ຈືດ ແລະ ຈາງ ໃນພາສາລາວ

26/09/2024 11:18
Email Print 154
ຂປລ ພາສາລາວເຮົາມີຄັງຄໍາສັບ ກໍ່ຄືຄັງສາງວັດຈະນະອຸດົມສົມບູນ ບໍ່ໄດ້ນ້ອຍໜ້າພາສາໃດ, ມີຫລາຍຄໍາ ມີຄວາມຄ້າຍຄືກັນ, ຄືກັນທີ່ສຸດ ເກືອບວ່າແຍກກັນບໍ່ໄດ້, ແຕ່ໃນເນື້ອແທ້ມັນມີຈຸດຄື ແລະ ຕ່າງກັນ.

     *ພາສາລາວເຮົາມີຄັງຄໍາສັບ ກໍ່ຄືຄັງສາງວັດຈະນະອຸດົມສົມບູນ ບໍ່ໄດ້ນ້ອຍໜ້າພາສາໃດ, ມີຫລາຍຄໍາ ມີຄວາມຄ້າຍຄືກັນ, ຄືກັນທີ່ສຸດ ເກືອບວ່າແຍກກັນບໍ່ໄດ້, ແຕ່ໃນເນື້ອແທ້ມັນມີຈຸດຄື ແລະ ຕ່າງກັນ, ຜ່ານໄລຍະການພັດທະນາຂອງສັງຄົມ ໄດ້ຫລໍ່າຫລອມຈິດວິນຍານ, ຈິນຕະນາການຂອງຄົນນັບມື້ສູງ ເພື່ອຮອງຮັບກັບການພັດທະນາ ກໍ່ຄືຄວາມຕ້ອງການຕົວຈິງໃນການຄົບຄ້າສະມາຄົມ ເຊິ່ງບາງຄົນກໍ່ວ່າການສື່ສານເຊິ່ງກັນ ແລະ ກັນ ອັນພົວພັນກັບພາສາໂດຍກົງນັ້ນລະ. ບົດນີ້ກໍ່ຈຶ່ງນໍາເອົາສອງຄໍາ ມາທົບທວນນໍາກັນນັ້ນຄືຄໍາວ່າຈືດ ແລະ ຈາງ ໃນພາສາລາວເຮົາ. ຄໍາ “ຈືດ” ເປັນຄໍາຄຸນນາມໝາຍເຖິງຈາງ, ໝົດລົດຊາດ, ບໍ່ປຸກ, ບໍ່ອຸດົມ ເຊັ່ນ ແກງທີ່ໝົດລົດຊາດ ເອີ້ນ ແກງຈືດ, ຢາສູບບໍ່ປຸກ ເອີ້ນ ຢາຈືດ, ດິນທີ່ປູກຫຍັງກໍ່ບໍ່ວາມ ເອີ້ນ ດິນຈືດ... ຈືດ ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງເຫີນຫ່າງ, ຖິ້ມປະ, ບໍ່ອາໄລອາວອນນໍາ. ຈາງ ເປັນຄໍາຄຸນນາມ ໝາຍເຖິງ ຈືດ, ບໍ່ເຄັມ, ບໍ່ມີລົດຊາດ, ອາຫານທີ່ບໍ່ມີລົດຊາດ ເອີ້ນ ອາຫານຈາງ, ຄໍາເວົ້າທີ່ເວົ້າໄປແລ້ວບໍ່ເກີດປະໂຫຍດ ເອີ້ນ ເວົ້າຈາງ. ຄໍາວ່າ ຈາງ ເປັນຄໍານາມ ຍັງໝາຍເຖິງຊື່ພັນໄມ້ແນວໜຶ່ງມັກ ເກີດຕາມປ່າໂຄກ ຫລື ຕາມໂພນປວກ, ມີໜາມ ເອີ້ນ ຕົ້ນໜາມຈາງ.

    ຢາກສະຫລຸບວ່າ ສອງຄໍານີ້ ມີຄວາມໝາຍທັງຄື ແລະ ຕ່າງໃນການໃຊ້ບາງກໍລະນີ ດັ່ງຄໍາ “ໜ້າ ຈືດ” ມີລັກສະນະຄື ຄໍາ ໜ້າມ້ານ, ແຕ່ບໍ່ນິຍົມໃຊ້ວ່າ ໜ້າຈາງ(ອາດຈະມີຜູ້ໃຊ້ແຕ່ບໍ່ເປັນທີ່ນິຍົມ), ແຕ່ກ່ອນຖ້າອາຫານລົດຊາດບໍ່ຄັກປານໃດ, ມີລັກສະນະບໍ່ພໍເຄື່ອງປຸງລົດອັນໃດອັນໜຶ່ງ ເຮົາໃຊ້ຄໍາ “ຈາງ” ເຊັ່ນຈາງເກືອ, ຈາງແປ້ງນົວ...ໃນຄວາມໝາຍເລິກແມ່ນໄດ້ຕື່ມເຄື່ອງປຸງລົດຊາດນັ້ນຢູ່ ແຕ່ອາດໃຊ່ໜ້ອຍເກີນໄປ ຫລື ໜ້ອຍກວ່າລີ້ນຜູ້ກິນມັກ, ເພາະຄໍາລາວມີວ່າ “ຂອງກິນແຊບຢູ່ນໍາຜູ້ມັກ”. ປັດຈຸບັນມີອາຫານເຍື່ອງໜຶ່ງເອີ້ນວ່າແກງຈືດ. ແກງຈືດ ກັບແກງຈາງ ຕ່າງກັນແນວໃດ ໃຫ້ທ່ານຜູ້ອ່ານຊໍານານ ດ້ານພາສາພິຈາລະນາລອງເບິ່ງ, ມັນຕ່າງ? ລະຫວ່າງ ຈືດ ແລະ ຈາງ ບາງກໍລະນີໃຊ້ແທນກັນບໍ່ໄດ້ຄືດັ່ງໄດ້ຍົກມາ ແຕ່ບາງກໍລະນີກໍ່ແທນກັນໄດ້ ເຊັ່ນນິຍົມໃຊ້ ສີແດງຈາງ, ແຕ່ບໍ່ນິຍົມໃຊ້ສີແດງຈືດ, ຖ້າເປັນກໍລະນີອື່ນ ກໍ່ໃຊ້ແດງເມີ້ນກໍ່ຄືສີເດີມເລີ່ມຕາຍ ແລະ ອື່ນໆ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top