ສສ ຫວຽດນາມ ສົ່ງອອກຜັກ-ໝາກໄມ້ ຫລາຍກວ່າ 7 ຕື້ໂດລາສະຫະລັດໃນປີນີ້

07/07/2024 13:41
Email Print 515
ຂປລ ສສ ຫວຽດນາມ ສາມາດ ສົ່ງອອກ ຜະລິດ ຕະພັນ ກະສິກຳ ໂດຍສະເພາະ ຂະແໜງຜັກ ແລະ ໝາກໄມ້ ຈະບັນລຸ ວົງເງິນ ສົ່ງອອກ ລະດັບ 7-7,5 ຕື້ໂດລາ ສະຫະລັດ ໃນປີນີ້

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ສສ ຫວຽດນາມ ສາມາດ ສົ່ງອອກ ຜະລິດ ຕະພັນ ກະສິກຳ ໂດຍສະເພາະ ຂະແໜງຜັກ ແລະ ໝາກໄມ້ ຈະບັນລຸ ວົງເງິນ ສົ່ງອອກ ລະດັບ 7-7,5 ຕື້ໂດລາ ສະຫະລັດ ໃນປີນີ້. ຕາມກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ, ການສົ່ງອອກຜັກ, ໝາກໄມ້ ໃນເດືອນມິຖຸນາ ຂອງ ສສ ຫວຽດນາມ ບັນລຸເກືອບ 780 ລ້ານໂດລາ ສະຫະລັດ. ໃນ 6 ເດືອນຂອງປີ 2024, ການສົ່ງອອກຜັກ, ໝາກໄມ້ ໄດ້ນຳໜ້າ ໃນຜະລິດ ຕະພັນ ກະສິກຳ ປະເພດຕ່າງໆ ດ້ວຍວົງເງິນ ສົ່ງອອກ ເກືອບ 3,5 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນກ່ວາ 28% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ. ຕະຫລາດ ສົ່ງອອກຜັກ, ໝາກໄມ້ຂອງ ສສ ຫວຽດນາມ ແມ່ນ ສປ ຈີນ, ສ.ເກົາຫລີ, ຍີ່ປຸ່ນ, ໄທ.ຈາກນັ້ນ ທ່ານ ຫງວຽນແທັງບິງ ປະທານ ສະຫະ ສະມາຄົມຜັກ, ໝາກໄມ້ ຫວຽດນາມ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ປະລິມານ ການຜະລິດຜັກ, ໝາກໄມ້ ໄດ້ເພີ່ມຂຶ້ນ ປະມານ 6%/ປີ. ການສະໜອງ ແມ່ນຫລວງຫລາຍ ແລະ ເປັນປົກກະຕິ. ທີສອງ ແມ່ນຄວາມຕ້ອງການ ຂອງຕະຫລາດໂລກ ໄດ້ເພີ່ມຂຶ້ນ, ແຕ່ນີ້ ຮອດທ້າຍປີ 2024, ຂະແໜງຜັກ, ໝາກໄມ້ ຫວຽດນາມ ຍັງມີບັນດາ ເງື່ອນໄຂ ສະດວກ ເພື່ອພັດທະນາ. ສປ ຈີນ ຍັງແມ່ນ ຕະຫລາດຕົ້ນຕໍ ຂອງຜັກ, ໝາກໄມ້ ຫວຽດນາມ ຂະນະທີ່ ມີໝາກໄມ້ 10 ຊະນິດ ໄດ້ສົ່ງອອກ ຕາມໂຄຕາ. ຫວ່າງແລ້ວນີ້, ຫວຽດນາມ ແລະ ຈີນ ໄດ້ສີ້ນສຸດ ການເຈລະຈາ ອະນຸສັນຍາ ສະບັບໃໝ່ ກ່ຽວກັບ ການເປີດປະຕູ ສົ່ງອອກ ໝາກຖົ່ວລຽນແຊ່ເຢັນ, ໝາກໜອດ, ໝາກເຜັດ ແລະ ໝາກພ້າວສົດ ຊື່ງຄາດວ່າ ຈະເຊັນ ໃນເຄິ່ງທ້າຍປີນີ້. ທ່ານ ຝຸ່ງດຶກຕຽນ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ, ກະຊວງ ອຸດສາຫະກຳ ການຄ້າ ແລະ ກະຊວງ ການຕ່າງປະເທດ  ຫວຽດນາມ ໄດ້ສົມທົບກັນ ຢ່າງແໜ້ນແຝ້ນ. ສສ ຫວຽດນາມ ໄດ້ສິ້ນສຸດ ການເຈລະຈາ ເຊັນກັບ ສປ ຈີນ ກ່ຽວກັບ ການສົ່ງອອກ ໝາກຖົ່ວລຽນ ແຊ່ເຢັນ ແລະ ໝາກພ້າວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top