ປູກຢາງພາລາຂາຍສ້າງລາຍຮັບ 200 ລ້ານກວ່າກີບຕໍ່ປີ

26/06/2024 11:26
Email Print 511
ຂປລ ຢາງພາລາແມ່ນສິນຄ້າໜຶ່ງທີສາມາດສ້າງລາຍຮັບເຂົ້າຄອບຄົວ ປະຊາຊົນໃນແຕ່ລະທິດ ຫລື ເດືອນຢ່າງໝັ້ນຄົງ ທັງສາມາດແກ້ໄຂຄວາມທຸກຍາກໃຫ້ນັບມື້ໜ້ອຍລົງ ເນື່ອງຈາກວ່າຢາງພາລາແມ່ນສິນຄ້າທີ່ຕະຫລາດຕ້ອງການຫລາຍ ເພື່ອນໍາໄປແປຮູບເປັນວັດຖຸຕ່າງໆ.

     *ຢາງພາລາແມ່ນສິນຄ້າໜຶ່ງທີສາມາດສ້າງລາຍຮັບເຂົ້າຄອບຄົວ ປະຊາຊົນໃນແຕ່ລະທິດ ຫລື ເດືອນຢ່າງໝັ້ນຄົງ ທັງສາມາດແກ້ໄຂຄວາມທຸກຍາກໃຫ້ນັບມື້ໜ້ອຍລົງ ເນື່ອງຈາກວ່າຢາງພາລາແມ່ນສິນຄ້າທີ່ຕະຫລາດຕ້ອງການຫລາຍ ເພື່ອນໍາໄປແປຮູບເປັນວັດຖຸຕ່າງໆ, ສະນັ້ນ, ຈຶ່ງເຮັດຜູ້ທີ່ປະກອບອາຊີບນີ້ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫລາຍລ້ານກີບຕໍ່ເດືອນ ເໝືອກັບທ່ານ ສົມພັນ ອິນທະວົງ ຄອບຄົວຕົວແບບບ້ານຫ້ວຍດອກໄມ້, ເມືອງ ຫີນເຫີບ ແຂວງວຽງຈັນ ທີ່ປະສົບຜົນສໍາເລັດຈາກການປູກຢາງພາລາສາມາດສ້າງລາຍຮັບໄດ້ 200 ລ້ານກ່ວາກີບຕໍ່ປີ. ທ່ານ ສົມພັນ ອິນທະວົງ ເວົ້າໃຫ້ຟັງວ່າ:  ຕົນເອງພ້ອມດ້ວຍຄອບຄົວໄດ້ເລີ່ມປູກຢາງພາລາແຕ່ປີ 2008 ເປັນຕ້ົນມາ ໃນເບື້ອງຕົ້ນໄດ້ປູກຈໍານວນ 2.000 ຕົ້ນໃນເນື້ອທີ 4 ເຮັກຕາ ໃສ່ດິນທີ່ພໍ່, ແມ່ແບ່ງໃຫ້ໄລຍະຕໍ່ມາຈຶ່ງໄດ້ປູກຕືມອີກ 1.000 ຕົ້ນ ໃນເນື້ອທີດິນ 2 ເຮັກຕາ, ລວມທັງໝົດ ປັດຈຸບັນມີຢາງພາລາ 3.000 ຕົ້ນ, ໃນເນື້ອທີ 6 ເຮັກນາ, ຢູ່ໃນຂົງເຂດ ບ້ານຫ້ວຍດອກໄມ້, ເມືອງຫີນເຫີບ, ແຂວງວຽງຈັນ ໂດຍວິທີການປູກຢາງພາລາແມ່ນຫລັງຈາກຖາງປ່າ, ຈູດ, ອານາໄມແລ້ວຂຸດຂຸມ (3x7ແມັດ) ເພື່ອປູກຢາງພາລາສາຍພັນຈີນຕາຂຽວ ພາຍຫລັັງປູກແລ້ວຕ້ອງໄດ້ບົວລະບັດຮັກສາຕັດຫຍ້າ 1 ປີ 2 ຄ້ັງ ຢ່າງສະໝ່ໍາສະເໜີຫລັງຈາກປູກມາໄດ້ 7 ປີ ຈຶ່ງສາມາກີດຢາງໄດ້, ການຂາຍຢາງພາລາແມ່ນຂາຍໃຫ້ນັກລົງທຶນຕ່າງປະເທດ ຄື: ຫວຽດນາມ ແລະ ຈີນ ມາຮັບຊື້ຢູ່ກັບສວນເລີຍ.

    ສ່ວນລາຄາຢາງພາລາ ມີ 2 ໄລຍະທີ່ແຕກຕ່າງກັນ. ໄລຍະປີ 2014-2019  ລາຄາ ຢາງ 3.000-5.000 ກີບຕໍ່ກິໂລ, ມາຮອດປີ 2020 ເປັນຕົ້ນມາລາຄາຢາງເພີ່ມຂຶ້ນ 8.000-15.000 ກີບຕໍ່ກິໂລ ໂດຍການຂາຍແມ່ນຂົນຢາງໄປຂາຍຢູ່ບ້ານຫີນຕິດເຫັນວ່າມີຄວາມຫຍຸ້ງຍາກຫລາຍໃນປີ 2021 ຈຶ່ງໄດ້ມີແນວຄິດສ້າງລານຢາງ ເພື່ອຂາຍຢາງຢູ່ກັບສວນເລີຍ ແລ້ວລະດົມນັກລົງທຶນມາຊື້ ໂດຍປັດຈຸບັນມີລາຍຮັບຈາກການກີດຢາງ 85 ລ້ານກ່ວາກີບຕໍ່ປີ, ນອກຈາກກີດຢາງຂາຍແລ້ວຍັງໄດ້ກ້າເບ້ຍຢາງຂາຍ, ປູກມັນຕົ້ນ, ເກັບຄ່າລານຢາງຈາກການຊື້-ຂາຍ 15 ມື້/ ຄັ້ງລວມລາຍຮັບ 115 ລ້ານກວ່າກີບຕໍ່ປີ. ສະເລ່ຍແລ້ວນອກຈາກເງິນເດືອນພະນັກງານ-ລັດຖະກອນ, ຍັງໄດ້ປະກອບອາຊີບເສີມດ້ວຍການປູກຢາງພາລາ, ກ້າເບ້ຍຢາງຂາຍເປັນສີນຄ້າສ້າງລາຍຮັບໄດ້ 200 ລ້ານກ່ວາກີບຕໍ່ປີ.

   ສໍາລັບຂໍ້ສະດວກ ໃນການປູກຢາງພາລາເບື້ອງຕົ້ນ ແມ່ນບໍ່ໄດ້ຊື້ແນວພັນເນື່ອງຈາກວ່າ ເພາະມີຄົນເຊົ່າດິນກ້າເບ້ຍຢາງ ຜູ້ກ່ຽວຈຶ່ງໄດ້ເອົາເບ້ຍຢ່າງໃຫ້ປູກເພື່ອທົດແທນຄ່າເຊົ່າດິນ, ຂໍ້ຫຍຸ້ງຍາກແມ່ນມີແຮງງານໜ້ອຍຕ້ອງໄດ້ຈ້າງແຮງງານມາກີດຢາງພາ ລາແລ້ວປັນຜົນປະໂຫຍດ 50 ເປເຊັນ. ຜ່ານມາເຫັນວ່າພັກ-ລັດ ຂັ້ນເທິງຍາມໃດກໍ່ໄດ້ເປັນຫ່ວເປັນໃຍ ໃນການກະເສດປູກຝັງ, ລ້ຽງສັດ ສະແດງອອກໃນການລົງຊຸກຍູ້, ໃຫ້ຄວາມຮູ້ທາງດ້ານວິຊາການຕ່ໍວຽກງານດັ່ງກ່າວຂອງພະນັກງານຫ້ອງການກະສິກໍາ-ປ່າໄມ້ເມືອງຫີນເຫີບ ຢ່າງເປັນປົກກະຕິ, ແຜນການຕໍ່ໜ້າຈະຂະຫຍາຍຢາງພາລາໃຫ້ໄດ້ 10 ເຮັກຕາ ເທົ່າກັບ 5.000 ຕົ້ນ ແລະ ປູກຕົ້ນໄມ້ໃຫ້ໝາກປະເພດໝາກເງາະ, ໝາກກ້ວຍໃຫ້ໄດ້ 1 ເຮັກ ຕາ. ສຸດທ້າຍຂໍ້ສະເໜີ; ໃຫ້ພາກລັດເອົາໃຈໃສ່ລົງຊຸກຍູ້ທາງດ້ານວິຊາ ການເປັນປົກກະຕິ, ຕິດຕາມ, ຊອກ ຕະຫລາດທີ່ໄດ້ລາຄາດີ, ຍືນຍົງ ແລະ ໝັ້ນຄົງ, ຈັດສັນເຂດຊື້- ຂາຍ (ລານຢາງ) ເປັນຈຸດສຸມບໍ່ໃຫ້ຂາຍ ຊະຊາຍ, ຫ່າງກັນປະມານ 5 ກິໂລ ແມັດ ມີ 1 ຈຸດ ເພື່ອສະດວກໃນການ ຊື້-ຂາຍ. ຖ້າຫາກວ່າທ່ານໃດສົນໃຈ ຢາກແລກປ່ຽນບົດຮຽນວິທີປູກ, ບໍາລຸງຕົ້ນຢາງ, ວິທີກ້າ, ການເລືອກແນວພັນໃຫ້ເໝາະກັບດິນທ່ານ ຫລື ຕ້ອງການຊື້ແນວພັນ (ເບ້ຍຢາງ) ເຊັ່ນ: ພັນຈີນ, ມາເລເຊຍ, ຫວຽດນາມ, ໄທ ຕາຂຽວ, ເບົ້າ ແລະ ບັນດິງ ສາມາດຕິດຕໍ່ຫາທ່ານໄດ້ທີ່ເບີ: 020 5636 1537.

ໂດຍ: ມາລິດາ ຂໍ້ມູນຈາກ: ແຂວງວຽງຈັນ

KPL

ຂ່າວອື່ນໆ

ads
ads

Top