ຫັດຖະກຳຕໍ່າແຜນຄຳແສນ ຄອງໃຈລູກຄ້າຍາວນານ

09/07/2024 09:30
Email Print 634
ຂປລ ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ຫັດຖະກໍາຕໍ່າແຜ່ນຂອງເອື້ອຍນ້ອງແມ່ຍິງລາວ ແມ່ນໄດ້ຮັບຄວາມນິຍົມສູງດ້ວຍສິລະປະລວດລາຍ, ຄວາມປານີດໃນການຖັກທໍເຮັດໃຫ້ມີຄຸນຄ່າສົມລາຄາເໝືອນດັ່ງຫັດຖະກຳຕໍ່ແຜນຄຳແສນ ທີ່ສາມາດຄອງໃຈຜູ້ຊົມໃຊ້ ຫລື ລູກຄ້າໄດ້ຢ່າງຍາວນານ.

    *ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ຫັດຖະກໍາຕໍ່າແຜ່ນຂອງເອື້ອຍນ້ອງແມ່ຍິງລາວ ແມ່ນໄດ້ຮັບຄວາມນິຍົມສູງດ້ວຍສິລະປະລວດລາຍ, ຄວາມປານີດໃນການຖັກທໍເຮັດໃຫ້ມີຄຸນຄ່າສົມລາຄາເໝືອນດັ່ງຫັດຖະກຳຕໍ່ແຜນຄຳແສນ ທີ່ສາມາດຄອງໃຈຜູ້ຊົມໃຊ້ ຫລື ລູກຄ້າໄດ້ຢ່າງຍາວນານ ຍ້ອນມີເອກະລັກທີ່ດຶງດູດ, ມີລວດລາຍສວຍງາມ, ມີຄຸນນະພາບສົມລາຄາ ແລະ ສາມາດພັດທະນາຜະລິດຕະພັນໃຫ້ມີຫລາກຫລາຍຮູບແບບ ເພື່ອເປັນທາງເລືອກໃຫ້ລູກຄ້າ.

     ດັ່ງທີ່ທ່ານນາງ ສົມເພັດ ໂຄດສີເມືອງ ຜູ້ສືບທອດຫັດຖະກຳຕໍ່າແຜນຄຳແສນໃຫ້ຮູ້ວ່າ: ການເຮັດອາຊີບນີ້ ແມ່ນເລີ່ມມາແຕ່ຍັງນ້ອຍເນື່ອງຈາກວ່າຜູ້ເປັນແມ່ບໍ່ໄດ້ຮຽນ ໜັງສືຈຶ່ງຍຶດອາຊີບຕໍ່າຫູກຂາຍ ເພື່ອລ້ຽງຄອບຄົວເຮັດມາໄດ້ຫລາຍປີ ຈຶ່ງເຮັດໃຫ້ຄົນຮູ້ຈັກຫລາຍຂຶ້ນຊຶ່ງໃນເບື້ອງຕົ້ນຍັງບໍ່ໄດ້ເປັນທຸລະກິດ ໃຫຍ່ມີແຕ່ເຮັດຂາຍເລັກນ້ອຍເທົ່ານັ້ນ. ຈົນຕົກມາໄລຍະປີ 2004 ຂ້າພະເຈົ້າຜູ້ເປັນລູກເຫັນໄດ້ທ່າແຮງດ້ານນີ້ ຈຶ່ງມີແນວຄິດຢາກພັດທະນາ, ຢາກສົ່ງເສີມເອື້ອຍນ້ອງແມ່ຍິງຜະລິດຫັດຖະກໍາຕໍ່າຫູກເປັນສິນຄ້າຈຶ່ງໄດ້ສຶກສາການວິເຄາະການຕະຫລາດ ແລະ ເບິ່ງຄວາມເປັນໄປໄດ້ໃນອາຊີບນີ້ ແລະ ເຫັນວ່າ: ຫັດຖະກຳຕໍ່າແຜນຂອງລາວຍັງມີທ່າແຮງສາມາດພັດທະນາໄດ້ຢ່າງບໍ່ຢຸດຢັ້ງພຽງແຕ່ຕ້ອງຮູ້ຈັກພັດທະນາ ແລະ ສ້າງຜະລິດຕະພັນໃໝ່ໆອອກມາໃຫ້ຜູ້ຊົມໃຊ້ໄດ້ເລືອກຢ່າງຫລາກຫລາຍ ເຊັ່ນ: ສິ້ນ, ແພເສື້ອ, ຜ້າພັນຄໍ, ກະເປົາພາຍ ແລະ ອື່ນໆໂດຍໃຊ້ລວດລາຍແຜ່ນແພລາວໃນການຕົບແຕ່ງຕາມຄວາມຕ້ອງການຂອງສັງຄົມໃນປັດຈຸບັນ. 

   ທ່ານນາງ ສົມເພັດ ໂຄດສີເມືອງ ຍັງໃຫ້ຮູ້ຕື່ມວ່າ: ຕະຫລອດຫລາຍສິບປີທີ່ໄດ້ກິ້ງເກືອກລີເລືອກັບຫັດຖະກຳຕໍ່ແຜ່ນ ຕົນເອງໄດ້ສຸມໃສ່ພັດທະນາທັງຄຸນນະພາບ ແລະ ຮູບແບບຂອງຜະລິດຕະພັນຢູ່ຕະຫລອດ ເພື່ອໃຫ້ເຂົ້າກັບຍຸກສະໃໝ ຈຶ່ງເຮັດໃຫ້ຫັດຖະກໍາຕໍ່າແຜນຄໍາແສນ ຈາກບ້ານໂພນໝີ ເມືອງວຽງຄຳ ແຂວງວຽງຈັນ ຄອງໃຈລູກຄ້າມາຍາວນານ ເຊິ່ງຈຸດນີ້ກໍໄດ້ປະກອບສ່ວນສ້າງວຽກເຮັດງານທໍາໃຫ້ເອື້ອຍນ້ອງແມ່ຍິງໃນຫລາຍບ້ານ ຂອງແຂວງວຽງຈັນມີອາຊີບເສີມເພີ່ມລາຍຮັບເຂົ້າຄອບຄົວບໍ່ຕໍ່າກວ່າ 3-4 ລ້ານກີບຕໍ່ເດືອນ.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top