ສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາ-ພະນັກງານ ສະພາປະຊາຊົນ ແຂວງໄຊສົມບູນ

10/07/2024 16:58
Email Print 680
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານ ຂອງສະພາປະຊາຊົນ ແຂວງໄຊສົມບູນ ໃນທ້າຍອາທິດຜ່ານມາ

 

  ຂປລ. ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານ ຂອງສະພາປະຊາຊົນ ແຂວງໄຊສົມບູນ ໃນທ້າຍອາທິດຜ່ານມາ ທີ່ເມືອງລ້ອງຊານ ແຂວງໄຊສົມບູນ ໂດຍການເປັນປະທານຂອງທ່ານ ຄໍາພູທອນ ວົງພະຈັນ ຮອງປະທານສະພາປະຊາຊົນ ແຂວງໄຊສົມບູນ, ທ່ານ ຄໍາສິງ ໄຊສົມແພງ ຮອງປະທານກຳມະທິການ ວຽກງານສະພາປະຊາຊົນ ສະພາແຫ່ງຊາດ ພ້ອມດ້ວຍວິທະຍາກອນ ຈາກສະພາແຫ່ງຊາດ ແລະ ສໍາມະນາກອນ ຈາກສະພາປະຊາຊົນແຂວງ ເຂົ້າຮ່ວມ.  ທ່ານ ຄໍາພູທອນ ວົງພະຈັນ ໄດ້ເນັ້ນໃຫ້ສໍາມະນາກອນ ຈົ່ງພ້ອມກັນເອົາໃຈໃສ່ຮັບຟັງການບັນຍາຍເອກະສານ ພ້ອມທັງສຸມໃສ່ການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ເພື່ອໃຫ້ຕົນເອງມີຄວາມເຂົ້າໃຈຈະແຈ້ງ ຕໍ່ແຕ່ລະເນື້ອໃນເອກະສານ ແລະ ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານ ໃຫ້ເກີດປະໂຫຍດສູງສຸດ. ການຝຶກອົບຮົມໃນຄັ້ງນີ້ ສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການປະກອບຄໍາຄິດຄໍາເຫັນ ແລະ ການຊັກຖາມ ໃນກອງປະຊຸມສະພາ, ບັນຫາກ່ຽວກັບການສົນທະນາ, ທັກສະ ແລະ ພຶດຕິກຳຕົວຈິງໃນການສົນທະນາ, ການແລກປ່ຽນປະສົບການຂອງຜູ້ແທນສະພາ ກ່ຽວກັບການລົງໃກ້ຊິດຕິດແທດ ກັບຜູ້ມີສິດເລືອກຕັ້ງ, ທັກສະການຕົກລົງງົບປະມານແຫ່ງລັດ ແລະ ທັກສະໃນການຕິດຕາມກວດກາງົບປະມານແຫ່ງລັດ.   ພ້ອມກັນນີ້, ນັກວິທະຍາກອນ ແລະ ສໍາມະນາກອນ ຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຮັບປະກັນໃຫ້ສໍາມະນາກອນ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ເປັນຕົ້ນ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ເປັນເຈົ້າການຈັດຕັ້ງປະຕິບັດ ພາລະບົດບາດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ກໍຄືການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນ.

 ຂ່າວ: ພາພອນ ນະວົງໄຊ

KPL

ຂ່າວອື່ນໆ

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

    • ກົມສິລະປະວັດທະນະທໍາ  ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ກົມສິລະປະວັດທະນະທໍາ ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດ

      3/18/2025 5:51:03 PM

      ຂປລ. ປັດຈຸບັນ, ສິລະປະວັດທະນະທໍາ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີຄວາມພ້ອມ 100% ​ເພື່ອສະ​ແດງ​ໃນ​ໂອກາດສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.

ads
ads

Top