ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1

26/06/2024 10:46
Email Print 1695
ຂປລ ບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຮັບເໝົາໂຄງ ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ກຳລັງຂຸ້ນຂ້ຽວກ່ໍສ້າງ ແລະ ຈັດຕັ້ງປະຕິບັດ ບັນດາໜ້າວຽກໃຫ້ໄດ້ຕາມແຜນການທີ່ວາງໄວ້.

*ບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຮັບເໝົາໂຄງ ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ກຳລັງຂຸ້ນຂ້ຽວກ່ໍສ້າງ ແລະ ຈັດຕັ້ງປະຕິບັດ ບັນດາໜ້າວຽກໃຫ້ໄດ້ຕາມແຜນການທີ່ວາງໄວ້.

     ທ່ານ ຄຳຟອງ ພັນປະດິດ ປະທານບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດໂຄງການມາຮອດປັດຈຸບັນນີ້, ແມ່ນສຳເລັດແລ້ວ 92% ໜ້າວຽກປັດຈຸບັນນີ້ ແມ່ນກຳລັງກໍ່ສ້າງເຂດມາລີນາເປັນຕົ້ນແມ່ນ: ກຳລັງກໍ່ສ້າງກັນເຈື່ອນ, ປູທາງຄອນກຣີດ, ກຳລັງສ້າງປະຕູຕ້ອນຮັບ, ກຳລັງໂບກ ແລະ ຕິດກະໂລ້ອາຄານຮ້ານຄ້າ, ອີກປະມານ 4-5 ມື້ໃນຕໍ່ໜ້າຈະໃຫ້ສຳເລັດບັນດາໜ້າວຽກດັ່ງກ່າວ, ໃຫ້ຍັງເຫລືອພຽງແຕ່ວຽກຕົບແຕ່ງ, ວຽກປ້າຍ ແລະ ວຽກເກັບສີ. ຕາມແຜນຄາດວ່າໝົດເດືອນນີຈະໃຫ້ສຳເລັດ 98% ແລະ ຈະໄດ້ຈັດພິທີມອບ-ຮັບໂຄງການ, ພ້ອມທັງເປີດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວອ່າງນ້ຳງື່ມ 1.

     ໂຄງການພັດທະນາແຫລ່ງທ່ອງທ່ຽວອ່າງນໍ້າງື່ມ1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນໂຄງການພັດທະນາໂຄງລ່າງພື້ນຖານ ສົ່ງເສີມການທ່ອງທ່ຽວໃນອານຸພາກພື້ນແມ່ນ້ຳຂອງ ໄລຍະ 2 ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກທະນາຄານອາຊີ (ADB), ເລີ່ມຕົ້ນປັບປຸງແຕ່ປີ 2021 ເປັນຕົ້ນມາ ເຊິ່ງແມ່ນກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ເປັນເຈົ້າຂອງໂຄງການ. ທ່ານ ຄຳຟອງ ພັນປະດິດ ປະທານບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການນີ້ໄດ້ຈັດຕັ້ງປະຕິບັດມາແຕ່ວັນທີ 1 ກໍລະກົດ 2021 ແລະ ກຳນົດສຳເລັດ ໃນວັນທີ 30 ມິຖຸນາ 2023 ໃຊ້ໄລຍະເວລາການກໍ່ສ້າງ 24 ເດືອນ, ມູນຄ່າການກໍ່ສ້າງຕາມສັນຍາເບື້ອງຕົ້ນແມ່ນ 4.669.065 ໂດລາ, ແຕ່ເນື່ອງຈາກວ່າໃນການກໍ່ສ້າງໂຄງການໄດ້ມີໜ້າວຽກ ເພີ່ມພາຍຫລັງທີ່ໄດ້ປະຕິບັດຕົວຈິງດັ່ງນັ້ນ ຈຶ່ງໄດ້ມີການຕ່ໍສັນຍາອອກໄປອີກ 1 ປີ ເຊ່ິງເລີ່ມແຕ່ວັນທີ 1 ກໍລະກົດ 2023 ຫາ 30 ມິຖຸນາ 2024 ມູນຄ່າເພີ່ມແມ່ນ 661.734 ໂດລາ, ລວມເປັນມູນ ຄ່າທັງໝົດໃນສັນຍາ 5.330.799 ໂດລາສະຫະລັດ.

     ບັນດາໜ້າວຽກຕົ້ນຕໍໃນການພັດທະນາປະກອບມີ: ການກໍ່ສ້າງເສັ້ນທາງຄືນໃໝ່ນັບແຕ່ທາງແຍກເຂົ້າໜ້າເຂື່ອນນ້ຳງື່ມ1 ເລາະໄປຕາມທາງເກົ່າ ແລະ ຕັດທາງໃໝ່ ມາຈອດກັບທາງເລກທີ10, ໜ້າທາງມີຄວາມກວ້າງ 6 ແມັດ, ຍາວ 6,37  ກິໂລແມັດ ເປັນທາງຄອນກຣີດ ແລະ ທາງພາຍໃນເຂດທ່າຈອດເຮືອມີຄວາມຍາວ 0,67 ກິໂລແມັດ ປູດ້ວຍຄອນຄຣີດປະທັບລາຍ. ພ້ອມນັ້ນກໍໄດ້ ສ້າງຈຸດຊົມທິວທັດແຄມທາງ, ສ້າງຮ່ອງນ້ຳຂ້າງທາງ, ສ້າງສິ່ງປ້ອງກັນຕາຝັ່ງເຈື່ອນ, ສ່ວນຈຸດບໍລິການແມ່ນຈະພັດທະນາທ່າຈອດເຮືອແຄມງື່ມ, ກໍ່ສ້າງປະຕູຕ້ອນຮັບ, ປັບປຸງທິວທັດ, ບ່ອນຈອດລົດ (ກາງແຈ້ງ ແລະ ໃນຮົ່ມ), ສະຖານທີ່ຖິ້ມຂີ້ເຫຍື້ອ, ທາງຍ່າງຊົມທິວທັດ, ທ່າເຮືອ, ທາງລົງທ່າເຮືອ, ທາງສຳລັບຄົນພິການ, ສ້າງອາຄານຮ້ານຄ້າ ແລະ ອື່ນໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top