ທຳລາຍຊິ້ນສ່ວນສັດປ່າຫວງຫ້າມຖິ້ມ

27/09/2024 07:01
ຂປລ ອີງຕາມກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຊ ລົງວັນທີ 24 ທັນວາ 2007, ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ສະບັບເລກທີ 104/ກປ ລົງວັນທີ 10 ພຶດສະພາ 2013 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງກວດກາປ່າໄມ້ປະຈໍາແຂວງ ແລະ ນະຄອນຫລວງ.

*ອີງຕາມກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຊ ລົງວັນທີ 24 ທັນວາ 2007, ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ສະ ບັບເລກທີ 104/ກປ ລົງວັນທີ 10 ພຶດສະພາ 2013 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງກວດກາປ່າໄມ້ປະຈໍາແຂວງ ແລະ ນະຄອນຫລວງ. ມາໃນວັນທີ 23 ກັນ ຍາ 2024 ນີ້ຢູ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ກອງກວດກາປ່າໄມ້ປະຈໍາແຂວງກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ ເຈົ້າໜ້າທີ່ຢຶດມາໄດ້.

ເຂົ້າຮ່ວມໃນພິທີດັ່ງກ່າວ ໂດຍ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າກອງກວດກາປ່າໄມ້, ໜ່ວຍງານທີ່ກ່ຽວຂ້ອງຈາກກອງກວດກາປ່າໄມ້ປະຈໍາແຂວງ ແລະ ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງເຂົ້າຮ່ວມ.

ເພື່ອເປັນການກວດກາຄຸ້ມ ຄອງ, ຕ້ານ ແລະ ສະກັດກັ້ນ ການລັກລອບລ່າ, ຊື້-ຂາຍສັດປ່າໃຫ້ັບມື້ນັບຫລຸດໜ້ອຍຖອຍລົງ ແລະ ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວນັ້ນ, ທາງເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງໄດ້ເອົາໃຈ ໃສ່ໃນການເຄື່ອນໄຫວກວດກາຕາມຕະຫລາດ ແລະ ເຂດທີ່ມີຄວາມສ່ຽງໃນການຄ້າ-ຂາຍສັດນໍ້າ-ສັດປ່າ, ຕະຫລອດໄລຍະ 3 ເດືອນຜ່ານມາ ເຈົ້າໜ້າທີ່ກວດກາປ່າໄມ້ແຂວງໄດ້ລົງສົມທົບໜ່ວຍງານກວດກາປ່າໄມ້ເມືອງເປັນຕົ້ນເມືອງທ່າພະບາດ, ປາກກະດິງ ແລະ ເມືອງວຽງທອງກວດກາການລັກລອບຊື້-ຂາຍສັດນໍ້າ ແລະ ສັດປ່າຕາມຕະຫລາດ ແລະ ຈຸດຕ່າງໆເປັນຕົ້ນຕະຫລາດຊຸມຊົນບ້ານເວີນທາດ, ຕະຫລາດທ່າບົກ, ຕະຫລາດຊຸມຊົນໜອງໝາກຈັບ, ຕະຫລາດບ້ານທວຍແບ່ງ ເມືອງທ່າພະບາດ, ຕະຫລາດໂພນສີ, ຕະຫລາດ ທົ່ງນາມີ, ຕະຫລາດທາງແບ່ງ ເມືອງປາກກະດິງ, ຕະຫລາດ ບ້ານນໍ້າຢ້າງ, ຕະຫລາດຈອມ ທອງ ເມຶອງວຽງທອງ ແລະ ຈຸດ ອື່ນທີ່ມີຄວາມສ່ຽງ. ໃນນັ້ນ, ໄດ້ກວດພົບເຫັນສັດປ່າທີ່ຍັງມີຊີວິດປະເພດແລນ 10 ໂຕ, ກະຮອກ 1 ໂຕ, ກະທ້າງ 5 ໂຕ, ເຕົ່າ 1 ໂຕ ແລະ ກວດພົບຊິ້ນສ່ວນສັດຕາຍ ມີຄື: ຊິ້ນສ່ວນໝູປ່າ 58 ກິໂລ, ເຫງັນ 2 ໂຕ 4,5 ກິໂລ, ຫອນ 1 ໂຕ 4 ກິໂລ, ກະທ້າງ 8 ໂຕ 5,2 ກິໂລ, ອົ້ນ 1 ໂຕ 0,7 ກິໂລ ແລະ ກະຮອກ 35 ໂຕ 11,3 ກິໂລ.

ສຳລັບຊິ້ນສ່ວນສັດຕາຍ ແລະ ຊິ້ນສ່ວນສັດ ແມ່ນໄດ້ຈັດພິທີທໍາລາຍໂດຍການຂຸດຂຸມຝັງ ເຊິ່ງລວມທັງໝົດມີສັດປ່າທັງໝົດ 64 ໂຕ 49,5 ກິໂລ ແລະ ຊິ້ນສ່ວນໝູປ່າ 58 ກິໂລ ລວມທັງໝົດ 107,5 ກິໂລ. ຂະນະທີ່ສັດຍັງມີຊີວິດກໍ່ໄດ້ປ່ອຍຄືນສູ່ທໍາມະຊາດ.

ແນວໃດກໍ່ຕາມລັດຖະບານໄດ້ມີແນວທາງນະໂຍບາຍທີ່ເໝາະສົມໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສັດນ້ຳ-ສັດປ່າ ໂດຍ​​ໄດ້ຜັນຂະຫຍາຍອອກເປັນກົດໝາຍ ວ່າດ້ວຍການອະນຸລັກສັດນ້ຳ ແລະ ສັດປ່າ. ຂະນະດຽວກັນກໍ່ໄດ້ມີການສົ່ງເສີມໃຫ້ມີການລ້ຽງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າ ເພື່ອເພີ່ມຈຳນວນສັດໃຫ້ ຫລາຍຂຶ້ນ, ສົ່ງເສີມການໃຫ້ຫລຸດຜ່ອນການພັດທະນາເສດຖະກິດ ແລະ ການທຳມາຫາກິນທີ່ນຳໃຊ້ຊັບພະຍາກອນທຳມະຊາດ​​ແບບບໍ່ຍືນຍົງ, ​​​ຟຸມເຟືອຍ ແລະ ກໍ່ໃຫ້ເກີດຜົນກະທົບທາງກົງ ແລະ ທາງອ້ອມ, ພ້ອມທັງໄດ້ວາງຄາດໝາຍສູ້ຊົນໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດໃຫ້ສາມາດຍົກລະດັບອັດຕາຄວາມປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ໄດ້ 70% ໃນປີ 2025.

ດັ່ງນັ້ນ, ພວກເຮົາທຸກຊັ້ນຄົນ ຕ້ອງໄດ້ເອົາໃຈໃສ່ເປັນຫູເປັນຕາ ຊ່ວຍກັນປົກປັກຮັກສາຕິດພັນ ກັບການຈັດຕັ້ງປະຕິບັດລະບຽບ ກົດໝາຍຢ່າງເຂັ້ມງວດ.

KPL

ຂ່າວອື່ນໆ

ads
ads

Top