່ງເຖິງຖອງຂຶ້ນຕື່ມ ເພາະໃນໄລຍະຜ່ານມາກົມການເມືອງສູນກາງພັກ ກໍຄືລັດຖະບານ ຍາມໃດກໍເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ໄດ້ອອກນະໂຍບາຍ, ພ້ອມທັງຈັດສັນງົບປະມານມະຫາສານ ໃສ່ການກໍ່ສ້າງ-ຟື້ນຟູພື້ນຖານໂຄງລ່າງຈຳນວນຫລວງຫລາຍໂຄງການ ແຕ່ດ້ານບຸກຄະລາກອນຕິດຕາມຄຸ້ມຄອງໂຄງການມີໜ້ອຍບ່ໍພຽງພໍ ເຮັດໃຫ້ບ່ໍສາມາດລົງເລິກຢ່າງທົ່ວເຖິງ ຊຶ່ງເຮັດໃຫ້ຄຸນນະພາບຂອງໂຄງການກໍ່ສ້າງສ້ອມແປງອອກມາຕໍ່າ ແລະ ບໍ່ມີຄວາມຍືນຍົງ.

    ໃນສະພາບປັດຈຸບັນຖ້າຈະອີງໃສ່ຂະແໜງການວິຊາສະເພາະດ້ານດຽວ ເຫັນວ່າເບິ່ງບໍ່ຫລ້ອນເພາະຢູ່ຂ້ັນກະຊວງແມ່ນແບ່ງເປັນຫລາຍກົມ ແລະ ໃນແຕ່ລະກົມກໍແບ່ງເປັນຫລາຍພະແນກ ຊຶ່ງແຕ່ລະພະແນກກໍມີພະນັກງານພຽງຫລັກສິບຄົນ ແລະ ສ່ວນຢູ່ຂັ້ນຂະແໜງຂຶ້ນກັບພະແນກການຕ່າງໆຂອງແຂວງກໍພົບປັນຫາບຸກຄະລາກອນເຊັ່ນດຽວກັນ. ສະນັ້ນ, ສະເໜີກຳນົດເປັນນິຕິກຳໃຫ້ບັນດາ ສສຊ-ສສຂ ຕິດຕາມຊ່ວຍຕື່ມ ເພື່ອໃຫ້ການກໍສ້າງພື້ນຖານໂຄງລ່າງໄປຕາມແບບຕາມແຜນທ່ີກຳນົດໄວ້ເພາະພວກເຮົາກໍໄດ້ສ້າງຕ້ັງສະພາແຂວງສຳເລັດມາຫລາຍສິບປີແລ້ວ ແລະ ຢູ່ຂັ້ນເມືອງກໍໄດ້ເລີ່ມສ້າງຕັ້ງໂດຍມີສະຫາຍເລຂາພັກເມືອງເປັນຫົວໜ້າຄະນະ, ຫາກໃຫ້ບົດບາດພວກເພີ່ນຕິດຕາມຊ່ວຍຈະເປັນການດີ, ສ່ວນງົບປະມານຮັບໃຊ້ກໍໃຫ້ບິແບ່ງເອົາເງິນຄຸ້ມຄອງໂຄງການເລີຍ.

   ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໜີໃຫ້ອອກແບບຫ້ອງການສະພາເມືອງໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ເພ່ືອລໍຖ້າຄວາມພ້ອມທາງດ້ານງົບປະມານໃນການກໍ່ສ້າງ ແລະ ຄຽງຄູ່ກັນນັ້ນກໍສະເໜີພິຈາລະນາຄືນນະໂຍບາຍຕໍ່ ສສຊ ແລະ ສສຂ ຕາມຂັ້ນຄຸ້ມຄອງທີ່ກຳນົດໃນມະຕິກົມການເມືອງສູນກາງພັກ ສະບັບ ເລກທີ 031/ກມສພ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    • ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIIIການເມືອງ

      ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

      11/11/2026 9:42:42 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.

    • ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳການເມືອງ

      ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

      11/10/2026 9:55:17 AM

      ກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ກົດໝາຍ ແລະ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ຈັດຂຶ້ນໃນທ້າຍອາທິດຜ່ານມາ.

    • ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນການເມືອງ

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

      11/9/2026 11:51:57 AM

      ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.

ads
ads

Top