ຄະນະຜູ້ແທນຂັ້ນສູງພັກ ໂຄເມໂຕະ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

12/07/2024 22:35
Email Print 737
ຂປລ ຂປລ. ໃນວັນທີ 12 ກໍລະກົດ 2024 ທີ່ ສໍານັກງານຫ້ອງວ່າການສູນກາງພັກ, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງ ທ່ານ ນັດສຶໂອະ ຢາມາກູຈິ ປະທານພັກໂຄເມໂຕະ, ສະມາຊິກສະພາສູງຍີ່ປຸ່ນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ກໍລະກົດ 2024.

ຂປລ. ໃນວັນທີ 12 ກໍລະກົດ 2024 ທີ່ ສໍານັກງານຫ້ອງວ່າການສູນກາງພັກ, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງ ທ່ານ ນັດສຶໂອະ ຢາມາກູຈິ ປະທານພັກໂຄເມໂຕະ, ສະມາຊິກສະພາສູງຍີ່ປຸ່ນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ກໍລະກົດ 2024. 

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະໃນຄັ້ງນີ້ ເຊິ່ງຈະເປັນໂອກາດອັນດີໃຫ້ແກ່ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ພັກ ປປ ລາວ ແລະ ພັກໂຄເມໂຕະ, ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ໃນຕໍ່ໜ້າ ກໍຄື ໂອກາດຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ໃນປີ 2025 ທີ່ຈະມາເຖິງນີ້.

ທ່ານ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຝ່າຍແຂກຊາບ ສະພາບພົ້ນເດັ່ນຂອງ ພັກ-ລັດ ລາວ ໂດຍສະເພາະ ຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI  ໄລຍະທ້າຍສະໄໝ ຂອງ ພັກ ປປ ລາວ, ຜົນສຳເລັດໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ການປະຕິບັດ 2 ວາລະແຫ່ງຊາດ, ການເປັນປະທານໝູນ ວຽນອາຊຽນຂອງ ສປປ ລາວ ໃນປີ 2024; ສະແດງຄວາມຂອບໃຈຕໍ່ ພັກໂຄເມໂຕະ ໃນນາມເປັນພັກຮ່ວມລັດຖະບານ ທີ່ໄດ້ຊ່ວຍຊຸກຍູ້ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫລືອ ແລະ ສະ ໜັບສະໜູນ ທາງດ້ານການພັດທະນາ (ODA), ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ດ້ານ ສາທາລະນະສຸກ, ດ້ານກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ ໃຫ້ແກ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ, ລວມທັງການສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໃນໂອກາດດັ່ງກ່າວ, ທ່ານ ນັດສຶໂອະ ຢາມາກູຈິ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນ ການມາຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ໃນຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍີ່ປຸ່ນ-ລາວ; ແຈ້ງໃຫ້ຊາບ ກ່ຽວກັບ ສະພາບພົ້ນເດັ່ນພາຍໃນ ພັກໂຄເມໂຕະ, ປະເທດຍີ່ປຸ່ນ ໂດຍສະເພາະ ຜົນສຳເລັດໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງ ຍີ່ປຸ່ນ, ການເຄື່ອນໄຫວຕ່າງປະເທດທີ່ພົ້ນເດັ່ນ ໃນໄລຍະຜ່ານມາ. ຍິນດີສືບຕໍ່ ຊຸກຍູ້ລັດຖະບານຍີ່ປຸ່ນ ໃນການຊ່ວຍເຫລືອແກ່ ສປປ ລາວ ໃນດ້ານຕ່າງໆ ໂດຍສະເພາະ ການພັດທະນາ (ODA), ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ.

ສອງຝ່າຍ ຕີລາຄາສູງ ຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານ ມາ ແລະ ຍິນດີສືບຕໍ່ເພີ່ມທະວີຊຸກຍູ້ ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພັກ ປປ ລາວ ແລະ ພັກໂຄເມໂຕະ ກໍຄື ລະຫວ່າງ ປະຊາຊົນສອງຊາດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫລາຍຂຶ້ນ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກ ປ່ຽນຄຳຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໄລຍະຢ້ຽມຢາມລາວ, ຄະນະຜູ້ແທນ ຍັງໄດ້ພົບປະເຮັດວຽກສອງຝ່າຍ ກັບ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ພົບປະກັບ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ, ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ທ່ານ ໃບຄຳ ຂັດທິຍະ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງສອງຝ່າຍ ໄດ້ປຶກສາ ຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ, ເອກະພາບກັນ ກ່ຽວກັບ ທິດທາງການ ຮ່ວມມື ໃນຕໍ່ໜ້າ ໂດຍສະເພາະ ການເພີ່ມທະວີການຮ່ວມມື ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ເພື່ອປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ກໍຄື ສາຍພົວພັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນ ພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມ ມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

KPL

ຂ່າວອື່ນໆ

    • ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງການເມືອງ

      ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ

      3/19/2025 6:31:46 PM

      ຂປລ. ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງໃນບາງໜວດ, ບາງມາດຕາ ເປັນຕົ້ນ ມາດຕາ 29 ປັບເວລາພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫລັກການສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີນັ້ນ, ສສຊ ຫລາຍທ່ານ ໄດ້ສະແດງຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄືນຕໍ່ກັບມາດຕາດັ່ງກ່າວ.

    • ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີການເມືອງ

      ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີ

      3/19/2025 6:27:28 PM

      ຂປລ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ, ມີຄະນະນໍາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນໍາສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ຄະນະກົມ, ຫ້ອງການ, ພະນັກງານປະຕິວັດອາວຸໂສ, ສະມາຊິກສະຫະພັນນັກຮົບເກົ່າ 9 ເມືອງ ​ໃນນະຄອນຫລວງວຽງຈັນ

    • ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີການເມືອງ

      ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີ

      3/19/2025 1:46:13 PM

      ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດ​ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ​ໃນ​ວັນ​ທີ 19 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນ ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະພັກ, ຄະນະນຳ, ສະມາຊີກພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ

      3/19/2025 1:23:35 PM

      ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ​ໃນວັນ 19 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານ ສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບປຸງ

    • ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານການເມືອງ

      ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

      3/18/2025 5:42:08 PM

      ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ.

ads
ads

Top