ພ້ອມກັນຮີບຮ້ອນແກ້ໄຂຜົນກະທົບຈາກນໍ້າຖ້ວມໃຫ້ຄືນສູ່ສະພາບປົກກະຕິ

26/09/2024 11:27
Email Print 146
ຂປລ ພັກ-ລັດຖະບານຍາມໃດກໍເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ ໂດຍຕິດພັນກັບການຜະລິດກະສິກໍາ, ປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂຄວາມທຸກຍາກ, ການກະກຽມຄວາມພ້ອມຮັບມືໄພພິບັດທໍາມະຊາດ ແລະ ອື່ນໆ.

    *ພັກ-ລັດຖະບານຍາມໃດກໍເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ ໂດຍຕິດພັນກັບການຜະລິດກະສິກໍາ, ປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂຄວາມທຸກຍາກ, ການກະກຽມຄວາມພ້ອມຮັບມືໄພພິບັດທໍາມະຊາດ ແລະ ອື່ນໆ. ດັ່ງທີ່ຮູ້ນໍາກັນຫລາຍຊຸມປີຜ່ານມານີ້, ບັນຫາໄພພິບັດທາງທໍາມະຊາດແມ່ນໜຶ່ງບັນຫາສໍາຄັນທີ່ພັກລັດຖະບານເອົາໃຈໃສ່ຢ່າງໄກ້ຊິດ ໃນການຕິດຕາມສະພາບການປ່ຽນດິນຟ້າອາກາດ, ໄຟໄໝ້ລາມປ່າ ແລະ ນໍ້າຖ້ວມໂດຍທໍາມະຊາດເອງ ແລະ ມືມະນຸດເອງແຕ່ໄພທໍາມະຊາດບັນຫາດັ່ງກ່າວກໍຍັງປະກົດເຫັນມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ໂດຍສະເພາະບັນຫາໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນແຕ່ລະປີ ແລະ ປັດຈຸບັນກໍຍັງປະກົດເຫັນເພີ່ມຂຶ້ນເຊັ່ນກັນໂດຍສະເພາະປີນີ້ມີຝົນຕົກໜັກຫລາຍເຮັດໃຫ້ເກີດນໍ້າຖ້ວມໃນຫລາຍແຂວງເຊັ່ນ: ແຂວງຫລວງນໍ້າທາ, ແຂວງຫົວພັນ ແລະ ແຂວງອື່ນໆ.


     ຕໍ່ກັບບັນຫານີ້ ພັກ-ລັດ, ອໍານາດປົກຄອງແຂວງ, ເມືອງ, ບ້ານ ແລະ ບັນດາພາກລັດ -ເອກະຊົນກໍໄດ້ຮ່ວມມືກັນຮີບຮ້ອນ ເລັ່ງຊ່ວຍເຫລືອ ແລະ ແກ້ໄຂຢ່າງທັນການ. ຫລ້າສຸດກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂໄພພິບັດນໍ້າຖ້ວມ ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2024 ນີ້ ຢູ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງປ້ອງກັນປະເທດ ປະທານ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ບັນດາຄະນະກໍາມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ລາຍງານສະພາບລວມຂອງໄພພິບັດ ແລະ ການຕອບໂຕ້ສຸກເສີນປີ 2024 ຊຶ່ງນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸ 4 ຫົວຄື: ພາຍຸດີເປຣຊັນ, ພາຍຸໝູນເຂດຮ້ອນ ພຣະພິຣຸນ, ພາຍຸໄດ້ຝຸ່ນຢາກິ, ພາຍຸຊູລິກ ຊຶ່ງລວມມີ 15 ແຂວງ ທີ່ຖືກຜົນກະທົບຄື: ນະຄອນຫລວງວຽງຈັນ, ແຂວງຫລວງນໍ້າທາ, ຜົ້ງສາລີ, ສາລະວັນ, ຄໍາມ່ວນ, ຫລວງພະບາງ, ຊຽງຂວາງ, ຫົວພັນ, ເຊກອງ, ວຽງຈັນ, ບໍ່ແກ້ວ, ໄຊຍະບູລີ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງ ອຸດົມໄຊ, ໂດຍອີງຕາມຂໍ້ມູນທີ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ລາຍງານຜົນກະທົບວ່າຮອດວັນທີ 24 ກັນຍາ 2024, ລວມທັງໝົດມີ 125 ເມືອງ, 1.337 ບ້ານ, 50.889 ຄອບຄົວ, ປະຊາຊົນຖືກຜົນກະທົບ 200.169 ຄົນ ຍິງ 83.268 ຄົນ, ເສຍຊີວິດ 10 ຄົນ, ສູນຫາຍ 2 ຄົນ, ເຮືອນໄດ້ຮັບຄວາມ ເສຍຫາຍ 969 ຫລັງ, ໃນນີ້: ເສຍຫາຍ 100% ຈໍານວນ 137 ຫລັງ, ເສຍຫາຍບາງສ່ວນ 832 ຫລັງ, ເນື້ອທີ່ທໍາການຜະລິດຖືກກະທົບ 29.659.39 ເຮັກຕາ, ຊົນລະປະທານ 125 ແຫ່ງ, ໜອງປາ 697 ໜອງ, ສັດໃຫຍ່ ແລະ ສັດປີກຈໍານວນ 11.866 ໂຕ; ເສັ້ນທາງ 272 ເສັ້ນ, ຂົວ 14 ແຫ່ງ, ໂຮງຮຽນ 79 ຫລັງ, ໂຮງໝໍແຂວງ 1 ແຫ່ງ, ສຸກສາລາ 13 ແຫ່ງ, ນໍ້າລິນ 37 ແຫ່ງ, ເສົາໄຟຟ້າ 312 ເສົາ, ລະບົບນໍ້າປະປາ 6 ຈຸດ.

     ນອກນີ້, ຍັງມີລະບົບໂທລະຄົມ, ອາຄານສໍານັກງານຫ້ອງການຂອງລັດ-ເອກະຊົນ, ຮ້ານຄ້າ, ໂຮງງານ, ຕະຫລາດ ແລະ ພາຫະນະກໍໄດ້ຮັບຜົນກະທົບຫລາຍສົມຄວນ, ຄາດຄະເນມູນຄ່າຜົນເສຍຫາຍເບື້ອງຕົ້ນ 720.252.335.856 ກີບ, ສໍາລັບແຂວງທີ່ໄດ້ຮັບຜົນກະທົບຫລາຍ ກວ່າໝູ່ແມ່ນແຂວງຫລວງນໍ້າທາ ແລະ ນະຄອນຫລວງວຽງຈັນ, ພ້ອມດຽວກັນນີ້ ໃນພິທີຍັງໄດ້ລາຍງານກ່ຽວກັບການຊ່ວຍເຫລືອສຸກເສີນ, ແຜນການຟື້ນຟູໃນໄລຍະຮີບດ່ວນຂັ້ນສູນກາງ, ຂັ້ນແຂວງ, ການຊ່ວຍເຫລືອຈາກພາຍໃນ ແລະ ຕ່າງປະເທດ, ພ້ອມທັງໄດ້ປຶກສາຫາລື ແລະ ເອກະພາບຕໍ່ແຜນຈຸດສຸມໃນການນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ, ແກ້ໄຂໄພພິບັດ, ແຜນການຟື້ນຟູຮີບ ດ່ວນ ແລະ ແຜນການຈຸດສຸມໃນຕໍ່ໜ້າຕື່ມອີກ.

    ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ທິດຊີ້ນຳ, ພ້ອມທັງເນັ້ນໜັກຫລາຍບັນຫາຕໍ່ຄະນະກໍາມະການຄຸ້ມຄອງໄພພິບັດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆໃຫ້ເອົາໃຈຍົກສູງຄວາມຮັບຜິດຊອບຂອງຕົນເປັນໜ້າທີ່ສຳຄັນ, ມີແບບແຜນ, ມີການປະສານສົບທົບກັນຢ່າງລະອຽດໃນແຕ່ລະຂັ້ນເພື່ອແກ້ໄຂໃຫ້ທວງທັນເວລາ, ສືບຕໍ່ໂຄສະນາຕິດຕາມການປ່ຽນແປງຂອງສະພາບອາກາດ ເພື່ອແຈ້ງເຕືອນປະຊາຊົນໃຫ້ມີສະຕິລະວັງຕົວປ້ອງກັນລ່ວງໜ້າຢ່າງເປັນເຈົ້າການ, ຄະນະກຳມະການຄຸ້ມ ຄອງໄພພິບັດແຕ່ລະຂັ້ນນັບແຕ່ຂັ້ນ ສູນກາງຮອດຂັ້ນທ້ອງຖິ່ນ ຕ້ອງກຽມຄວາມພ້ອມຮອບດ້ານເພື່ອຮັບມື ແລະ ແກ້ໄຂຟື້ນຟູ, ສ້ອມແປງຢ່າງຮີບດ່ວນໃນການຊ່ວຍເຫລືອດ້ານຕ່າງໆຕໍ່ກັບບັນດາແຂວງທີ່ໄດ້ຖືກຜົນກະທົບໃນລາວໃຫ້ກັບມາສູ່ສະພາບປົກກະຕິໃຫ້ໄດ້ໄວທີ່ສຸດ.

ໂດຍ: ຮັກຊາດ

KPL

ຂ່າວອື່ນໆ

ads
ads

Top