ການຮ່ວມມືດ້ານການຄ້າອາຊຽນ-ຈີນສົດໃສ

27/09/2024 07:14
ຂປລ ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນຈາກ ສປ ຈີນ ຢູ່ບັນດາປະເທດສະມາຊິກອາຊຽນມີປະມານ 17.3 ຕື້ໂດລາ.
 

ຕໍ່ຈາກສະບັບກ່ອນ...ພ້ອມກັນນັ້ນ, ມູນຄ່າການລົງທຶນ ໂດຍກົງ (FDI) ຂອງນັກລົງທຶນ ຈາກ ສປ ຈີນ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 17.3 ຕື້ໂດ ລາ, ກວມເອົາ 7.5% ຂອງມູນຄ່າ ການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນໃນປີ 2023, ເຮັດ ໃຫ້ ສປ ຈີນ ເປັນອັນດັບທີ 3 ຂອງບັນດາປະເທດທີ່ມີມູນຄ່າການລົງທຶນຫລາຍຢູ່ໃນອາຊຽນ.

ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມອີກວ່າ: ບັນດາເຫດການທີ່ກ່າວມານັ້ນ ໄດ້ສ້າງໂອກາດ ແລະ ສິ່ງທ້າທາຍຕໍ່ກັບພາກພື້ນອາຊຽນຂອງພວກເຮົາ ຊຶ່ງສະແດງອອກຕົວເລກການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນສະເລ່ຍແມ່ນ 4,1% ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 4,6% ໃນປີ 2024. ການລົງທຶນໃນອາຊຽນໄດ້ເພີ່ມຂຶ້ນ 0,3% ຈາກ 229 ຕື້ໂດລາ ໃນປີ 2022 ມາເປັນ 230 ຕື້ໂດລາໃນປີ 2023. ມູນຄ່າການຄ້າດ້ານສິນຄ້າຂອງອາຊຽນໄດ້ຫລຸດລົງ 1,2% ຈາກ 3.846 ຕື້ໂດລາໃນ ປີ 2022 ມາເປັນ 3.525 ຕື້ໂດລາໃນປີ 2023 ແລະ ຄາດວ່າຈະເພີ່ມຂຶ້ນມາເປັນ 3.617 ຕື້ໂດລາ ໃນປີ 2024.

ໃນໂອກາດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກະຊວງການຄ້າແຫ່ງ ສປ ຈີນ ຄັ້ງນີ້, ທ່ານ ມະໄລທອງ ກົມມະສິດຫວັງຢ່າງຍິ່ງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນຈະຍິ່ງແໜ້ນແຟ້ນຂຶ້ນກວ່າເກົ່າ ພາຍຫລັງທີ່ສໍາເລັດການເຈລະຈາຍົກລະດັບ ແລະ ຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ 3.0. ຜ່ານມາພວກເຮົາໄດ້ມີການປຶກສາຫາລືໃນຫລາຍບັນຫາທີ່ຕິດພັນກັບການຮ່ວມມືລະຫວ່າງອາຊຽນ ແລະ ສປ ຈີນ ເຊິ່ງໃນນັ້ນ ໄດ້ຢືນຢັນຄຳໝັ້ນສັນຍາທີ່ຈະຈັດຕັ້ງປະຕິບັດບັນດາ ພັນທະ ແລະ ຂໍ້ຜູກພັນພາຍໃຕ້ສັນຍາການຄ້າເສລີອາຊຽນ-ຈີນ ຢ່າງເຕັມສ່ວນ ແລະ ມີປະສິດທິຜົນ.

ນອກຈາກນັ້ນ, ພວກເຮົາໄດ້ຮັບຮູ້ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນວຽກກ່ຽວກັບການເພີ່ມທະວີການຮ່ວມມືທາງເສດຖະກິດ ແລະ ການຄ້າລະຫວ່າງອາຊຽນ ແລະ ສປ ຈີນ ໂດຍສະເພາະການແລກປ່ຽນທັດສະນະດ້ານລະບຽບການ ທີ່ກ່ຽວຂ້ອງກັບການຮ່ວມມືເສດຖະກິດ ແລະ ການຄ້າລະຫວ່າງອາຊຽນ ແລະ ສປ ຈີນ.

ກອງປະຊຸມຍັງໄດ້ເນັ້ນໃສ່ທົບທວນຄືນຄວາມຄືບໜ້າຂອງການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ-ຈີນ 3.0 ແລະ ການຮ່ວມມືທາງເສດຖະກິດລະຫວ່າງອາຊຽນ ແລະ ສປ ຈີນ, ໂດຍສະເພາະການຈັດຕັ້ງປະຕິບັດແຜນວຽກການເພີ່ມທະວີການຮ່ວມມືທາງເສດຖະກິດ ແລະ ການຄ້າ, ການຮ່ວມມືທາງດ້ານການຄ້າອີເລັກໂຕຣນິກ ແລະ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ຈີນ ເຊິ່ງຈະຈັດຂຶ້ນໃນເດືອນຕຸລາ ປີ 2024. ແນວໃດກໍດີ ສະເພາະມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງສປປ ລາວ ປະຈໍາເດືອນສິງຫາປີນີ້ ຜ່ານມາສາມາດປະຕິບັດໄດ້ປະມານ 1.200 ລ້ານກວ່າໂດລາ ໃນນັ້ນ ມູນຄ່າການສົ່ງອອກສິນຄ້າທັງໝົດປະຕິບັດໄດ້ປະມານ 541 ລ້ານໂດລາເພີ່ມຂື້ນ 1,4% ທຽບໃສ່ເດືອນກໍລະກົດຜ່ານມາໃນນີ້, ສິນຄ້າສົ່ງອອກຫລັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ 94 ລ້ານໂດລາສະຫະລັດ, ຄໍາປະສົມ 57 ລ້ານໂດລາ, ຢາງພາລາ 38 ລ້ານໂດລາ, ເຈ້ຍ 38 ລ້ານໂດລາ, ແຮ່ທອງ 36 ລ້ານໂດລາ, ເຍື່ອໄມ້ 25 ລ້ານໂດລາ, ນໍ້າຕານ 11 ລ້ານໂດລາ, ເກືອກາລີ 11 ລ້ານໂດລາ, ແປ້ງມັນຕົ້ນ 8 ລ້ານ ໂດລາ, ມັນຕົ້ນ 5 ລ້ານໂດລາ; ມູນຄ່າການນຳເຂົ້າສິນຄ້າທັງໝົດປະຕິບັດໄດ້ປະມານ 670 ລ້ານໂດລາຫລຸດລົງ 2,4% ທຽບໃສ່ເດືອນກໍລະກົດຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫລັກປະກອບມີ: ນ້ຳມັນກາຊວນ 66 ລ້ານໂດລາ, ອຸປະກອນກົນຈັກ 59 ລ້ານໂດລາ, ພາຫະນະທາງບົກ 53 ລ້ານໂດລາ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 48 ລ້ານໂດລາ, ເຄື່ອງໄຟຟ້າ 32 ລ້ານໂດລາ, ເຫລັກ 27 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 26 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ 23 ລ້ານໂດລາ, ນໍ້າມັນແອັດຊັງ 19 ລ້ານ ໂດລາ, ເຄື່ອງດື່ມ 19 ລ້ານໂດລາ. ສໍາລັບສິນຄ້າສົ່ງອອກຂອງ ສປປ ລາວ 5 ອັນດັບປະກອບມີ: ຫວຽດນາມປະມານ 168 ລ້ານໂດ ລາ, ຈີນປະມານ 145 ລ້ານໂດລາ, ໄທປະມານ 96 ລ້ານໂດລາ, ສ.ອາ ເມລິກາ ປະມານ 32 ລ້ານໂດລາ ແລະ ສະວິດເຊີແລນ 27 ລ້ານໂດລາ ແລະ ສິນຄ້ານໍາເຂົ້າຕົ້ນຕໍຂອງ ສປປ ລາວ 5 ອັນດັບປະກອບມີ: ໄທປະມານ 254 ລ້ານໂດລາ, ຈີນ ປະມານ 245 ລ້ານໂດລາ, ຫວຽດນາມ ປະມານ 69 ລ້ານໂດລາ, ສ.ອາເມລິກາ 26 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 12 ລ້ານ ໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກປະຈໍາເດືອນສິງຫາປີ 2024 ທີ່ກ່າວມາຂ້າງເທີງນັ້ນ ແມ່ນຍັງບໍ່ ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top