ພາຍຸຢາກິ ສ້າງຄວາມເສຍຫາຍໃຫ້ແຫລ່ງທ່ອງທ່ຽວຕາດນ້ຳດີ

18/09/2024 08:39
Email Print 4724
ຂປລ ຜົນກະທົບຈາກພາຍຸຢາກິໃນອາ ທິດຜ່ານມາໄດ້ພັດຜ່ານເຂົ້າພາກ ເໜືອຂອງລາວໂດຍສະເພາະແຂວງ ຫລວງນໍ້າທາໄດ້ສ້າງຄວາມເສຍ ຫາຍບໍ່ໜ້ອຍດ້ານຊັບສິນ, ສັດລ້ຽງ, ພື້ນທີ່ການຜະລິດ, ເຮືອນຊານບ້ານ ຊ່ອງ ແລະ ເຂດເສດຖະກິດ.

*ຜົນກະທົບຈາກພາຍຸຢາກິໃນອາ ທິດຜ່ານມາໄດ້ພັດຜ່ານເຂົ້າພາກ ເໜືອຂອງລາວໂດຍສະເພາະແຂວງ ຫລວງນໍ້າທາໄດ້ສ້າງຄວາມເສຍ ຫາຍບໍ່ໜ້ອຍດ້ານຊັບສິນ, ສັດລ້ຽງ, ພື້ນທີ່ການຜະລິດ, ເຮືອນຊານບ້ານ ຊ່ອງ ແລະ ເຂດເສດຖະກິດ ຂະນະ ທີ່ແຫລ່ງທ່ອງທ່ຽວບາງແຫ່ງກໍໄດ້ ຮັບຜົນກະທົບເຊັ່ນກັນ. ບາງທ່ານອາດຮູ້ແຫລ່ງທ່ອງ ທ່ຽວນ້ຳຕົກຕາດນ້ຳດີ ເປັນແຫລ່ງ ທ່ອງທ່ຽວທີ່ມີຊື່ສຽງແຫ່ງໜຶ່ງຂອງ ແຂວງຫລວງນ້ຳທາ ເຊິ່ງຫາກໍເປີດ ໃຫ້ບໍລິການໃໝ່ໆ ແລະ ສິ່ງບໍ່ຄາດ ຄິດໄດ້ເກີດຂຶ້ນເມື່ອພາຍຸຢາກິພັດເຂົ້າ ແຂວງຫລວງນໍ້າທາເຮັດໃຫ້ເກີດນໍ້າ ປ່າໄຫລຊຸແຮງເຂົ້າມາຖ້ວມ ແລະ ຊຸທໍາລາຍສະຖານທີ່ທ່ອງທ່ຽວດັ່ງ ກ່າວເສຍຫາຍບໍ່ໜ້ອຍ. ຜູ້ປະກອບ ການແຫລ່ງທ່ອງທ່ຽວດັ່ງກ່າວບອກ ວ່າ: ເປັນເລື່ອງທີ່ທໍາໃຈຍາກເພາະ ໄດ້ລົງທຶນຮອນຫລາຍພໍສົມຄວນ ເພື່ອພັດທະນາແຫລ່ງທ່ອງທ່ຽວ ແຫ່ງນີ້ໃຫ້ກາຍເປັນໃບໜ້າຂອງ ເມືອງ ແລະ ແຂວງ ແຕ່ສຸດທ້າຍໄພ ທໍາມະຊາດມາທໍາລາຍ ແລະ ໃນເວລາອັນໃກ້ນີ້ກໍວາງແຜນຈະສືບຕໍ່ ປັບປຸງ ແລະ ສ້ອມແປງຄືນໃໝ່.

ສະຖານທີ່ທ່ອງທ່ຽວນໍ້າຕົກຕາດ ນໍ້າດີພວມໄດ້ຮັບຄວາມນິຍົມສໍາລັບ ນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດໂດຍສະເພາະຊາວຈີນເຂົ້າ ມາແຂວງຫລວງນໍ້າທາມັກຈະເຂົ້າ ມາພັກຜ່ອນຢ່ອນອາລົມ, ຮັບປະ ທານອາຫານທ່ຽງ ແລະ ເຮັດກິດ ຈະກໍາອື່ນໆເພື່ອຜ່ອນຄາຍ. ແຫລ່ງ ທ່ອງທ່ຽວນ້ຳຕົກຕາດນ້ຳດີ, ຕັ້ງຢູ່ ເຂດບ້ານນ້ຳດີ ຫ່າງຈາກຕົວເມືອງຫລວງນ້ຳທາ ໄປປະມານ 7 ກິໂລແມັດ. ນໍ້າຕົກຕາດແຫ່ງນີ້ ຖືກຄົ້ນ ພົບໃນປີ 1995 ແລະ ຕໍ່ມາກໍໄດ້ຮັບ ການພັດທະນາ ເພື່ອໃຫ້ແຂກສາ ມາດເຂົ້າໄປທ່ຽວຊົມ ຊຶ່ງໃນນັ້ນໄດ້ ມີການສ້າງສິ່ງອຳນວຍຄວາມສະ ດວກເຊັ່ນ: ເສັ້ນທາງເຂົ້າຕາດ, ສາລາພັກຜ່ອນ, ຫ້ອງນ້ຳ, ລານ ຖ່າຍຮູບ ແລະ ຮ້ານຈຳໜ່າຍຜະລິດ ຕະພັນຫັດຖະກຳຂອງຊາວບ້ານ.

ນັກທ່ອງທ່ຽວສາມາດລົງຫລິ້ນ ນໍ້າທີ່ເຢັນສະບາຍໄດ້ຢູ່ບໍລິເວນກ້ອງ ນ້ຳຕົກຕາດອັນສວຍງາມ, ສ່ວນຢູ່ ດ້ານລຸ່ມຂອງຕາດກໍມີສາລາໄວ້ໃຫ້ ທ່ານໄດ້ນັ່ງພັກຜ່ອນຢ່ອນໃຈ ແລະ ຢູ່ທາງເຂົ້າກໍມີຮ້າອາຫານ ແລະ ເຄື່ອງຫັດຖະກຳທ້ອງຖິ່ນໄວ້ບໍລິ ການແກ່ທ່ານ.

ໂດຍ: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top